ອັດຕະປື ເລີ່ມຫ້າມປະຊາຊົນຂຸດຄົ້ນຫີນອ່ອນ ຫຼັງອະນຸຍາດກ່ວາ 40 ບໍລິສັດເຂົ້າສຳຫຼວດ

 

ອຳນາດ​ການ​ປົກຄອງ​ແຂວງ​ອັດຕາ​ປື ​ເລີ່ມ​ຫ້າມ​ປະຊາຊົນ​ພາຍ​ໃນ​ແຂວງ​ ບໍ່​ໃຫ້​ເຂົ້າ​ຂຸດ​ຫີນ​ອ່ອນ​ຢູ່​ເຂດ​ພູ​ກາງ​ໂຮງ

ໂດຍ​ໄດ້​ແນະນຳ​ໃຫ້​ເຂົ້າ​ສະໝັກ​ເຮັດ​ວຽກ​ນຳ​ບໍລິສັດ​ຜູ້​ເຂົ້າ​ສຳ​ຫຼວດ ຊຶ່ງ​ມາ​ຮອດ​ປະຈຸ​ບັນ​ນີ້​ມີ​ແລ້ວ​ກວ່າ 40 ບໍລິສັດ

ໄດ້​ຮັບ​ການ​ອະນຸ​ຍາດ ນັບ​ວ່າ​ເພີ່ມ​ຂຶ້ນ​ເກືອບ 30 ບໍລິສັດ​ຈາກ​ທ້າຍ​ເດືອນ​ສິງຫາ​ຜ່ານ​ມາ.

 

ແຂວງ​ອັດຕະ​ປື​ແມ່ນ​ໜຶ່ງ​ໃນ 4 ແຂວງ​ພາກ​ໃຕ້​ຂອງ​ລາວ​ ທີ່​ມີ​ເງື່ອນໄຂ​ຫຼາຍ​ດ້ານ​ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ທັງ​

ພາຍ​ໃນ ແລະ ຕ່າງປະເທດ ໂດຍ​ສະເພາະ​ແມ່ນ​ຂະແໜງ​ພະລັງງານ ແລະ ບໍ່​ແຮ່ ທີ່​ປະຈຸ​ບັນ​ມີ​ຫຼາຍ​ແຮ່​ທາດ​ຍັງ​ບໍ່​ທັນ​

ໄດ້​ຮັບ​ການ​ຂຸດ​ຄົ້ນ ແລະ ສີ່ງ​ທີ່​ກຳລັງ​ເປັນ​ແມ່​ແຮງ​ດຶງ​ດູດ​ນັບ​ແຕ່​ຕົ້ນ​ເດືອນ​ຜ່ານ​ມາ​ຈົນ​ເຖິງ​ຂະນະ​ນີ້ ​ກໍແມ່ນ​ຫີນ​

ອ່ອນ ແລະ ຫີນ​ປະດັບ ໂດຍ​ມີ​ບໍລິສັດ​ສົນໃຈ​ເຂົ້າ​ສຳ​ຫຼວດ​ທັງ​ໝົດ 100 ກວ່າຫົວໜ່ວຍ ຈາກ​ພາຍ​ໃນ ແລະ ຕ່າງປະ

ເທດ.

 

ທ່ານ ສີ​ສະຫວັນ ຈັນທະ​ໄພບູນ ຫົວໜ້າພະແນກ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງ ໄດ້​ເປີດ

ເຜີຍ​ຕໍ່ທີມ​ຂ່າວ​ເສດຖະກິດ​ ຜ່ານ​ໂທລະສັບ​ເມື່ອ​ວັນ​ທີ 2 ກັນຍາ​ນີ້​ວ່າ: ໃນ​ຈຳນວນ​ທັງ​ໝົດ​ນັ້ນ​ແຂວງ​ອະນຸຍາດ​ໄປ

​ແລ້ວ​ກວ່າ 40 ບໍລິສັດພາຍ​ໃນ ແລະ ບັນດາ​ແຂວງ​ອ້ອມ​ຂ້າງ ທີ່​ໄດ້​ວາງເງິນ​ຄ້ຳປະກັນ​ບໍລິສັດ​ລະ​ປະມານ 400 ລ້ານ

