Homeຂ່າວທ້ອງຖິ່ນຊໍາຊຸງ ລາວ ຂໍເຊີນຊວນບັນດາທ່ານຮ່ວມເຮັດກິດຈະກຳດີໆໃນໂຄງການ ' ສາດບຸນ '

ຊໍາຊຸງ ລາວ ຂໍເຊີນຊວນບັນດາທ່ານຮ່ວມເຮັດກິດຈະກຳດີໆໃນໂຄງການ ‘ ສາດບຸນ ‘

Published on

ໂຄງການ “ສາດບຸນ” ນີ້ ເຮັດຂຶ້ນມາເພື່ອເປັນການລົນນະລົງໃຫ້ຄົນຫຼິ້ນນ້ຳຢ່າງມີສະຕິ ແລະ ຊ່ວຍກັນປັນນ້ຳໃຈເພື່ອຮ່ວມສົມທົບທຶນໃຫ້ກັບທີມອາສາກູ້ໄພໃນນະຄອນຫຼວງໂດຍມີບໍລິສັດ Lao Samsung ເປັນຜູ້ໃຫ້ການບໍລິຈາກເບື້ອງຕົ້ນໄປແລ້ວດ້ວຍ ຈຳນວນເງິນ 16,000,000 ກີບ ໃນການຊື້ອຸປະກອນໃຫ້ທີມອາສາກູ້ໄພປະຕິບັດໜ້າທີ່ໃນໄລຍະບຸນປີໃໝ່ລາວທີ່ຍັບໃກ້ເຂົ້າມານີ້, ທັງນີ້ກໍເພື່ອຊ່ວຍຮັກສາຊີວິດ ແລະ ເບີ່ງແຍງພົນລະເຮືອນທຸກຄົນທີ່ໄດ້ຮັບຄວາມເດືອດຮ້ອນໂດຍບໍ່ຫວັງຜົນ.

ທີ່ຜ່ານມາສັງເກດໄດ້ວ່າ ອຸບັດຕິເຫດຕ່າງໆຕາມທ້ອງຖະໜົນນັ້ນເກີດຂຶ້ນຫຼາຍ ຫຼັກໆເລີຍກໍແມ່ນລົດຈັກ ໂດຍສະເພາະຕອນທີ່ຖືກຫົດນ້ຳໃສ່ ເພາະບາງຄົນນັ້ນມັກທີ່ຈະເນັ້ນຫົດນ້ຳໃສ່ໜ້າກັນ. ຫຼາຍຄົນອາດຄິດວ່າມັນມ່ວນ ແຕ່ການຫຼິ້ນນ້ຳແບບນີ້ ອາດເຮັດໃຫ້ຜູ້ຂັບຂີ່ລົດເສຍສົມດຸນຈົນເກີດອຸບັດຕິເຫດໄດ້. ນີ້ກໍເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ຫຼາຍຄົນຕ້ອງບາດເຈັບໃນຊ່ວງງານເທດສະການປີໃໝ່ລາວ.

ໃນກະແສການສາດນ້ຳໃສ່ໜ້າໂຕເອງ ແລະ ມີການທ້າຕໍ່ໆກັນເພື່ອຊ່ວຍກັນລົນນະລົງ ທີ່ຫຼາຍໆທ່ານກຳລັງໃຫ້ຄວາມສົນໃຈນີ້ ແມ່ນເຮັດຂຶ້ນມາເພື່ອໃຫ້ເຫັນເຖິງຄວາມຮູ້ສຶກຂອງໂຕເອງວ່າ ຖ້າຖືກສາດນ້ຳໃສ່ໜ້າແບບນີ້ ຈະເປັນແນວໃດ. ເບິ່ງຈາກພາບການຖືກສາດແບບ Super Slow-mo ທີ່ຖ່າຍທໍາຈາກ Galaxy S9+ ມັນຈະເຮັດໃຫ້ເຫັນໄດ້ເຖິງ ທຸກຄວາມຮູ້ສຶກທີ່ຫຼາຍໆທ່ານບໍ່ເຄີຍເຫັນມາກ່ອນ ເຖິງຄວາມຢ້ານເວລາທີ່ຈະຖືກສາດນໍ້າໃສ່ໜ້າ. ແລ້ວທ່ານເດ? ພ້ອມທີ່ຈະຢຸດ ແລະ ຮ່ວມໃຈຊ່ວຍກັນສົມທົບທຶນເພື່ອທີມອາສາກູ້ໄພຢູ່ໃນນະຄອນຫຼວງຂອງພວກເຮົາແລ້ວບໍ່?

ທ່ານມີເວລາ 48 ຊົ່ວໂມງ ໃນການຮ່ວມຊ່ວຍເຫລືອມວນມະນຸດດ້ວຍກັນໂດຍການສົບທົບທຶນບໍລິຈາກໄດ້ທີ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ເລກບັນຊີ: 010-12-00-01468242-001 ຊື່ບັນຊີ: VIENTIANE RESCUE

ຢ່າລືມຮ່ວມສາດບຸນໄປພ້ອມໆກັນກັບພວກເຮົາເດີ້!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...