Homeຂ່າວຕ່າງປະເທດຈັດອັນດັບມະຫາເສດຖີຂອງໂລກປະຈຳປີ 2018

ຈັດອັນດັບມະຫາເສດຖີຂອງໂລກປະຈຳປີ 2018

Published on

ນິຕະຍາສານຟຣອບ ສຳລວດການຈັດອັນດັບມະຫາເສດຖີໂລກປະຈຳປີ 2018 ໂດຍອ້າງອີງ ແລະ ວັດມຸນຄ່າຊັບສິນຈາກມູນຄ່າຮຸ້ນເມື່ອວັນທີ່ 9 ກຸມພາ ທີ່ຜ່ນມາປະກົດວ່າ ເຈຟ ເບຊອສ, ຜູ້ກໍ່ຕັ້ງເວັບໄຊສ໌ ອາເມຊອນ ແຊງຫນ້າ ບິວ ເກດ ເປັນອັນດັບຫນື່ງໃນຄັ້ງທຳອິດດ້ວຍມຸນຄ່າຊັບສິນ 112.000 ລ້ານໂດລາສະຫະລັດ ຫລື ປະມານ 926.352.000.000.000 ກີບ ພາຍໃນປີດຽວ ເຈຟ ເບຊອສ ສາມາດສ້າງເສດຖະກິດຕົນເອງຂື້ນມາໄດ້ເຖີງ 40.000 ລ້ານ ໂດລາສະຫະລັດ ຫລື ປະມານ 330.840.000.000.000 ກີບ ເປັນຊັບສິນທີ່ເພີ່ມຂື້ນສຸງສຸດໃນປະຫວັດຕິການ, ສົ່ງຜົນໃຫ້ ອະດີດມະຫາເສດຖີຜູ້ກໍ່ຕັ້ງ ບໍລິສັດໄມໂຄຣຊອຟ ທີ່ຄອງຕຳແຫນ່ງມະຫາເສດຖີຂອງໂລກ 18 ປີ ຕົກໄປຢູ່ອັນດັບ 2 ດ້ວຍຊັບສິນ 90.000 ລ້ານໂດລາສະຫະລັດ ຫລື ປະມານ 744.390.000.000.000 ກີບ.

ສ່ວນອັນດັບ 3 ແມ່ນ ວໍເຣນ ບັຟເຟດ ຜູ້ກໍ່ຕັ້ງກຸ່ມທຸລະກິດຫລາຍປະເພດ ດ້ວຍຊັບສິນ 84.000 ລ້ານໂດລາສະຫະລັດ ຫລື ປະມານ 694.764.000.000.000 ກີບ.

ອັນດັບ 4 ແມ່ນ ຄອບຄົວເບີຣນາດ ອຣາໂນ ມະຫາເສດຖີຝຣັ່ງ ເຈົ້າຂອງທຸລະກິດເຄື່ອງຫມາຍການຄ້າ ຫລຸຍ ວິກຕອງ ເປັນຕົວແທນມະຫາເສດຖີຈາກສັນຊາດເອີຣົບພຽງຄົນດຽວທີ່ຕິດອັນດັບ 1 ໃນ 5 ມະຫາເສດຖີໂລກ ດ້ວຍຊັບສິນມຸນຄ່າ 72.000 ລ້ານໂດລາສະຫະລັດ ຫລື ປະມານ 595.512.000.000.000 ກີບ.

ອັນດັບ 5 ແມ່ນ ມາກ ຊັກເກີເບີກ ຜູ້ກໍ່ຕັ້ງເຟດບຸກ ດ້ວຍຊັບສິນມູນຄ່າ 71.000 ລ້ານໂດລາສະຫະລັດ ຫລື ປະມານ 587.241.000.000.000 ກີບ.

ມາທາງດ້ານອາຊີເຮົາກໍແມ່ນ ແຈັກມາ ເຈົ້າຂອງເວັບໄຊສ໌ຂາຍເຄື່ອງອອນລາຍ ອາລີບາບາ ຈັດຢູ່ອັນດັບ 20 ດ້ວຍຊັບສິນ 39.000 ລ້ານໂດລາສະຫະລັດ ຫລື ປະມານ 322.569.000.000.000 ກີບ ແລະ ປະທານປະເທດແຫ່ງສະຫະລັດ ໂດນອລ ທຣໍ້າ ຢູ່ທີ່ອັນດັບ 766 ຈາກແຕ່ກ່ອນແມ່ນຢູ່ທີ່ອັນດັບ 544 ດ້ວຍຊັບສິນມູນຄ່າ 3.100 ລ້ານໂດລາສະຫະລັດ ຫລື ປະມານ 25.640.100.000.000ກີບ.

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...