Homeສຸຂະພາບ ແລະ ສີ່ງແວດລ້ອມກາເຟ ແລະ ນ້ຳເຜິ້ງຊ່ວຍແກ້ ອາການໄອ ໄດ້

ກາເຟ ແລະ ນ້ຳເຜິ້ງຊ່ວຍແກ້ ອາການໄອ ໄດ້

Published on

 

1505147_712086105501292_955766404_n

ງານ​ວິ​ໄຈ​ລະ​ບຸ​ວ່າ ​ກາ​ເຟ ​ແລະ ​ນ້ຳ​ເຜິ້ງ​ຊ່ວຍ​ແກ້ ອາການ​ໄອ ໄດ້ ຖ້າຫາກ​ມີ ອາການ​ໄອ ຫລັງ​ຈາກ​ເປັນ​ຫວັດ​ໄອ​ເຈັບ​ຄໍ ໃຫ້​ນຳ​ກາ​ເຟ ເຄິ່ງ​ບ່ວງ​ ມາ​ປະສົມ​ນ້ຳ​ເຜິ້ງ1 ບ່ວງ ປະສົມ​ນ້ຳ​​ໜ້ອຍໜຶ່ງແລ້ວດື່ມ​

ງານ​ວິ​ໄຈ​ໃນ​ວາລະ​ສານ The Primary Care Respiratory Journal ປະຈຳ​ເດືອນ​ສິງ​ຫາ 2014ລາຍ​ງານ​ຜົນ​ການ​ວິ​ໄຈ ​ເລື່ອງ​ການ​ໃຊ້​ນ້ຳ​ເຜິ້ງ​ ແລະ ​ກາ​ເຟ​ໃນ​ການ​ແກ້ ອາການ​ໄອ ໄວ້ ໂດຍ ອາການ​ໄອ ທີ່​ໃນ​ວາລະ​ສານ​ສະບັບ​ນີ້​ເວົ້າ​ເຖິງ ຄື ອາການ​ໄອ ທີ່​ຫລັງ​ການ​ຕິດ​ເຊື້ອ​ໄຂ້​ຫວັດ ເຊິ່ງ​ຈະ​ເຮັດໃຫ້​ຫລັງ​ຈາກ​ຄົນ​ເປັນ​ໄຂ້​ຫວັດ​ເກີດ ອາການ​ໄອ ​ຕໍ່​ເນື່ອງ​ໄປ​ອີກ 3ອາທິດ​ເຖິງ 2ເດືອນ

ໂດຍ​ໃນ​ງານ​ວິ​ໄຈ​ນີ້​ໃຫ້​ຜູ້​ປ່ວຍ​ແບ່ງ​ເປັນ​ສາມ​ກຸ່ມ

  • ກຸ່ມ​ທໍາອິດກິນ​ຢາ​ລະ​ລາຍ​ສະເລດ (ເຊິ່ງ​ບໍ່​ມີ​ຜົນ​ຕໍ່​ການ​ປິ່ນປົວ)
  • ກຸ່ມ​ທີ່​ສອງ ໄດ້​ຢາສ​ເຕຍ​ຣອຍ (ເຊິ່ງ​ເປັນ​ຢາ​ປົກກະຕິ​ທີ່​ໃຊ້​ກັນ​ໃນ​ການ​ປິ່ນປົວ​ພາ​ວະ​ນີ້)
  • ກຸ່ມ​ທີ່​ສາມ ໄດ້​ກາ​ເຟ 3ກຣາມ + ນ້ຳ​ເຜິ້ງ 20ກຣາມ ກິນ​ສາມ​ມື້
  • ໂດຍ​ທັງ​ສາມ​ກຸ່ມ ຕົວ​ຢາ ​ໄດ້​ຖືກ​ປະສົມ​ໃຫ້​ມີ​ກິ່ນ ​ແລະ ​ລົດ​ຊາດ​ຄືເກົ່າ

ຜົນ​ປາກົດ​ວ່າ ກຸ່ມ​ທີ່​ໄດ້​ ກາ​ເຟ+ນ້ຳ​ເຜິ້ງ ໄດ້​ຜົນ​ການ​ປິ່ນປົວ​ທຽບ​ເທົ່າ​ການ​ໃຊ້​ ສ​ເຕຍ​ຣອຍ​ຂະໜາດ​ປານ​ກາງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...