spot_img
Homeຂ່າວພາຍ​ໃນອັນດັບສໍ້ລາດບັງຫຼວງຂອງລາວຢູ່ທີ່ 135 ເພີ່ມຂຶ້ນ 12 ອັນດັບ ໃນປີ 2017

ອັນດັບສໍ້ລາດບັງຫຼວງຂອງລາວຢູ່ທີ່ 135 ເພີ່ມຂຶ້ນ 12 ອັນດັບ ໃນປີ 2017

Published on

ມື້ວານນີ້ (22 ກຸມພາ 2018) transparency.org ຂອງອົງກອນຄວາມໂປ່ງໃສນານາຊາດ ໄດ້ເຜີຍແຜ່ດັດຊະນີການຮັບຮູ້ການສໍ້ລາດບັງຫຼວງ ປະຈຳປີ 2017 ( Corruption Perception Index-CPI ຫຼື ຊີພີໄອ ) ເຊິ່ງຈະເປີດເຜີຍໃຫ້ເຫັນພາບລັກການສໍ້ລາດບັງຫຼວງຂອງພາກລັດໃນທົ່ວໂລກປະຈຳປີ 2017 ເຊິ່ງເປັນການຈັດອັນດັບ 180 ປະເທດໃນທົ່ວໂລກ.

ຜົນປະກົດວ່າ ໃນຄັ້ງນີ້ ປະເທດລາວໄດ້ຄະແນນຊີພີໄອຫຼຸດລົງຈາກປີກ່ອນ 1 ຄະແນນ ຄື 29 ຄະແນນ ຈາກຄະແນນເຕັມ 100 ຄະແນນ ເຮັດໃຫ້ມາຢູ່ອັນດັບທີ 135 ຈາກປີກ່ອນ (2016) ທີ່ໄດ້ 30 ຄະແນນ ແລະ ຢູ່ອັນດັບທີ 123.

ຂະນະດຽວກັນ ປະເທດນິວຊີແລນ ກໍ່ຂຶ້ນເປັນອັນດັບໜຶ່ງດ້ວຍຄະແນນຊີພີໄອ 89 ຄະແນນ ຕາມດ້ວຍປະເທດເດນມາກທີ່ເຄີຍໄດ້ອັນດັບໜຶ່ງໃນປີ 2016 ຕາມດ້ວຍປະເທດຟິນແລນອັນດັບທີ 3, ປະເທດນໍເວອັນດັບທີ 4 ແລະ ປະເທດສະວິດເຊີແລນອັນດັບທີ 5.

ສ່ວນປະເທດໃນອາຊີຕາເວັນອອກສ່ຽງໃຕ້ທີ່ໄດ້ຄະແນນຫຼາຍກວ່າລາວປະກອບມີ ສິງກະໂປ 84 ຄະແນນ ຢູ່ອັນດັບທີ 6, ຕີມໍເລສເຕ 38 ຄະແນນ ຢູ່ອັນດັບທີ 91, ມາເລເຊຍ 47 ຄະແນນ ຢູ່ອັນດັບທີ 62, ໄທ ແລະ ອິນໂດເນເຊຍ 37 ຄະແນນ ຢູ່ອັນດັບ 96, ຫວຽດນາມ 35 ຄະແນນ ອັນດັບ 107, ຟິລິບປິນ 34 ຄະແນນ ອັນດັບ 111, ມຽນມາ 30 ຄະແນນ ຢູ່ອັນດັບທີ 130.ສ່ວນປະເທດອາຊຽນທີ່ມີຄະແນນໜ້ອຍກວ່າລາວໄດ້ແກ່ ກຳປູເຈຍ 21 ຄະແນນ ຢູ່ອັນດັບ 161.

ການທີ່ຄະແນນຂອງປະເທດລາວຫຼຸດລົງຈາກ 30 ມາເປັນ 29 ໃນປີ 2017 ກໍຍິ່ງເຮັດໃຫ້ລາວຢູ່ຫ່າງຈາກຄ່າສະເລ່ຍຂອງໂລກເຊິ່ງ trasparency.org ກຳນົດໄວ້ທີ່ 43 ຄະແນນ.

 

ແຫ່ງຂ່າວ : transparency.org ແລະ ມ່ວນສະນຸກ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...