ວັນທີ 16 ກຸມພາ 2018 ທີ່ຫໍວັດທະນະທຳແຫ່ງຊາດ ກອງປະຊຸມວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ໄດ້ສຳເລັດຢ່າງຈົບງາມ ໂດຍການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ.
ວຽກງານ ຖວທ ຍັງສືບຕໍ່ເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ ສ້າງໂອກາດເງື່ອນໄຂອຳນວຍຄວາມສະດວກໃຫ້ວຽກງານ ຖວທ ທົ່ວປະເທດພ້ອມນີ້ ກໍ່ຈະປັບປຸງແຜນວຽກຈຸດສຸມຂະແໜງ ຖວທ ປີ 2018 ໂດຍກຳນົດຄາດໝາຍລະອຽດ ແຕ່ລະວຽກໃຫ້ສອດຄ່ອງສືບຕໍ່ຍົກລະດັບວຽກງານສື່ມວນຊົນຈາກລະບົບອານາລ໋ອກ ໄປສູ່ລະບົບດີຈີຕອນໃຫ້ໄດ້ 1 ແຂວງ ຂະຫຍາຍຕາໜ່າງໂທລະໂຄ່ງໃຫ້ໄດ້ 250 ບ້ານ ສ້າງຄອບຄົວວັດທະນະທຳ 30.000 ຄອບຄົວ ບ້ານວັດທະນະທຳ 200 ບ້ານ ຊຸກຍູ້ຕິດຕາມການນຳສະເໜີທົ່ງໄຫຫີນ ແຂວງຊຽງຂວາງ ແລະ ພູຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກ ຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນປີທ່ອງທ່ຽວລາວ 2018 ໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວທົ່ວປະເທດບໍ່ໃຫ້ຫຼຸດ 5 ລ້ານຄົນ ແລະ ສ້າງລາຍຮັບໃຫ້ໄດ້ປະມານ 900 ລ້ານໂດລາສະຫະລັດ ຫຼື ປະມານ 7.200 ຕື້ກີບ.
ໂອກາດນີ້ ທ່ານນາຍົກໄດ້ໃຫ້ກຽດໂອ້ລົມ ເນັ້ນບາງດ້ານໃຫ້ຂະແໜງ ຖວທ ສຸມໃສ່ແກ້ໄຂ ເປັນຕົ້ນ ຕ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ສອດຄ່ອງ ແລະ ແທດເໝາະກັບວຽກງານຕົວຈິງໃນໄລຍະໃໝ່ ກຳແໜ້ນແນວທາງນະໂຍບາຍ ຮູ້ນຳໃຊ້ ຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ໄປຕາມແນວທາງ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ໂດຍສ້າງເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກ ສ້າງກິດຈະກຳ ໂຄສະນາເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ຊຸກຍູ້ສົ່ງເສີມການຜະລິດເຄື່ອງທີ່ລະນຶກໃຫ້ມີຫຼາຍສີສັນ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ກໍ່ຄືປະເທດຊາດໂດຍລວມ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນທັງປະລິມານ ແລະ ຄຸນະພາບ.
ແຫລ່ງຂ່າວພາຍໃນປະເທດ ວຽງຈັນໃຫມ່