​ກີບໃນ​ເນື້ອທີ່​ຜູ້​ລະ 5 ເຮັກຕາ ຈາກ​ທັງ​ໝົດ​ທີ່​ສາມາດ​ເບິ່ງ​ເຫັນ​ດ້ວຍ​ຕາ​ເປົ່າ 1.020 ເຮັກຕາ ໂດຍ​ໃນ​ເດືອນ​ນີ້​ຈະ​

ໃຫ້​ຜົນ​ສະຫຼບ​ການ​ສຳ​ຫຼວດ​ບາງ​ບໍລິສັດ​ໃນ​ເບື້ອງ​ຕົ້ນ ຊຶ່ງ​ມີ​ພະນັກງານ​ຂອງ​ລັດ​ຕາງໜ້າ​ແຕ່ລະໜ່ວຍ​ງານ​ເຂົ້າ​ຕິດ

ຕາມ​ນຳ.

 

ຢ່າງໃດ​ກໍຕາມ ທ່ານ ສີ​ສະຫວັນ ຈັນທະ​ໄພບູນ ກ່າວ​ວ່າ: ປະຈຸ​ບັນ​ແມ່ນ​ໄດ້​ເລີ່ມ​ຫ້າມ​ປະຊາຊົນບໍ່ໃຫ້​ເຂົ້າ​ໄປ​ຂຸດ​ຫີນ​ທີ່

​ອະນຸຍາດ​ ໃຫ້ບໍລິສັດເຂົ້າ​ສຳ​ຫຼວດ​ແລ້ວ ແຕ່​ໄດ້​ມີ​ການ​ປຸກລະດົມ​ປະຊາຊົນ​ຜູ້​ທີ່​ເຄີຍ​ໄປ​ຂຸດ​ຫີນ​ດັ່ງກ່າວມາ​ຂາຍ ​ໃຫ້​

ເຂົ້າ​ໄປ​ສະໝັກ​ເປັນ​ກຳມະກອນ​ນຳ​ບໍລິສັດ​ສຳ​ຫຼວດ ທີ່​ອາດ​ຈະ​ສ້າງເສດຖະກິດ​ເຂົ້າ​ຄອບຄົວ​ໄດ້​ດີ​ກວ່າ ຊຶ່ງ​ບໍລິສັດ​ໜຶ່ງ

​ແມ່ນ​ມີ​ຄວາມ​ຕ້ອງການ​ພະນັກງານ​ຈຳນວນ 15 ຄົນ ເປັນ​ຢ່າງ​ຫນ້ອຍ ຂະນະ​ທີ່​ປະຈຸ​ບັນ ເພື່ອ​ຫຼີກ​ເວັ້ນ​ບັນຫາ​ຄວາມ

ສັບສົນ​ ທາງ​ແຂວງ​ໄດ້​ກຳນົດ​ລາຄາ​ຊື້-ຂາຍ​ຫີນ​ອ່ອນ​ໄວ້​ ທີ່​ລາຄາ​ຕ່ຳ​ສຸດ​ບໍ່​ໃຫ້​ຫຼຸດ 40 ພັນ​ກີບ​ຕໍ່​ກິໂລ ຫຼື 1 ໂຕນ​ປະມານ

40-50 ລ້ານ​ກີບ.

 

ສຳລັບ​ພູ​ກາງ​ໂຮງ​ເຂດ​ທີ່​ມີ​ຫີນ​ອ່ອນ​ ແມ່ນ​ເປັນ​ຈຸດ​ຫ່າງ​ໄກ​ທຸລະກັນດານ​ ຕ້ອງ​ຍ່າງ​ເທົ່າ​ນັ້ນ​ຈຶ່ງ​ຈະ​ເຂົ້າ​ເຖິງ ໂດຍ​ໃຊ້​ເວ

ລາ​ປະມານ 5 ມື້​ໃນ​ການ​ເດີນທາງ​ໄປ​ກັບ ຊຶ່ງ​ຫ່າງ​ຈາກ​ເທສະບານ​ເມືອງ​ພູ​ວົງ​ປະມານ 40 ກິໂລ​ແມັດ ແລະ ຫ່າງ​ຈາກ​ເທ

ສະບານ​ແຂວງ​ອັດຕະປື​ ລົງ​ໄປ​ທາງ​ຊາຍ​ແດນ​ກຳປູເຈຍ​ປະມານ 50-60 ກິໂລ​ແມັດ.

 

ແຫຼ່ງຂ່າວ: ເສດຖະກິດ – ສັງຄົມ