spot_img
Homeຂ່າວຕ່າງປະເທດສະຫະລັດ ກັບ ກຳປູເຈຍ ຕົກລົງກັນກ່ຽວກັບການເນລະເທດຄົນ

ສະຫະລັດ ກັບ ກຳປູເຈຍ ຕົກລົງກັນກ່ຽວກັບການເນລະເທດຄົນ

Published on

ສະຫະລັດ ໄດ້ເຈລະຈາຂໍ້ຕົກລົງສະບັບຫນຶ່ງເພື່ອສືບຕໍ່ໍ່ການເນລະເທດ ຄົນ ກຳປູເຈຍ ເຊິ່ງຫຼາຍຄົນໄດ້ເດີນທາງເຂົ້າມາ ສະຫະລັດ ໃນຖານະອົບພະຍົບ, ພາຍໃຕ້ໂຄງການຕັ້ງຖິ່ນຖານໃໝ່ທີ່ເປັນບັນຫາ.

ພາຍໃຕ້ຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດນັ້ນ ປະຊາຊົນ ກຳປູເຈຍ ຫຼາຍຮ້ອຍຄົນ ທີ່ຖືກສົ່ງກັບຄືນປະເທດຈາກ ສະຫະລັດ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາໄດ້ແຕກຫັກລົງໃນປີກາຍນີ້ ເມື່ອມີລາຍງານວ່າ ລັດຖະບານພະນົມເປນ ໄດ້ຢຸດຮັບເອົາພວກ ທີ່ເດີນທາງກັບຄືນປະເທດນັ້ນ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ຕອບໂຕ້ຄືນ ດ້ວຍການວາງມາດຕະການລົງໂທດກ່ຽວກັບ ການອອກວີຊາຕໍ່ບັນດາເຈົ້າໜ້າທີ່ກະຊວງ ການຕ່າງປະເທດໃນເດືອນກັນຍາປີກາຍນີ້ ແລະ ໃນວັນສຸກທີ່ຜ່ານມາ, ບັນດາເຈົ້າໜ້າທີ່ ກຳປູເຈຍ ໄດ້ອ່ອນຍອມຕໍ່
ຂໍ້ສະເໜີເພື່ອຍົກເລີກການຫ້າມພວກນັ້ນ.

 

ຂໍ້ຕົກລົງສະບັບຫຼ້າສຸດໄດ້ມີຂຶ້ນໃນຂະນະທີ່ໂຄງການເນລະເທດ ໄດ້ປະເຊີນກັບການກວດສອບ ທ່າມກາງການກ່າວຫາຕ່າງໆຈາກພວກຖືກເນລະເທດວ່າບັນດາເຈົ້າໜ້າທີ່ ກຳປູເຈຍ ໄດ້ໃຊ້ຂະບວນການຕ່າງໆ ເພື່ອຂົ່ມຂູ່ເອົາເງິນສິນບົນໃນສູນກັກຂັງສະຫະລັດ.

ບົດຄວາມຫຼ້າສຸດ

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...