spot_img
Homeຂ່າວພາຍ​ໃນມ້າງກຸ່ມແກ້ງລັກຊັບໃນຕົວເມືອງຫຼວງພະບາງ

ມ້າງກຸ່ມແກ້ງລັກຊັບໃນຕົວເມືອງຫຼວງພະບາງ

Published on


ຄົມກໍ່ຄື ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍທ່ີເກີດຂື້ນໃນຕົວເມືອງຫຼວງພະບາງຍັງມີກຸ່ມຄົນບໍ່ດີຈຳນວນໜື່ງ ເປັນກຸ່ມແກ້ງອອກເຄື່ອນໄຫວລັກຊັບ ໂດຍສະເພາະແມ່ນລົດຈັກ ແລະ ງັດແງະເຮືອນຊານຂອງປະຊາຊົນໃນຕົວເມືອງຫຼວງພະບາງ ແລະບັນດາເມືອງອ້ອມຂ້າງ.
ຈາກປະກົດການດັ່ງກ່າວ ທາງເຈົ້າໜ້າທ່ີພະແນກສືບສວນ-ສອບສວນ ຄະດີອາຍາແຂວງຫຼວງພະບາງ ຈິ່ງໄດ້ລວບລວມບັນດາຂໍ້ມູນ ຫຼັກຖານດຳເນີນດ້ານວຽກງານວິຊາສະເພາະ ຈີ່ງສາມາດຮູ້ກຸ່ມແກ້ງລົງມືລັກລົດຈັກຄື: 

1). ທ້າວ ບຸນເມກ ຫຼື ເສືອ ອາຍຸ 21 ປີ, ອາຊີບກໍາມະກອນ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານພູໝອກ ເມືອງ ແລະ ແຂວງຫຼວງພະບາງ. 
2).ທ້າວ ອໍາພອນ ອາຍຸ 21 ປີ, ອາຊີບກຳມະກອນ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານສົມສະນຸກ ເມືອງປາກອູ ແຂວງຫຼວງພະບາງ, 
3).ນາງ ວິໄລວັນ ອາຍຸ 20 ປີ, ອາຊີບເຮັດສວນ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານຊາດ ເມືອງ ແລະ ແຂວງຫຼວງພະບາງ, 
4).ທ້າວ ທິບພະວົງ ຫຼື ຕູ້ຍ ອາຍຸ 22 ປີ ອາຊີບກຳມະກອນ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານດອນໂມ ເມືອງຊຽງເງິນ ແຂວງຫຼວງພະບາງ. 
5).ທ້າວ ບົວວັນ ອາຍຸ 20 ປີ ອາຊີບ ນັກສຶກສາ ສັນຊາດລາວ ຊົນເຜົ່າລາວ ບ້ານຫາດປາງ ເມືອງປາກອູ ແຂວງຫຼວງພະບາງ. 
6). ທ້າວ ສົມບັດ ອາຍຸ 23 ປີ ອາຊີບຂັບລົດ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານຊາດ ເມືອງ ແລະ ແຂວງຫຼວງພະບາງ. 
7). ທ້າວ ສຸລິກອນ ອາຍຸ 20 ປີ ອາຊີບ ກຳມະກອນ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານປ່າໄຜ່ ເມືອງນານ ແຂວງຫຼວງພະບາງ. 
8). ທ້າວ ລີຈັ່ງ ອາຍຸ19 ປີ, ອາຊີບຂັບລົດ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານພູໝອກ ເມືອງ ແລະ ແຂວງຫຼວງພະບາງ. 
9). ທ້າວ ອານຸສອນ ຫຼື ເຕ້ຍ ອາຍຸ 26 ປີ, ອາຊີບກໍາມະກອນ ສັນຊາດລາວ ຊົນເຜົ່າລາວ ຢູ່ບ້ານສັງຄະໂລກ ເມືອງ ແລະ ແຂວງຫຼວງພະບາງ.

