spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລາວ ແລະ ຫວຽດນາມຮ່ວມກັນທະລາຍຂະບວນການຄ້າຢາຂ້າມຊາດ

ລາວ ແລະ ຫວຽດນາມຮ່ວມກັນທະລາຍຂະບວນການຄ້າຢາຂ້າມຊາດ

Published on

ເມື່ອອາທິດທີ່ຜ່ານມາ ຕຳຫຼວດລາວ ແລະ ຫວຽດນາມ ໄດ້ຮ່ວມມືກັນຈັບກຸມໂຕຜູ້ຄ້າຢາ ໄດ້ຫຼັກຖານເປັນຢາອີ (Ecstasy) ກວ່າ 50,000 ເມັດ ແລະ ຢາໄອສ໌ກວ່າ 1 ກິໂລກຣາມ.

ກຳລັງເຈົ້າໜ້າທີ່ຕາມແລວຊາຍແດນລາວ-ຫວຽດນາມໄດ້ຢຸດຕິການເຄື່ອນໄຫວຄ້າຢາເສບຕິດຄັ້ງໃຫຍ່ ເມື່ອວັນທີ 18 ມີນາ 2018 ທີ່ຜ່ານມາ ໂດຍສາມາດຈັບກຸມຜູ້ຖືກຫາຈຳນວນ 5 ຄົນພ້ອມກັບຢາອີ 50,000 ເມັດ ແລະ ຢາໄອສ໌ ຈຳນວນ 1 ກິໂລກຣາມບໍລິເວນຊາຍແດນລາວ-ຫວຽດ ແຂວງສາລະວັນຕໍ່ໃສ່ແຂວງກວາງຈີ. ພ້ອມນັ້ນ ຍັງຢຶດໄດ້ອາວຸດປືນ ເຄ59, ກະສຸນ 8 ລູກ ແລະ ລົດ 2 ຄັນ.

ຜົນການສອບສວນພົບວ່າ ຜູ້ຖືກຫາທັງ 5 ຄົນເປັນສ່ວນໜຶ່ງຂອງຂະບວນການຄ້າຢາຂ້າມຊາດໃນ ໄທ, ລາວ ແລະ ຫວຽດນາມ. ຫຼັງຈາກນັ້ນ ຈຶ່ງໄດ້ມີການສົ່ງໂຕຜູ້ຖືກຫາທັງໝົດໃຫ້ແກ່ທາງການລາວ ເພື່ອດຳເນີນຄະດີຕາມກົດໝາຍ.

ສື່ຫວຽດນາມລະບຸວ່າ ຫວຽດນາມເປັນແຫຼ່ງຄ້າຢາເສບຕິດອັນດັບຕົ້ນໆໃນບໍລິເວນອ້ອມຮອບເຂດສາມຫຼ່ຽມຄຳ ເຊິ່ງປະກອບມີ ໄທ, ລາວ ແລະ ມຽນມາ. ພ້ອມກັນນັ້ນ ຫວຽດນາມຍັງເປັນປະເທດໜຶ່ງທີ່ມີການວາງໂທດໃສ່ຄະດີຢາເສບຕິດທີ່ຮຸນແຮງທີ່ສຸດແຫ່ງໜຶ່ງຂອງໂລກ ເຊິ່ງຖ້າຜູ້ໃດມີໃນຄອບຄອງ ຫຼື ຄ້າເຮໂຣອີນ ຫຼາຍກວ່າ 700 ກຣາມ ຫຼື ຢາບ້າຫຼາຍກວ່າ 2.5 ກິໂລກຣາມຈະຖືກໂທດປະຫານຊີວິດ. ນອກນັ້ນ, ການຜະລິດ ຫຼື ຂາຍເຮໂຣອີນ 100 ກຣາມ ຫຼື ຢາເສບຕິດຊະນິດອື່ນ 100 ກຣາມ ກໍຈະຖືກໂທດປະຫານຊີວິດເຊັ່ນກັນ.

 

ແຫລ່ງຂ່າວ : vnexpress ແລະ ມ່ວນສະນຸກ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...