spot_img
HomeມູມໄອທີລາວApple ດຶງເອົາຕົວຜູ້ຊ່ຽວຊານດ້ານກ້ອງມືຖືຈາກ Nokia ມາຮ່ວມທີມ

Apple ດຶງເອົາຕົວຜູ້ຊ່ຽວຊານດ້ານກ້ອງມືຖືຈາກ Nokia ມາຮ່ວມທີມ

Published on

ຫຼັງຈາກທີ່ Nokia ຂາຍທຸລະກິດໂທລະສັບໃຫ້ກັບ Microsoft ໄປຮຽບຮ້ອຍແລ້ວ ຕອນນີ້ບຸກຄະລາກອນຫຼາຍໆຄົນກໍໄດ້ຕັດສິນໃຈລາອອກ ແລະໜຶ່ງໃນນັ້ນກໍເລືອກມາຢູ່ທີ່ Apple

ari

Ari Partinen ອາດີດວິສະວະກອນອາວຸໂສຜະແໜກ Lumia ຂອງໂນເກຍ ໄດ້ທະວີດເປີດເຜີຍວ່າລາວໄດ້ລາອອກຈາກໂນເກຍແລ້ວ (ເຊິ່ງຕອນນີ້ເປັນຂອງໄມໂຄຣຊ໋ອບ) ໂດຍຈະເລີ່ມເຮັດວຽກໃໝ່ຢູ່ທີ່ບໍລິສັດແອັບເປີ້ນ

Partinen ໄດ້ຮັບສຳມະນານາມເມື່ອຕອນທີ່ຢູ່ຝ່າຍ Lumia ວ່າເປັນເທບດ້ານການພັດທະນາກ້ອງເທິງມືຖື ເຂົາມີສ່ວນຮ່ວມກັບໂຄງການພັດທະນາກ້ອງໃນ Lumia 1020 ທີ່ມາພ້ອມກັບກ້ອງ 41 ລ້ານພິກເຊວເຊິ່ງໄດ້ຮັບຄຳຊົມຢ່າງສູງ

ທັງນີ້ຕ້ອງໄດ້ຍອມຮັບວ່າທີມພັດທະນາກ້ອງຂອງໂນເກຍນັ້ນບໍ່ໄດ້ມີພຽງ Partinen ຄົນດຽວ ແຕ່ວ່າອະນາຄົດນີ້ກໍຄົງຈະເຮັດໃຫ້ເຮົາໄດ້ເຫັນລູກຫຼິ້ນໃໝ່ໆເທິງກ້ອງ iPhone ແນ່ນອນ

ທີ່ມາ: Engadget

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...