Homeຂ່າວພາຍ​ໃນອັດຕະປືຈັບຜູ້ລັກລອບຕັດໄມ້ລຽບຊາຍແດນໄດ້ 4 ຄົນ ພ້ອມຂອງກາງຈຳນວນຫຼາຍ

ອັດຕະປືຈັບຜູ້ລັກລອບຕັດໄມ້ລຽບຊາຍແດນໄດ້ 4 ຄົນ ພ້ອມຂອງກາງຈຳນວນຫຼາຍ

Published on

ມື້ນີ້, ວັນທີ 6 ກຸມພາ 2018 ລາຍງານຂ່າວຈາກແຂວງອັດຕະປືໃຫ້ຮູ້ວ່າ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແລະ ປກສ ແຂວງອັດຕະປື ໄດ້ອອກເຄື່ອນໄຫວສະກັດກັ້ນ ແລະ ປາບປາມ ຂະບວນການລັກລອບຕັດໄມ້ ເຂດນ້ຳຊວນ, ພູຍາງ ເມືອງພູວົງແຂວງອັດຕະປື ບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ກຳປູເຈຍ ເຊິ່ງສາມາດກັກລົດໄຖ ໄດ້ 3 ຄັນ, ໄມ້ 33 ແມັດກ້ອນ ແລະ ກັກຜູ້ລັກລອບໄດ້ 4 ຄົນ ພ້ອມນຳສົ່ງໃຫ້ແຂວງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ນີ້ແມ່ນໂສມໜ້າຂອງຜູ້ລັກລອບຕັດໄມ້ ທີ່ເຈົ້າໜ້າທີ່ແຂວງອັດຕະປືສາມາດຈັບໄດ້
ຄະນະເຈົ້າໜ້າທີ່ປ່າໄມ້ ທີ່ເຂົ້າຈັບກຸມຜູ້ກະທຳຜິດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...