Homeຂ່າວຕ່າງປະເທດທຣັມຂູ່ຂວ້ຳບາດຈີນດ້ານການຄ້າ

ທຣັມຂູ່ຂວ້ຳບາດຈີນດ້ານການຄ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 13 ກຸມພາ 2018 ວ່າ ປະທານາທິບໍດີ ໂດນັລ ທຣັມ ກ່າວເມື່ອວັນອັງຄານວ່າເຂົາກຳລັງພິຈາລະນາ ທຸກມາດຕະການທີ່ເປັນໄປໄດ້ ທີ່ຮວມເຖິງການຂຶ້ນບັນຊີ ແລະ ຈຳກັດໂຄຕ້າຂອງອະລູມິນຽມ ແລະ ເຫຼັກກ້າຈາກຈີນ ເນື່ອງຈາກລັດຖະບານປັກກິ່ງໃຊ້ນະໂຍບາຍອຸດໜູນລາຄາ ແລະ ລົງທຶນໃນຕະຫຼາດສິນຄ້າທັງສອງຊະນິດນີ້ ຫຼາຍເກີນໄປ

ທັງນີ້ຈີນ ແລະ ເກົາຫຼີໃຕ້ ລ້ວນຢູ່ໃນບັນຊີລາຍຊື່ 16 ປະເທດ ທີ່ລັດຖະບານທຣັມລະບຸວ່າ ເອົາປຽບ ດ້ານການຄ້າກັບສະຫະລັດ ໂດຍການແກ້ໄຂການຂາດດຸນການຄ້າເປັນໜຶ່ງໃນວາລະແຫ່ງຊາດ ທີ່ຜູ້ນຳສະຫະລັດໃຫ້ຄຳໝັ້ນສັນຍາໄວ້ຕັ້ງແຕ່ຊ່ວງໄລຍະຫາສຽງ

ບົດຄວາມຫຼ້າສຸດ

ລາວ-ຣັດເຊຍ ສືບຕໍ່ຮ່ວມື ໃຫ້ປະກົດຜົນເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ-ການຄ້າ.

ໃນວັນທີ 21 ກໍລະກົດ2026, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ, ທ່ານ...

ສະກຸດຊີ່ທີ່ບໍ່ໄດ້ມາດຕະຖານ ສ່ຽງເປັນອັນຕະລາຍຕໍ່ສຸຂະພາບໄດ້

ສະກຸດຊີ່ (Squishy) ແມ່ນເຄື່ອງຫຼິ້ນທີ່ມີສຳຜັດນຸ້ມ ເຮັດມາຈາກໂຟມໂພລີຍູຣີເທນ (Polyurethane) ມີຄຸນສົມບັດພິເສດຄືເມື່ອບີບແລ້ວ ຈະຄ່ອຍໆຄືນຮູບກັບມາຢ່າງຊ້າໆ. ໂດຍສະກຸດຊີ່ສ່ວນຫຼາຍຈະມີຮູບຮ່າງຮຽນແບບເຂົ້າໜົມ ຫຼື ໝາກໄມ້ ແລະ ມີກິ່ນຫອມ ເຊິ່ງກຳລັງເປັນເຄື່ອງຫຼິ້ນທີ່ໄດ້ຮັບຄວາມນິຍົມໃນຊ່ວງນີ້.  ພ້ອມດຽວກັນນັ້ນ, ກໍໄດ້ມີຜູ້ປົກຄອງອອກມາເວົ້າກ່ຽວກັບ...

ສານປະຊາຊົນ ແຂວງອັດຕະປື ຕັດສິນ 9 ຈຳເລີຍ ຂໍ້ຫາລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ດໍາເນີນທຸລະກິດບໍຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ.

ໃນວັນທີ 16 ກໍລະກົດ 2026 ຜ່ານມາ, ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ພິຈາລະນາຕັດສີນ ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20...

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...