spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕັດສິນປະຫານຊີວິດ 2 ຄະດີຄ້າຂາຍຢາເສບຕິດ

ຕັດສິນປະຫານຊີວິດ 2 ຄະດີຄ້າຂາຍຢາເສບຕິດ

Published on

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຫຼວງນໍ້າທາ ໄດ້ພິຈາລະນາຕັດສິນປະຫານຊີວິດ ຜູ້ຖືກຫາຄະດີຄ້າຂາຍຢາເສບຕິດ ຈຳນວນ 2 ເລື່ອງ ໂດຍມີຈໍາເລີຍ 2 ຄົນ ໃນວັນທີ 15 ກຸມພາ 2018; ເຊິ່ງທັງສອງຄະດີຖືກທີ່ເຈົ້າໜ້າທີ່ມ້າງໄດ້ໃນປີ 2017.

ຄະດີທີ 1 ໃນສໍານວນຄະດີ ເລກທີ 013/ຂຕອ, ຈຳເລີຍຊື່ ທ້າວ ຈຳໂບ ອາຍຸ 22 ປີ ສັນຊາດລາວ ອາຊີບເຮັດໄຮ່ ຢູ່ບ້ານຈ່າຍີ ເມືອງລອງ ແຂວງຫຼວງນໍ້າທາ ມີຄວາມຜິດໃນສະຖານຄ້າຢາເສບຕິດປະເພດຢາບ້າ ທີ່ເຈົ້າໜ້າທີ່ຕໍາຫຼວດສະກັດຈັບໄດ້ໃນກາງປີ 2017 ພ້ອມຢາບ້າ ຈຳນວນ 9,4 ກິໂລກຼາມ. ດັ່ງນັ້ນ, ສານ ປະຊາຊົນແຂວງຫຼວງນໍ້າທາ ຈຶ່ງໄດ້ຕັດສິນລົງໂທດປະຫານຊີວິດ ແລະ ຮິບຢາບ້າຈໍານວນດັ່ງກ່າວ ໄປທຳລາຍຖິ້ມ, ຮິບເງິນຈຳນວນ 2.000 ຢວນ, ໂທລະສັບມືຖື 1 ໜ່ວຍ.

ສ່ວນຄະດີທີ 2, ແມ່ນຄະດີ ເລກທີ 014/ຂຕອ, ຈຳເລີຍຊື່ ທ້າວ ໄໝ່ບຸນນ້ອຍ ອາຍຸ 58 ປີ ສັນຊາດລາວ ອາຊີບເຮັດນາ ຢູ່ບ້ານນາໃໝ່ ເມືອງສິງ ແຂວງຫຼວງນໍ້າທາ ຖືກຂໍ້ຫາຄ້າຂາຍຢາເສບຕິດ ປະເພດເຮໂຣອິນ; ຖືກຈັບຕົວໄດ້ໃນວັນທີ 7 ມິຖຸນາ 2017 ພ້ອມເຮໂຣອິນຈຳນວນ 12 ແທ່ງ, ລວມນໍ້າໜັກ 4,5 ກິ ໂລກຼາມ. ສະນັ້ນ, ຄະນະສານອາຍາ ໄດ້ພິຈາລະນາຕາມສໍານວນຄະດີ ແລະ ຄໍາສາລະພາບຂອງຈໍາເລີຍແລ້ວ ເຫັນຄວນຕັດສິນປະຫານຊີວິດຈໍາເລີຍ ພ້ອມທັງຮິບເຮໂຣອິນຈຳນວນ 4,5 ກິໂລກຼາມ ໄປທຳລາຍຖິ້ມ, ຮິບລົດຕູ້ສະຕາແລັກ ໝາຍເລກທະບຽນ ກກ 1916 ຫຼວງພະບາງ ຈຳນວນ 1 ຄັນ ແລະ ໂທລະສັບ 1 ໜ່ວຍ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...