Homeຂ່າວຕ່າງປະເທດຜົນວິໄຈຫຼ້າສຸດເປີດເຜີຍ ກ໊າສຄາບອນລົ້ນໂລກ ປູກຕົ້ນໄມ້ກໍ່ຊ່ວຍບໍ່ໄດ້ແລ້ວ

ຜົນວິໄຈຫຼ້າສຸດເປີດເຜີຍ ກ໊າສຄາບອນລົ້ນໂລກ ປູກຕົ້ນໄມ້ກໍ່ຊ່ວຍບໍ່ໄດ້ແລ້ວ

Published on

ຜົນວິໄຈຫຼ້າສຸດລະບຸວ່າ ການປູກຕົ້ນໄມ້ບໍ່ສາມາດຊ່ວຍໃຫ້ກ໊າສຄາບອນຫຼຸດລົງຫຼາຍພໍທີ່ຈະບັນເທົາພາວະໂລກຮ້ອນ ຈຶ່ງຕ້ອງຫຼຸດປະລິມານການປ່ອຍກ໊າສຄາບອນລົງເທົ່ານັ້ນ.

ນັກວິທະຍາສາດສ່ວນໃຫຍ່ເຫັນກົງກັນວ່າທຸກຝ່າຍຕ້ອງຮ່ວມກັນຫາວິທີກຳຈັດກ໊າສຄາບອນອອກຈາກຊັ້ນບັນຍາກາດ ເຊິ່ງໜຶ່ງໃນວິທີທີ່ຄົນຄິດເຖິງກໍຄືການປູກຕົ້ນໄມ້ໃຫ້ດູດເອົາກ໊າສຄາບອນ ແລະ ປ່ອຍກ໊າສອັອກຊີເຈນອອກມາ. ແຕ່ຜົນການວິໄຈທີ່ຕີພິມໃນວາລະສານວິຊາການເອີສຟິວເຈີລະບຸວ່າ ມະນຸດບໍ່ສາມາດປູກຕົ້ນໄມ້ຫຼາຍພໍທີ່ຈະກຳຈັດກ໊າສຄາບອນໄດ້ຕາມເປົ້າໝາຍທີ່ລະບຸໄວ້ໃນຂໍ້ຕົກລົງປາຣີສວ່າດ້ວຍການປ້ອງກັນການປ່ຽນແປງສະພາບພູມອາກາດ ເຊິ່ງມີການປຍບທຍບວ່າ ຈະຕ້ອງປູກຕົ້ນໄມ້ເຕັ້ມພື້ນທີ່ຂອງປະເທດສະຫະລັດອາເມລິກາ ຈຶ່ງຈະສາມາດດູດເອົາກ໊າສຄາບອນ 10% ທີ່ມະນຸດປ່ອຍອອກມາທຸກປີ.

ໃນການສຶກສາຂອງ ລີນາ ບອຍເຊນ ແລະ ທີມນັກວິໄຈຈາກສະຖາບັນພອດສະຕຳ ເພື່ອການວິໄຈຜົນກະທົບພູມອາກາດຂອງເຢຍລະມັນລະບຸວ່າ ຫາກປູກພືດສຳລັບການຜະລິດເຊື້ອໄຟຊີວະພາບ ເຊິ່ງຫວັງວ່າຈະຊ່ວຍຫຼຸດປະລິມານຄາບອນລົງ ແລະ ຢຸດຕິພາວະໂລກຮ້ອນໄດ້ ຈະຕ້ອງປູກພືດເຊື້ອໄຟຊີວະພາບແທນພື້ນທີ່ປ່າຕາມທຳມະຊາດເຖິງ 1 ໃນ 3 ຂອງພປ່າທີ່ມີໃນປັດຈຸບັນ ແລະ ຕ້ອງປູກພືດເຊື້ອໄຟຊີວະພາບ 1 ໃນ 4 ຂອງພື້ນທີ່ກະສິກຳທີ່ມີຢູ່ໃນປັດຈຸບັນ ເຊິ່ງຈະເຮັດໃຫ້ໂລກຕ້ອງປະເຊີນໜ້າກັບວິກິດຄວາມໝັ້ນຄົງທາງອາຫານ.

ຜົນວິໄຈດັ່ງກ່າວຍັງສະຫຼຸບວ່າ ການຫຼຸດກການປ່ອຍກ໊າສຄາບອນຢ່າງສຸດຂີດ ແລະ ພັດທະນາເຕັກນິກການຈັດການຢ່າງມີປະສິດທິພາບຈະເປັນທາງອອກຂອງການຢຸດຕິພາວະໂລກຮ້ອນ ເຊິ່ງຈະຕ້ອງມີເຕັກນິກໃນການຫຼຸດການປ່ອຍກ໊າສຄາບອນໃນຂົງເຂດການກະສິກຳ, ຄົມມະນາຄົມ ແລະ ອຸດສາຫະກຳ ລວມເຖິງປ່ຽນໄປໃຊ້ພະລັງງານທາງເລືອກ ແລະ ພັດທະນາເຕັກໂນໂລຊີຂັ້ນສູງໃນການກັກເກັບກ໊າສຄາບອນເພື່ອບໍ່ໃຫ້ໂລກມີອຸນຫະພູມສູງຂຶ້ນເກີນ 2 ອົງສາຕາມເປົ້າໝາຍໃນປີ 2100.

ແຫລ່ງຂ່າວ : Voice TV

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...