Homeຂ່າວຕ່າງປະເທດໂຮງຮຽນທີ່ເຫງົາທີ່ສຸດ! ມີຄູ 2 ຄົນ ແລະ ນັກຮຽນຄົນດຽວ

ໂຮງຮຽນທີ່ເຫງົາທີ່ສຸດ! ມີຄູ 2 ຄົນ ແລະ ນັກຮຽນຄົນດຽວ

Published on

ສຳນັກຂ່າວຊິນຫົວລາຍງານວ່າ ເມື່ອ 2-3 ປີ ທີ່ຜ່ານມາ ທີ່ໂຮງຮຽນປະຖົມບ້ານຊານເໝິນຫຼີ່ ໃນເຂດຊົນນະບົດຂອງເມືອງ ກົງຈູ໋ຫຼິ່ງ ມົນທົນ ຈີ໋ຫຼິນ ເຫຼືອພຽງ “ຫວັງຮ່າວ” ນັກຮຽນຊັ້ນປະຖົມ ປ 5 ໄວອາຍຸ 12 ປີ ເປັນນັກຮຽນພຽງຄົນດຽວຂອງໂຮງຮຽນ ໂດຍມີ ຄູ ເສິນ ຫົງຢ້ຽນ ຄູປະຈຳຫ້ອງໄວອາຍຸ 41 ປີ ແລະ ຄູຫຼິວໄຫ່ເທົາ ຄູພາລະ ໄວອາຍຸ 41 ປີ, ໂຮງຮຽນນີ້ເມື່ອລວມກັນມີພຽງ 3 ຄົນ ຈິ່ງເຮັດໃຫ້ໂຮງຮຽນໄດ້ຮັບສາຍາວ່າເປັນ “ໂຮງຮຽນທີ່ເຫງົາທີ່ສຸດໃນປະເທດຈີນ” ຄູທັງສອງນອກຈາກຈະຊ່ວຍກັນສອນໜັງສືແລ້ວ ຍັງຊ່ວຍກັນເບິ່ງແຍງຄວາມຮຽບຮ້ອຍພາຍໃນໂຮງຮຽນອີກດ້ວຍ

ໝູ່ບ້ານຊານເໝິນຫຼີ່ ມີຄອບຄົວອາໃສຢູ່ 400 ຄອບຄົວ ມີປະຊາກອນ 1.000 ຄົນ  ກ່ອນໜ້ານີ້ຫຼາຍປີເຄີຍມີນັກຮຽນ 200 ຄົນ ແລະ ມີຄູ 10 ຄົນ ນັບຕັ້ງແຕ່ປີ 2010ເປັນຕົ້ນມາ ຄູກໍ່ເລີ່ມກິນເບ້ຍບຳນານ ນັກຮຽນກໍເລີ່ມຍ້າຍໄປຮຽນໃນຕົວເມືອງ ຈົນເຫຼືອພຽງນັກຮຽນຄົນດຽວ

ຄູເສິນທີ່ສອນຢູ່ນີ້ດົນກວ່າ 18 ປີ ກ່າວວ່າ ເຖິງຈະມີນັກຮຽນພຽງຄົນດຽວກໍ່ຖືວ່າເປັນນັກຮຽນ ສະນັ້ນຈິ່ງບໍ່ສາມາດປ່ອຍປະໄດ້ ຈິ່ງຕ້ອງຕັ້ງໃຈສອນຢ່າງເຕັມທີ່ ຈິ່ງເຮັດໃຫ້ເຂົາບໍ່ຮູ້ສຶກຜິດກັບຕົນເອງ ແລະ ໜ້າທີ່ ເຖິງແມ່ນວ່າຄົນຮອບຂ້າງ ແລະ ຄອບຄົວຂອງເຂົາຈະບໍ່ເຂົ້າໃຈໃນສິ່ງທີ່ເຂົາເຮັດຢູ່ກໍ່ຕາມ ຄູເສິນຍັງກ່າວອີກວ່າ ຫຼັງຈາກເລີກຮຽນເຂົາຍັງມັກໄປຫຼິ້ນກັບນັກຮຽນເລື່ອຍໆ ເພາະຢ້ານນັກຮຽນຈະຮູ້ສຶກເຫງົາ

ເມື່ອຖືກຖາມວ່າ ໃນປີໜ້າທ້າວ ຫວັງຫ່າວກໍ່ຈະຈົບການສຶກສາຈາກໂຮງຮຽນແຫ່ງນີ້ແລ້ວ ແລະ ອາດເຮັດໃຫ້ໂຮງຮຽນຕ້ອງປິດລົງ ຄູເສິນກ່າວວ່າຕອນນີ້ກໍ່ຍັງຕ້ອງຕັ້ງໃຈສອນໃຫ້ດີທີ່ສຸດກ່ອນ ອານາຄົດຄ່ອຍວ່າກັນໃໝ່

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...