spot_img
Homeຂ່າວພາຍ​ໃນລັດຖະບານ ປະກາດປະມູນຂາຍລົດຮັບແຂກ 16 ຄັນ

ລັດຖະບານ ປະກາດປະມູນຂາຍລົດຮັບແຂກ 16 ຄັນ

Published on

ຄະນະຮັບຜິດຊອບ 07/ນຍ (ຂໍ້ຕົກລົງນາຍົກລັດຖະມົນຕີ ເລກທີ 07/ນຍ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຖອນ, ປະມູນຂາຍ ແລະ ປະກອບລົດປະຈຳຕຳແໜ່ງຂອງການນຳລະດັບສູງ) ອອກແຈ້ງການສະບັບເລກທີ 0902/ກງ ລົງວັນທີ 21 ມີນາ 2018 ມາຍັງບັນດາທ່ານທີ່ເປັນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ສົນໃຈເຂົ້າຮ່ວມປະມູນລົດຊາບວ່າ: ປະຈຸບັນລັດຖະບານມີຈຸດປະສົງຈະສະສາງພາຫະນະອອກ 16 ຄັນ ເປັນລົດເກັງ ຍີ່ຫໍ້ ເມີຊິເດສເບັນ ລຸ້ນ E350 ຈຳນວນ 15 ຄັນ ແລະ ລຸ້ນ S350 ຈຳນວນ 1 ຄັນ ເຊິ່ງເປັນລົດທີ່ເຄີຍນຳໃຊ້ຮັບແຂກຂອງລັດຖະບານດ້ວຍຮູບການປະມູນເປີດກວ້າງ. ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ທີ່ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ລາຄາຊອງປະມູນ 200.000 ກີບ/ຊອງ/ຄັນ ແລະ ສາມາດເບິ່ງລົດຕົວຈິງໄດ້ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ສໍາລັບການຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 26 ມີນາ 2018 ຫາວັນທີ 5 ເມສາ 2018 ໃນວັນ ແລະ ເວລາລັດຖະການ ແລະ ວັນທີ່ເປີດຊອງປະມູນແມ່ນວັນທີ 6 ເມສາ 2018 ເວລາ 14.00 ໂມງ ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ.

 

ແຫລ່ງຂ່າງ : ໜັງສືພິມລາວພັດທະນາ ແລະ ມ່ວນສະນຸກ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...