Homeຂ່າວພາຍ​ໃນລູກຄ້າໂວຍ ຖືກສູນຕັດສັນຍານເບີໂທງາມ

ລູກຄ້າໂວຍ ຖືກສູນຕັດສັນຍານເບີໂທງາມ

Published on

ສຳນັກຂ່າວລາວໂພດ ໄດ້ຮັບຂໍ້ຄວາມຈາກຜູ້ໃຊ້ໂທລະສັບທ່ານໜຶ່ງ ທີ່ບໍ່ປະສົງອອກນາມ ໄດ້ລາຍງານວ່າເບີໂທເລກງາມຂອງຕົນຖືກສູນໂທລະສັບ ຢູນິເທວ ຕັດ ເພື່ອເອົາເບີຄືນ ຍ້ອນບໍ່ໃຊ້ເບີດັ່ງກ່າວຕິດຕໍ່ກັນດົນ.

ລູກຄ້າຄົນດັ່ງກ່າວເລົ່າວ່າ ຕົນເອງໄດ້ຊື້ເບີງາມດັ່ງກ່າວ ເມືື່ອ 2 ປີກ່ອນ ດ້ວຍເງິນ 2,000,000 ກີບ ໂດຍໄດ້ມີການລົງທະບຽນຄັກແນ່ ແຕ່ຕໍ່ມາຕົນເອງບໍ່ມີໂອກາດໄດ້ໃຊ້ເບີດັ່ງກ່າວ ແຕ່ວ່າໄດ້ຕື່ມເງິນໄວ້ເປັນໄລຍະໆ ແລະຕໍ່ມາປະມານ 4-6 ເດືອນ ຕົນເອງພັດບໍ່ໄດ້ຕື່ມເງິນໄວ້ອີກ ເມື່ອມາລອງໂທເຂົ້າຈຶ່ງໄດ້ຮູ້ວ່າ ເບີດັ່ງກ່າວນັ້ນບໍ່ໄດ້ມີໃນລະບົບແລ້ວ (ຖືກຕັດແລ້ວ). ເມື່ອເປັນເຊັ່ນນັ້ນ ຈຶ່ງໄດ້ເຂົ້າໄປຫາສູນ ເພື່ອຂໍເປີດນໍາໃຊ້ຄືນ ໂດຍນຳເອົາຫຼັກຖານຄື ບັດປະຈຳຕົວ ແລະ ເບີໂທອອກຫຼ້າສຸດ ເຂົ້າແຈ້ງສູນ ແຕ່ວ່າຖືກເຈົ້າໜ້າທີ່ສູນບອກວ່າ ເບີດັ່ງກ່າວນັ້ນຖືກທາງສູນຕັດສັນຍານແທ້ ເນື່ອງຈາກເຈົ້າຂອງເບີບໍ່ໄດ້ໃຊ້ເປັນເວລາດົນຕິດຕໍ່ກັນ, ຖ້າຢາກໄດ້ອີກກໍສາມາດຊື້ຄືນໄດ້ ເພາະຕອນນີ້ເບີດັ່ງກ່າວຍັງຢູ່ໃນສູນ ບໍ່ທັນໄດ້ຂາຍອອກນອກເທື່ອ (ຍັງບໍ່ມີຄົນອື່ນໃຊ້ເທື່ອ) ແຕ່ວ່າລາຄາຊື້ຄືນ ແມ່ນ 4,000,000 ກີບ (ຕາມລາຄາປັດຈຸບັນ).

ລູກຄ້າຄົນດັ່ງກ່າວຕັ້ງຄຳຖາມວ່າ:
1. ໃນເມື່ອເບີດັ່ງກ່າວນັ້ນຖືກລົງທະບຽນແລະນຳໃຊ້ໂດຍບຸກຄົນໃດໜຶ່ງແລ້ວ ໂດຍມີຊື່ແລະນາມສະກຸນກຳກັບໄວ້ ພ້ອມທັງເຄີຍໃຊ້ມາແລ້ວ ມີຄົນຈື່ເບີນັ້ນວ່າເປັນເບີຂອງໃຜແລ້ວ, ເປັນຫຍັງຍັງຕ້ອງຕັດເອົາຄືນແລະຈະຂາຍຕໍ່ໃຫ້ຄົນອື່ນ ມັນຊິບໍ່ມີຊື່ທັບຊ້ອນກັນບໍ? ເຈົ້າຂອງເບີຄົນໃໝ່ຊິບໍ່ຖືກລົບກວນຈາກສາຍບຸກຄົນທີ່ຕົນບໍ່ຮູ້ຈັກໂທເຂົ້າຫາບໍ?
2. ໃນກໍລະນີທາງສູນໄດ້ອອກລະບຽບໄວ້ແລ້ວວ່າ ຖ້າບໍ່ໃຊ້ເປັນໄລຍະດົນເທົ່າໃດ ທາງສູນຈະຕັດສັນຍານເອົາເບີຄືນ, ເປັນຫຍັງທາງສູນບໍ່ແຈ້ງໃຫ້ລູກຄ້າຮູ້ຕັ້ງແຕ່ຕອນລູກຄ້າລົງທະບຽນຊື້ພຸ້ນ ແລະເປັນຫຍັງບໍ່ຂຽນເຕືອນໄວ້ກັບສິ່ງຫຸ້ມຫໍ່ຊິມເບີດັ່ງກ່າວໃຫ້ລູກຄ້າຮັບຮູ້ລ່ວງໜ້າ?. ໃນກໍລະນີບໍ່ໄດ້ແຈ້ງຫຼືເຕືອນໃຫ້ລູກຄ້າຮູ້ລ່ວງໜ້າ ແລ້ວມາຢຶດເບີຄືນແລະຈະຂາຍຕໍ່ແບບນີ້ຈະບໍ່ເປັນການລະເມີດສິດຂອງລູກຄ້າບໍ?.

