Homeຂ່າວຕ່າງປະເທດອັງກິດຂັບໄລ່ທູດລັດເຊຍ 23 ຄົນອອກນອກປະເທດ

ອັງກິດຂັບໄລ່ທູດລັດເຊຍ 23 ຄົນອອກນອກປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານ 15 ມີນາ 2018 ວ່າ: ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ຖະແຫຼງຕໍ່ສະພາທົ່ວໄປເມື່ອວັນພຸດ (14 ມີນາ) ທີ່ຜ່ານມາວ່າ: ຈາກກໍລະນີທີ່ເກີດຂຶ້ນກັບທ່ານ ເຊີເກ ສະກຣີພາລ ອະດີດເຈົ້າໜ້າທີ່ໜ່ວຍຂ່າວກອງທາງທະຫານຂອງລັດເຊຍ ເຊິ່ງລີ້ໄພຢູ່ໃນອັງກິດມາຕັ້ງແຕ່ປີ 2010ແລະ ນາງ ຢູເລຍ ສະກຣີພາລ ລູກສາວ ລັດຖະບານອັງກິດບໍ່ມີທາງເລືອກອື່ນ ນອກຈາກການຂັບໄລ່ເຈົ້າໜ້າທີ່ການທູດຂອງລັດເຊຍ 23 ຄົນ ອອກຈາກປະເທດ, ໂດຍເຈົ້າໜ້າທີ່ກຸ່ມນີ້ຖືເປັນເຈົ້າໜ້າທີ່ຂ່າວກອງທີ່ບໍ່ໄດ້ປະກາດຕົວ ຕ້ອງເດີນທາງອອກນອກປະເທດພາຍໃນ 7 ວັນ ຖືເປັນການຂັບໄລ່ນັກການທູດຕ່າງປະເທດຈຳນວນຫຼາຍທີ່ສຸດຂອງອັງກິດ ນັບຕັ້ງແຕ່ສະໄໝສົງຄາມເຢັນ.

ຂະນະດຽວກັນ ທ່ານ ນາງ ເທເຣຊາ ເມ ປະກາດຍົກເລິກຄຳເຊີນໃຫ້ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໃນການຈະເດີນທາງມາຢ້ຽມຢາມນະຄອນຫຼວງລອນດອນຢ່າງເປັນທາງການໃນປີນີ້ ແລະ ຢຸດຕິກຳນົດການພົບປະຫາລືລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດໃນທຸກກະຊວງ. ນອກຈາກນີ້,​ ຜູ້ນຳອັງກິດຍັງຢືນຢັນວ່າ ເຈົ້າຊາຍວິນລຽມ ທີ່ດຳລົງຕຳແໜ່ງປະທານສະມາຄົມບານເຕະອັງກິດ ຈະບໍ່ເດີນທາງໄປຮ່ວມພິທີເປີດງານເຕະບານໂລກ ຢູ່ນະຄອນຫຼວງມົດສະກູ ທີ່ປະເທດລັດເຊຍເປັນເຈົ້າພາບ ໃນເດືອນມິຖຸນາ 2018 ນີ້ ເຊັ່ນດຽວກັນກັບເຈົ້າໜ້າທີ່ລະດັບສູງໃນລັດຖະບານ ແລະ ນັກການເມືອງຂອງອັງກິດ ເຊິ່ງຈະບໍ່ເດີນທາງຢ້ຽມຢາມລັດເຊຍໃນໄລຍະເວລາດັ່ງກ່າວນີ້ດ້ວຍ.

ເຖິງຢ່າງໃດກໍ່ຕາມ, ທ່ານ ນາງ ເທເຣຊາ ເມ ຍັງບໍ່ໄດ້ກ່າວພາດພິງເຖິງບຸກຄົນໃດ, ໜ່ວຍງານໃດ ຫຼື ບໍລິສັດເອກະຊົນໃດຂອງລັດເຊຍ ທີ່ອາດຖືກຂຶ້ນບັນຊີດຳໃນຂໍ້ຫາມີສ່ວນກ່ຽວຂ້ອງກັບການໃຊ້ສານເຄມີອອກລິດທາງປະສາດຮ້າຍແຮງ ທຳຮ້າຍສອງພໍ່-ລູກສະກຣີພາລ ທີ່ເມືອງຊາລິສບິວຣີ ຂອງອັງກິດ ເມື່ອວັນທີ 4 ມີນາ2018 ທີ່ຜ່ານມາ, ແຕ່ທ່ານ ນາງໃຊ້ຄຳວ່າ ມີຄວາມເປັນໄປໄດ້ສູງຫຼາຍທີ່ລັດຖະບານລັດເຊຍມີສ່ວນຮູ້ເຫັນ ຈາກການທີ່ສານພິດນັ້ນມາຈາກໂຄງການ “ໂນວິຊັອກ” ຕັ້ງແຕ່ສະໄໝສະຫະພາບໂຊວຽດ.

ໃນດ້ານຂອງກະຊວງການຕ່າງປະເທດລັດເຊຍ ອອກຖະແຫຼງການໃນເວລາຕໍ່ມາວ່າ ອັງກິດເປັນຝ່າຍເລືອກທີ່ຈະປະເຊີນໜ້າກັບລັດຖະບານລັດເຊຍ ແລະ ຢືນຢັນວ່າຈະມີການຕອບໂຕ້ຕາມຄວາມເໝາະສົມ ພາຍຫຼັງກ່ອນໜ້ານີ້ທ່ານ ເຊີເກ ລາວາຣົບ ລັດຖະ ມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວວ່າລັດຖະບານລັດເຊຍບໍ່ໄດ້ກ່ຽວຂ້ອງກັບເລື່ອງນີ້ ແລະ ຈະບໍ່ມີການຊີ້ແຈງໃດໆທັງນັ້ນ ຈົນກວ່າລັດເຊຍຈະໄດ້ຮ່ວມກວດສອບຕົວຢ່າງຂອງສານເຄມີທີ່ຝ່າຍກົງກັນຂ້າມອ້າງວ່າມາຈາກໂຄງການໂນວິຊັອກ, ສ່ວນທ່ານ ວາສຊີລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍປະຈຳສະຫະປະຊາຊາດກ່າວວ່າ ອັງກິດຕ້ອງການກົດດັນໃຫ້ລັດເຊຍຮັບສາລະ ພາບ ທັງທີ່ຍັງບໍ່ສາມາດສະແດງຫຼັກຖານທີ່ເປັນຮູບປະທຳຫຼາຍກວ່າຄຳກ່າວອ້າງແບບບໍ່ມີມູນຄວາມຈິງ.

 

ແຫລ່ງຂ່າວ: ອິດສະຫຼະ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...