spot_img
Homeຂ່າວຕ່າງປະເທດເກີດເຫດດິນຍຸບຕົວລົງຂະຫນາດໃຫຍ່ໃນເມືອງຫລວງປະເທດອີຕາລີ

ເກີດເຫດດິນຍຸບຕົວລົງຂະຫນາດໃຫຍ່ໃນເມືອງຫລວງປະເທດອີຕາລີ

Published on

ດິນຍຸບຢູ່ໃຈກາງນະຄອນຫລວງໂຣມ ຂອງອີຕາລີ ເຮັດໃຫ້ມີຍານພາຫະນະຕົກລົງໄປ 7 ຄັນ ແລະ ຕ້ອງອົບພະຍົບປະຊາຊົນຫລາຍສິບຄອບຄົວອອກນອກພື້ນທີ່.

ດິນຫຍຸບດັ່ງກ່າວເກີດຂື້ນທີ່ເຂດ Balduina ທາງຕາເວັນຕົກສຽງເຫນືອຂອງນະຄອນຫລວງໂຣມ ຂອງແລງວັນພຸດທີ່ຜ່ານມາ ມີຄວາມເລຶກ 10 ແມັດ ແລະກວ້າງ 15 ແມັດ, ປະຈຸບັນແມ່ນບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ແຕ່ເຈົ້າຫນ້າທີ່ກູ້ໄພຕ້ອງປິດກັ້ນພື້ນທີ່ ແລະອົບພະຍົບປະຊາຊົນ 22 ຄອບຄົວອອກຈາກອາຄານ 2ຫລັງທີ່ຢູ່ໃກ້ຄຽງໂດຍດ່ວນ ເພື່ອຄວາມປອດໄພລະຫວ່າງລໍຖ້າໃຫ້ເຈົ້າຫນ້າທີ່ກວດສອບຄວາມຫມັ້ນຄົງຂອງອາຄານ ແລະສອບສວນຫາສາເຫດດັ່ງກ່າວ.

ດິນຍຸບແມ່ນຢູ່ໃກ້ກັບສະຖານທີ່ກໍ່ສ້າງ ທີ່ກຳລັງມີການຮື້ຖອນອາຄານ ຕັ້ງແຕ່ເດືອນຕຸລາ ປີທີ່ແລ້ວ ເພື່ອສ້າງອາຄານຫລັງໃຫມ່, ພື້ນທີ່ດັ່ງກ່າວແມ່ນຢູ່ໃກ້ກັບສະຖານທີ່ກໍ່ສ້າງ ທີ່ກຳລັງມີການຮື້ຖອນອາຄານ ຕັ້ງແຕ່ເດືອນຕຸລາຄົມປີທີ່ແລ້ວ ເພື່ອສ້າງອາຄານຫລັງໃຫມ່ ແລະບ່ອນຈອດລົດໃຕ້ດິນ ບໍລິເວນດັ່ງກ່າວເຄີຍເກີດດິນຍຸບແລ້ວ ແລະມີນໍ້າຮົ່ວໄຫລ ມີລາຍງານວ່າກ່ອນເກີດເຫດ 1 ມື້, ແມ່ນມີຝົນຕົກຫນັກຫລາຍໃນນະຄອນຫລວງໂຣມ ຊື່ງອາດຈະມີສ່ວນກ່ຽວຂ້ອງທີ່ເຮັດໃຫ້ເກີດດິນຍຸບໃນຄັ້ງນີ້.

ແຫລ່ງຂ່າວຕ່າງປະເທດ: CH3

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...