ມາເຖີງວັນທີ 12/6/2013 ທາງເຈົ້າໜ້າທ່ີຈີ່ງນຳກຳລັງເຂົ້າໄປຈັບກຸມພວກກ່ຽວທັງ 09 ຄົນ ມາດຳເນີນຄະດີຕາມກົດໝາຍ, ຜ່ານການສອບສວນພວກຖືກຫາໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນອອກເຄື່ອນໄຫວລັກລົດຈັກ ແລະ ງັດແງະເຮືອນຊານຂອງປະຊາຊົນໃນຕົວເມືອງຫຼວງພະບາງ ແລະບັນດາເມືອງອ້ອມຂ້າງ ເລີ່ມແຕ່ເດືອນ 03 ປີ 2013 ມາເຖີງວັນຈັບຕົວ ໄດ້ລັກລົດຈັກທັງໝົດ 32 ຄັນຄື: ລົດຈັກຮອນດາເວບ 125 ໄອ 1 ຄັນ, ລົດຈັກຮ່ອນດາຄິກ 125 ຈຳນວນ 3 ຄັນ, ລົດຈັກຮ່ອນດາເວບ 100 ນີວຈີບເຊັ່ງ ຈຳນວນ 23 ຄັນ, ລົດຈັກ ເອັກຊີລີ ຈຳນວນ 01 ຄັນ, ລົດຈັກເວບ 100 ເອັສ 1 ຄັນ, ລົກຈັກສະກຸບປີ່ 1 ຄັນ ແລະ ລົດຈັກເວບຈີນ ຈຳນວນ 2 ຄັນ. ຕໍ່ກັບວັດຖຸດັ່ງກ່າວ ທາງເຈົ້າໜ້າທ່ີພວກເຮົາສາມາດເກັບກູ້ຄືນມາໄດ້ຈຳນວນ 24 ຄັນ. ວິທີການລັກແມ່ນໄດ້ໃຊ້ ກະແຈໂຕເຕ່, ມີດກະບີ (ມີດຢູ່ປາຍປືນອາກາ) ແລະ ມີດແຊມ (ຂອງໄທ) ເປັນເຄື່ອງມືໃນການລັກ, ສ່ວນເວລາແມ່ນບໍ່ໄດ້ກໍານົດ ເຄື່ອນໄຫວທັງກາງເວັນ ແລະ ກາງຄືນ ເມື່ອບໍ່ພົບເຫັນເຈົ້າຂອງ ກໍ່ໃຊ້ເຄື່ອງມືດັ່ງກ່າວລັກຊັບ ແລະ ງັດແງະເຮືອນຊານຂອງປະຊາຊົນໂລດ.
ວັດຖຸທີ່ພວກກ່ຽວງັດແງະລັກຊັບຂອງພົນລະເມືອງ ທາງເຈົ້າໜ້າທີ່ສາມາດເກັບກູ້ໄດ້ຄື: ປືນສັ້ນ ກາ 59
1 ກະບອກ, ສາຍຫັດແອວ ຄ້າຍຄືທອງນາກ 1 ເສັ້ນ, ສາຍແຂນໂລຫະ ຈຳນວນ 4 ເສັ້ນ, ສາຍຄໍໂລຫະ ສີ
ເຫຼືອງ ຈຳນວນ 2 ເສັ້ນ, ຕຸ້ມຫູ ໂລຫະ ຈຳນວນ 2 ຄູ່, ແຫວນໂລຫະ ສີຂາວ 1 ວົງ, ໂທລະທັດ ຈໍແບນ ຍີ່ຫໍ້
ໂຕຊີບາ 1 ໜ່ວຍ, ໂທລະສັບ ໂນເກຍ 1 ໜ່ວຍ, ກະເປົາຫິ້ວ 3 ໜ່ວຍ ແລະ ກະເປົາໃສ່ເງິນຂອງຜູ້ຍິງ 3 ໜ່ວຍ.

ຕໍ່ກັບບັນຫາປະກົດການຫຍໍ້ທໍ້ດັ່ງກ່າວ ທາງເຈົ້າໜ້າທ່ີພວກເຮົາຂໍແຈ້ງມາຍັງພໍ່ແມ່ປະຊາຊົນ, ທະຫານຕຳຫຼວດ ແລະ ພໍ່ຄ້າຊາວຂາຍ ຖ້າທ່ານໃດມີລົດຈັກຖືກເສຍຫາຍ, ເຮືອນຊານຖືກງັດແງະ ກະລຸນານຳເອົາເອກະສານຕ່າງໆ ເຂົ້າມາພົວພັນນຳເຈົ້າໜ໊າທ່ີພະແນກສືບສວນ-ສອບສວນຄະດີອາຍາແຂວງຫຼວງພະບາງ ຕາມວັນເວລາລັດຖະການ, ສ່ວນບັນດາທ່ານມີຊັບສົມບັດເສຍຫາຍ ຫຼື ຖືກງັດແງະ ແຕ່ບໍ່ໄດ້ແຈ້ງຄວາມ ກໍ່ກະລຸນາເຂົ້າມາແຈ້ງຄວາມ ເພື່ອໃຫ້ເຈົ້າໜ້າທ່ີມີຂໍ້ມູນໃນການສອບສວນພວກຖືກຫາຕໍ່ໄປ,ປະຈຸບັນເຖິງເຈົ້າໜ້າທ່ີພວກເຮົາໄດ້ກັກຕົວກຸ່ມແກ້ງ ລັກລົດຈັກດັ່ງກ່າວນີ້ແລ້ວ ແຕ່ກໍຍັງມີກຸ່ມແກ້ງອື່ນທ່ີຍັງເຄື່ອນໄຫວລັກຊັບຢູ່ ດັ່ງນັ້ນຈີ່ງເຕືອນມາຍັງພໍ່ແມ່ປະຊາຊົນພົນລະເມືອງ ຜູ້ທ່ີນຳໃຊ້ພາຫະນະລົດຈັກ ແລະ ອື່ນໆ ຈົ່ງມີສະຕິລະວັງຕົວ ແລະ ມີຄວາມຮັບຜິດຊອບຕໍ່ວັດຖູທ່ີມີຄ່າຂອງທ່ານເພື່ອບໍ່ໃຫ້ຖືກເສຍຫາຍ.

ນັກຂ່າວ ປກສ ຫຼວງພະບາງ ລາຍງານ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...