ປະທານາທິບໍດີ ໂດນອລ ທຣໍ້າ ລົງພື້ນທີ່ໃນລັດຄາລີຟໍເນຍ ເພື່ອເບີ່ງຕົວຢ່າງ 8 ແບບຂອງກຳແພງອັນສວຍງາມທີ່ໃນອະນາຄົດຈະກາຍມາເປັນສີ່ງກັ້ນພົມແດນທາງຕອນໃຕ້ລະຫວ່າງອາເມລິກາ ແລະ ເມັກຊິກ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຊານດີເອໂກ, ສະຫະລັດອາເມລິກາ ເມື່ອວັນທີ 13 ມີນາ ວ່າປະທານາທິບໍດີໂດນອລ ທຣໍ້າ ລົງພື້ນທີ່ເມືອງຊານດີເອໂກ ໃນລັດຄາລີຟໍເນຍ ທີ່ມີພົມແດນຕິດກັບພາກໃຕ້ຂອງເມັກຊິກ ເພື່ອເບີ່ງຕົວຢ່າງ 8 ແບບຂອງກຳແພງກັ້ນຢ່າງລະອຽດ ກໍ່ສ້າງໂດຍບໍລິສັດເອກະຊົນ 6 ແຫ່ງທີ່ໄດ້ຮັບການສຳປະທານ ແລະການລົງພື້ນທີ່ຄັ້ງນີ້ຖືວ່າເປັນຄັ້ງທຳອິດຢ່າງເປັນທາງການຂອງທຣໍ້າ ພື້ນທີ່ໆເປັນຖານສຽງຂອງພັກເດໂມແຄຣກ.

ທັງນີ້ ທຣໍ້າກ່າວ່າກຳແພງນີ້ ຈະເປັນກຳແພງດ່ານທຳອິດຂອງການເພີ່ມປະສິດທິພາບດ້ານຄວາມຫມັ້ນຄົງພົມແດນ, ໂຄງການດັ່ງກ່າວຍັງເປັນອຸປະສັກສຳຄັນໃນການຂໍອະນຸມັດງົບປະມານຈາກສະພາຄອງເກຣດ ເພາະມີມູນຄ່າສູງເຖີງ 18.000 ລ້ານໂດລາສະຫະລັດ ຫລື ປະມານ 148.824.000.000.000 ກີບ.

ແຫລ່ງຂ່າວຕ່າງປະເທດ: TDN

