ຄວາມງາມຂອງຈັນທະຄາດເຕັມດວງໃນຮອບ 152 ປີ

ຈັນທະຄາດເຕັມດວງໃນວັນທີ 31 ມັງກອນ 2018 ເວລາ 17:51 ນາທີເປັນຕົ້ນໄປ ແມ່ນຄັ້ງທຳອິດໃນຮອບ 152 ປີ ຊ່ວງເວລາທີ່ຫລາຍຄົນຈົດຈໍ່ລໍຖ້າເພີື່ອຮັບຊົມປະກົດການທາງທຳມະຊາດ ດວງຈັນເປັນສີແດງດັ່ງກ່າວ ເນື່ອງຈາກແສງສະທ້ອນຈາກດວງອາທິດກະທົບກັບເດືອນ ທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ.

ຫນ້າເສຍດາຍທີ່ ສປປ ລາວເຮົາບໍ່ສາມາດເບີ່ງພະຈັນສີເລືອດນີ້ໄດ້ ຈາກສະພາບອາກາດທີ່ຜັນແປ ແລະ ທ້ອງຟ້າບໍ່ເປີດຮັບ ແຕ່ທ່ານສາມາດຮັບຊົມປະກົດການດັ່ງກ່າວຜ່ານທາງຮູບພາບທີ່ທາງເຮົາໄດ້ນຳມາຝາກເຖີງຄວາມງາມຂອງຈັນທະຄາດເຕັມດວງ ຫລື ດວງຈັນສີເລືອດຈາກຫລາຍໆປະເທດໄດ້.

ປະກົດການຈັນທະຄາດ ຫລື ພະຈັນສີເລືອດ.

ຈັນທະຄາດສີເລືອດທີ່ ແຂວງ ຮາສຊາ ໃນເມືອງ ຮາເຕຍ໌ ໃກ້ຊາຍແດນລະຫວ່າງຊີຣີ ແລະ ຕວັກກີ.
         ນະຄອນອິສຕັນບູ ປະເທດຕວັກກີ.

         ເມືອງບັງກາລໍ ປະເທດ ອິນເດຍ.

ທາງຕອນເຫນືອປະເທດນອກແວ.

ເຢໂຣໄນລ໌ ປະເທດການາດາ.

ແຫລ່ງຂ່າວຕ່າງປະເທດ TRN.