Homeຂ່າວຕ່າງປະເທດສະຫະລັດ ຂື້ນບັນຊີດຳ ' ຄິງໂລມັນ ຄາຊິໂນ ' ສາມຫລ່ຽມທອງຄຳ

ສະຫະລັດ ຂື້ນບັນຊີດຳ ‘ ຄິງໂລມັນ ຄາຊິໂນ ‘ ສາມຫລ່ຽມທອງຄຳ

Published on

ລັດຖະບານ ວໍຊິງຕັນ ປະກາດໃຫ້ ຄິງໂລມັນ ຄາຊິໂນ ສາມຫລ່ຽມທອງຄຳ ເປັນອົງກອນອາດສະຍາກຳຂ້າມຊາດ ແລະ ຂື້ນບັນຊີດຳຜູ້ທີ່ມີສ່ວນກ່ຽວຂ້ອງທັງ 4 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງວໍຊິງຕັນ, ປະເທດ ອາເມລິກາ ເມື່ອວັນທີ 30 ມັງກອນ ວ່າ ກະຊວງຄັງເງີນຂອງສະຫະລັດອອກຖະແຫລງການ ຂື້ນບັນຊີດຳບໍລິສັດ ຄິງໂລມັນ ອິນເຕີເນຊັນ ອິນເວສເມັນ ສາມຫລ່ຽມທອງຄຳ. ໃນຖານະອົງກອນອາດສະຍາກຳຂ້າມຊາດ ໂດຍອົງກອນແຫ່ງນີ້ແມ່ນບໍລິຫານໂດຍຜູ້ບໍລິຫານຂອງ ຄິງໂລມັນ ຄາຊິໂນ ທີ່ຕັ້ງຢູ່ພື້ນທີ່ເຂດເສດຖະກິດພິເສດສາມຫລ່ຽມທອງຄຳ ທີ່ເມືອງ ຕົ້ນເຜີ້ງ ແຂວງບໍ່ແກ້ວ ທາງຕາເວັນຕົກສຽງເຫນືອຂອງ ສປປ ລາວ ມີຊາຍແດນກັບມຽນມາ ແລະ ໄທ.

 

ລັດຖະບານວໍຊິງຕັນມີຫລັກຖານທີ່ເຊື່ອຖືໄດ້ວ່າ ຄິງໂລມັນ ຄາຊິໂນ ເປັນຂຸມທາງຂອງກິດຈະກຳຜິດກົດຫມາຍຫລາຍຢ່າງໃນເຂດສາມຫລ່ຽມທອງຄຳ ບໍ່ວ່າຈະເປັນການຄ້າຢາເສບຕິດ, ຜູ້ຈຳຫນ່າຍເຮໂລອິນ ແລະ ຢາບ້າ. ໃນນາມກອງທັບວ້າແດງ ມີຖານທີ່ຫມັ້ນຢູ່ມຽນມາ. ການຄ້າມະນຸດ, ການຄ້າສັດປ່າ ແລະ ອະໄວຍະວະສັດປ່າຄຸ້ມຄອງບໍ່ວ່າຈະເປັນຫມີດຳ, ລິ່ນ, ເສືອ ແລະ ຊ້າງ. ໂດຍເຈົ້າຫນ້າທີ່ສາມາດນຳຕິດຕາມເສັ້ນທາງກິດຈະກຳຜິດກົດຫມາຍດັ່ງກ່າວຍ້ອນໄປໄດ້ຮອດປີ 2015. 

ກະຊວງຄັງເງີນສະຫະລັດຍັງຂື້ນບັນຊີດຳຈຳນວນ 4 ບຸກຄົນທີ່ມີສ່ວນກ່ຽວຂ້ອງໂດຍກົງກັບການບໍລິຫານອົງກອນນີ້ເຊີ່ງມີ ທ້າວ ຈ້າວ ເຫວີຍ, ມະຫາເສດຖີຈີນ ເຊີ່ງເປັນຜູ້ບໍລິຫານສູງສຸດ.ແລະ ເມຍຊື່ ນາງ ຊູ ກູ່ຊິນ, ສັນຊາດຈີນ. ທ້າວ ອັບບາສ ອີບີຣາຮິິມ, ສັນຊາດ ອົດສະຕາລີ ຜູ້ຮັບຜິດຊອບລະບົບຮັກສາຄວາມປອດໄພໃນຄາຊິໂນ ແລະ ຄົນສູດທ້າຍ ທ້າວ ນັດ ຣຸ່ງຕະວັນຄິລີ,ສັນຊາດ ໄທ ຜູ້ອຳນວຍການ ບໍລິສັດ ຄິງໂລມັນ ອິນເຕີເນຊັນ ອິນເວສເມັນ ທີ່ມີສຳນັກງານຢູ່ແຂວງ ຊຽງລາຍ, ມີຫນ້າທີ່ເຄື່ອນຍ້າຍຊັບສິນໃນນາມອົງກອນ.

ແຫລ່ງຂ່າວຕ່າງປະເທດ DLN

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...