3. ຂ້ອຍຄິດວ່າສິ່ງໃດທີ່ລູກຄ້າຊື້ໄປແລ້ວ ຈະໄດ້ໃຊ້ຫລືບໍ່ໄດ້ໃຊ້ສິ່ງນັ້ນກໍຍັງເປັນຂອງລູກຄ້າຄືເກົ່າຫລືບໍ່ແມ່ນ? ຕົວຢ່າງຂ້ອຍຊື້ລົດຄັນຫນຶ່ງມາ ແລ້ວບໍ່ໄດ້ຂີ່ 5 ປີ ລົດຄັນນັ້ນກໍຍັງເປັນລົດຂອງຂ້ອຍແມ່ນບໍ.

ຕໍ່ກໍລະນີດັ່ງກ່າວນັ້ນ, ສຳນັກຂ່າວລາວໂພດໄດ້ໂທຫາສູນບໍລິການເຄືອຂ່າວໂທລະຄົມທຸກເຄືອຂ່າຍເພື່ອສອບຖາມວ່າ: ໃນກໍລະນີລູກຄ້າບໍ່ໃຊ້ເບີດັ່ງກ່າວເປັນເວລາດົນ ແລ້ວທາງສູນຕັດສັນຍານ, ເມື່ອລູກຄ້າຢາກຈູນເບີຄືນຈະເຮັດໄດ້ບໍ? ກໍໄດ້ຄຳຕອບມາດັ່ງນີ້:
1. ເຄືອຂ່າຍ ຢູນິເທວ (ເບີຫຼັກ 9) ໃຫ້ຄຳຕອບວ່າ: ບໍ່ມີສິດຈູນເບີຄືນໄດ້ ມີແຕ່ຕ້ອງຊື້ເບີດັ່ງກ່າວຄືນໃໝ່ ຕາມລາຄາໃນປັດຈຸບັນ.
2. ເຄືອຂ່າຍ ອີທີແອວ (ເບີຫຼັກ 2) ໃຫ້ຄຳຕອບວ່າ: ຖ້າເຈົ້າຂອງເບີໄດ້ລົງທະບຽນໄວ້ແລ້ວ ແລະມີຂໍ້ມູນການລົງທະບຽນ ຖືກຕ້ອງຕາມບັດປະຊາຊົນ ຫຼື ສຳມະໂນຄົວທີ່ລົງທະບຽນໄວ້ ກໍສາມາດຈູນເອົາເບີຄືນໄດ້.
3. ເຄືອຂ່າຍ ເອັມໂຟນ (ເບີຫຼັກ 5) ໃຫ້ຄຳຕອບວ່າ: ບໍ່ມີສິດຈູນເບີຄືນໄດ້ ມີແຕ່ຕ້ອງລໍຖ້າຊື້ເບີດັ່ງກ່າວຄືນ ເມື່ອເພິ່ນຜະລິດຈຳໜ່າຍຮອບໃໝ່.
4. ເຄືອຂ່າຍ ບີລາຍ (ເບີຫຼັກ 7) ໃຫ້ຄຳຕອບວ່າ: ຖ້າເຈົ້າຂອງເບີໄດ້ລົງທະບຽນໄວ້ແລ້ວ ແລະມີຂໍ້ມູນການລົງທະບຽນ ຖືກຕ້ອງຕາມບັດປະຊາຊົນ ຫຼື ສຳມະໂນຄົວທີ່ລົງທະບຽນໄວ້ ກໍສາມາດຈູນເອົາເບີຄືນໄດ້.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...