spot_img
Homeຂ່າວພາຍ​ໃນນະຄອນຫຼວງມີສູນບຳບັດຢາເສບຕິດ ຢູ່ທຸກໂຮງໝໍຂອງເມືອງ

ນະຄອນຫຼວງມີສູນບຳບັດຢາເສບຕິດ ຢູ່ທຸກໂຮງໝໍຂອງເມືອງ

Published on

ຢາເສບຕິດເປັນພິດຮ້າຍ ເປັນອັນຕະລາຍຕໍ່ຊີວິດ ຊັບສິນ ແລະອະນາຄົດຂອງຊາດ. ດັ່ງນັ້ນ, ບັນຫາຢາເສບຕິດຈຶ່ງຖືກເອົາໃຈໃສ່ແກ້ໄຂທຸກວິທີທາງ ທັງການປາບປາມແລະການປິ່ນປົວຄົນທີ່ຕິດຢາເສບຕິດ ແລະຖືວ່າຄົນທີ່ຕິດຢາເສບຕິດເປັນຄົນເຈັບປະເພດໜຶ່ງ ດັ່ງນັ້ນ, ຄະນະກຳມະການຕ້ານແລະສະກັດກັ້ນຢາເສບຕິດ ໂດຍໄດ້ຮັບການສະໜັບສະໜຸນຈາກອົງການສາກົນຈຳນວນໜຶ່ງ ໄດ້ສ້າງຕັ້ງສູນໃຫ້ຄຳປຶກສາແລະປິ່ນປົວຜູ້ຕິດຢາເສບຕິດຂຶ້ນທຸກໂຮງໝໍເມືອງ ໃນນະຄອນຫຼວງວຽງຈັນ, ສ່ວນຢູ່ຕ່າງແຂວງມີຢູ່ໂຮງໝໍເມືອງຄຳເກີດແລະໂຮງໝໍເມືອງທ່າພະຍາດ ແຂວງບໍລິຄຳໄຊ, ໂຮງໝໍເມືອງໂພນໂຮງ ແຂວງວຽງຈັນ ເປັນຕົ້ນ.

ການໃຫ້ຄຳປຶກສາແລະປິ່ນປົວຈະຖືກປິດເປັນຄວາມລັບ ການປິ່ນປົວແມ່ນບໍ່ມີຄ່າໃຊ້ຈ່າຍ ມີພຽງຄ່າທຳນຽມເລັກນ້ອຍທໍ່ນັ້ນ. ຈຶ່ງເປັນເລື່ອງທີ່ດີຂອງສັງຄົມ ກໍຄືຜູ້ຕິດຢາເສບຕິດ ທີ່ຕ້ອງການເລີກຢາເສບຕິດ ເຊິ່ງສາມາດໄປຕິດຕໍ່ພົວພັນກັບໂຮງໝໍເມືອງທີ່ຕົນເອງຢູ່ໄດ້ ໂດຍບໍ່ຕ້ອງກັງວົນຫຼືຢ້ານໃຜຮູ້ ເພາະຂໍ້ມູນທັງໝົດຈະຖືກປິດເປັນຄວາມລັບ.

ແຫຼ່ງຂ່າວ: ເວັບໄຊລາວເຊວ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...