Homeຂ່າວພາຍ​ໃນລັດ​ສັ່ງ​ຢຸດຕິ​​ນຳ​​ເຂົ້າ​​ອຸປະກ​ອນ ​ແລະ ຈານ​ດາວທຽມ​ທຸກ​ຊະນິ​ດຊົ່ວຄາວ

ລັດ​ສັ່ງ​ຢຸດຕິ​​ນຳ​​ເຂົ້າ​​ອຸປະກ​ອນ ​ແລະ ຈານ​ດາວທຽມ​ທຸກ​ຊະນິ​ດຊົ່ວຄາວ

Published on

ລັດ​ຖະບາ​ນໄດ້ອອກ​ແຈ້ງ​ການສັ່ງ​ຢຸດ​ຕິ​ການ​ນຳ​ເຂົ້າ​ອຸປະກອນ ​​ແລະ ​ຈານ​ດາວ​ທຽມທຸກ​ຊະນິດຊົ່ວຄາວ​, ພາຍຫລັງກວດ​ພົບ​ວ່າມີ​ການ​ນຳ​​ເຂົ້າ​ເຄື່ອງ​ປະ​ເພດ​ດັ່ງກ່າ​ວ​ແບບ​ບໍ່​ຖືກຕ້ອງ​ຕາມລະບຽບ​ກົດໝາຍ​ ແລະ ໄດ້ສົ່ງຜົນກະທົບ​ຕໍ່ຜູ້ລົງທຶນ​ພາຍ​ໃນ,​ ​​ຂະນະ​ດຽວ​ກັນກະຊວງຖະແຫລງຂ່າວ​, ວັດທະນະທຳ​ ແລະ​ທ່ອງ​ທ່ຽວ ​​ກໍ່ໄດ້ອອກ​ແຈ້ງການເຖິງ​ບັນ​ດາ​ຫົວໜ່ວຍ​ທຸລະ​ກິດ​ໃຫ້​​ປະ​ຕິ​ບັດ​, ສ່ວນ​ປະ​ຕູຂາ​ເຂົ້າທົ່ວ​ປະ​ເທດ ກົມພາສີ​​ກໍ່​ໄດ້ມີ​ແຈ້ງ​ການໃຫ້ສະກັດ​ກັ້ນ ແລະ ກວດກາ​​ເຂັ້ມ​ງວດ​ຕໍ່​ສິນຄ້າປະເພດ​ດັ່ງກ່າວ.

ຕາມ​ແຈ້ງການ​ຂອງ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີສະບັບ​ເລກທີ 1989/ຫສນຍ.ກຄສ, ລົງ​ວັນ​ທີ 14 ທັນວາ​ 2017 ວ່າ: ​ໃຫ້​ຢຸດຕິ​ຊົ່ວຄາວ​ການ​ນຳ​ເຂົ້າ​ຈານ​ດາວ​ທຽມ ​ແລະ ​ອຸປະກອນ​ຮັບ​ສັນຍານ​ໂທລະ​ພາບ​ຜ່ານ​ດາວ​ທຽມ​ຂອງ​ຕ່າງປະ​ເທດ, ພ້ອມ​ມອບ​ໃຫ້​ກະຊວງ​ອຸດສາຫະກຳ​ ແລະ ​ການ​ຄ້າປະສານສົມທົບ​ກັບ​ຂະ​ແໜງ​ການ​​ກ່ຽວຂ້​ອງອື່ນໆໃນການກວ​ດກາ​ຄືນບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ນຳ​ເຂົ້າ ​ແລະ ​ຈຳໜ່າຍ​ກ່ອງ​ຮັບ​ສັນຍານ​ດາວ​ທຽມ ​ແລະ​ ຈານ​ດາວ​ທຽມ ວ່າ​ໄດ້​ຮັບອະນຸຍາດ​ ​ແລະ ​​​ໄດ້ເສຍ​ພາສີຢ່າງຖືກຕ້ອງຫລືບໍ່?, ພ້ອມທັງ​ໃຫ້​ຂື້ນ​ທະບຽນ​ວິ​ສາ​ຫະກິດ​ຖືກຕ້ອງ ​ແລະ ກວ​ດກາ​ວ່າຜະລິດ​ຕະພັນ​ທີ່ນຳ​ມາວາງ​ຂາຍ​ນັ້ນ​ໄດ້​ຕາມ​ມາດຕະຖານ​ທີ່​ກະຊວງ​ໄປສະນີ​, ໂທລະ​ຄົມມະນາຄົມ​ ​ແລະ ​ການ​ສື່ສານ​ກຳນົດຫລືບໍ່. ສ່ວນ​​ລາຍການ​ທີ່​ບັນຈຸຢູ່​​ໃນອຸປະກອນ​ຮັບ​ສັນຍານ​ໂທລະພາບ​ຜ່ານ​ດາວ​ທຽມ ຕ້​ອງ​ໄດ້​ຮັບ​ການ​ອະນຸ​ຍາດ​ຈາກ​ກະຊວງ​ຖະແຫລງຂ່າ​ວ, ວັດ​ທະນະ​ທຳ ​ແລະ ​ທ່ອງ​ທ່ຽວ​ເສຍ​ກ່ອນ.

ເພື່ອເປັນການປະຕິບັດແຈ້ງການຂອງຫ້ອງວ່າການໃຫ້ມີປະສິດທິຜົນດີຂຶ້ນ, ຫ້ອງການກະຊວງ​ຖະແຫລ່ງຂ່າ​ວ, ວັດ​ທະນະ​ທຳ​ ແລະ ​ທ່ອງ​ທ່ຽວ ກໍ່ອອກ​ແຈ້ງ​ການ​ສະບັບ​ເລກທີ 55/ຫກ, ລົງ​ວັນ​ທີ 1​ ກຸ​ມພາ 2018 ໂດຍລະບຸວ່າ: ບໍລິສັດ, ຫ້າງ​ຮ້ານ, ຕົວ​ແທນ​ຈຳ​ໜ່າຍ​ບຸກຄົນ, ນິຕິບຸກຄົນ ​ແລະ ​ອົງການຈັດ​ຕັ້ງ​ທຸກ​ພາກ​ສ່ວນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ທີ່​ເຮັດ​ທຸລະ​ກິດ​ດ້ານ​ການ​ນຳ​ເຂົ້າ​, ຈຳໜ່າຍແລະ​ ບໍລິການ​ຕິດ​ຕັ້ງ​ຈານ​ຮັບ​ດາວ​ທຽມ​ທຸກ​ຊະນິດ​ໃຫ້​ຢຸ​ດຕິ​ການ​ນຳ​ເຂົ້າ​ນັບ​ແຕ່​ວັນ​ທີ 1 ​ກຸມ​ພາ 2018 ​ເປັນ​ຕົ້ນ​ໄປ, ພ້ອມ​ທັງ​ເນັ້ນ​ໃຫ້​ຜູ້​ປະກ​ອບ​ການຢູ່​ນະຄອນຫລວງ​ໃຫ້​ມາແຈ້ງ​ຢູ່​ພະ​ແນ​ກດາວ​ທຽມກົມ​ສື່​ມວນ​ຊົນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫລື ​ພະ​ແນ​ກຖະແຫລງຂ່າວ, ​ວັດທະ​ນະ​ທຳ​ ແລະ ​ທ່ອງ​ທ່ຽວ ​ນະຄອນຫລວງ​ວຽງຈັນ. ສ່ວນ​ຢູ່​ຕ່າງ​ແຂວງ​ໃຫ້​ແຈ້ງ​ຢູ່​ພະ​​ແນ​ກຖະແຫລງຂ່າວ, ວັ​ດທະນະ​ທຳ​ ແລະ ​ທ່ອງ​ທ່ຽວ​ແຂວງ.

ແລະຫລ້າ​ສຸດ, ກົມ​ພາສີ​ກະຊວງ​ການ​ເງິນ​ກໍ​ອອກ​ແຈ້ງ​ການ​ຕື່ມອີກ​ ສະບັບເລກທີ 00634/ກພສ, ລົງ​ວັນ​ທີ 8 ​​ກຸມພາ 2018 ວ່າ: ​ໃຫ້ກອງ​ຄຸ້ມຄອງ​ພາສີ​ທົ່ວ​ປະ​ເທດຊີ້​ນຳ​ດ່ານ​ຊາຍ​ແດນ​ໃນ​ການ​ຄຸ້ມ​ຄອງ, ກວດກາການ​ນຳ​ເຂົ້າ​ສິນຄ້າ​ປະ​ເພດ​ຈານ​ດາວ​ທຽມ ​ແລະ ​ອຸປະກອນ​ເຄື່ອງຮັບ​ສັນຍານ​ໂທ​ລະ​ພາບ​ຜ່ານ​ດາວ​ທຽ​ມທຸກ​ຊະນິດຂອງ​ບຸກຄົນ​, ນິຕິບຸກຄົນ​, ອົງການ​ຈັດ​ຕັ້ງ​ທຸກ​ພາກສ່ວນ, ບໍລິສັດ​,ຫ້າງ​ຮ້ານ ​ແລະ ​ຕົວ​​ແທນ​ຈຳ​ໜ່າຍຜ່ານ​ດ່ານ​ພາສີ​ຊາຍ​ແດນ​ແມ່ນ​ໃຫ້​ໂຈະ​ການນຳ​ເຂົ້າ​ຊົ່ວຄາວ, ຖ້າ​​ຕ້ອງການນຳ​ມາ​ເພື່ອ​ຊົມ​ໃຊ້​ ແລະ​ ຈຳໜ່າຍ​ພາຍ​ໃນ​ຕ້ອງ​​ໄດ້​ຮັບ​ອະນຸຍາດ​ຈາກ​ຂະ​ແໜງ​ການ​​ກ່ຽວ​ຂ້ອງ​ເສຍ​ກ່ອນ. ທັງ​ນີ້​ກໍເພື່ອ​ປັບ​ເຂົ້າ​ສູ່​ລະບົບ ​ແລະ ​ຫັນ​ເປັນ​ນິຕິ​ກຳ​ນຳ​ໃຊ້ເຂົ້າ​ໃນ​ການບໍລິການ ​ແລະ ​​ການ​ຄຸ້ມ​ຄອງລະ​ບົບດາວ​ທຽວ​ລາວ​ໃຫ້​ສຳ​ເລັດຕາມ​ແຜນວາງໄວ້.

 

ແຫລ່ງຂ່າວ: ລາວພັດທະນາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...