Homeຂ່າວພາຍ​ໃນນໍ້າຕາຈະໄຫຼ ນັກສ້າງແຮງບັນດານໃຈ ປະກາດຫາອ້າຍ

ນໍ້າຕາຈະໄຫຼ ນັກສ້າງແຮງບັນດານໃຈ ປະກາດຫາອ້າຍ

Published on

ມື້ນີ້ຊາວເນັດລາວສຸດຊຶ້ງໃຈ ເມື່ອຜູ້ໃຊ້ເຟສບຸກ Kabkeo Inspire ເຊິ່ງເປັນນັກເວົ້າ ນັກຂຽນສ້າງແຮງບັນດານໃຈຊື່ດັງຜູ້ຫນຶ່ງຂອງລາວ ລົງປະກາດຫາອ້າຍທີ່ຈາກໄປດົນ ພ້ອມທັງເລົ່າເຖິງສະພາບຄອບຄົວກ່ອນອ້າຍຈະຫາຍໄປ ເຮັດໃຫ້ຜູ້ຕິດຕາມໄດ້ອ່ານແລ້ວຊຶ້ງໃຈ ຈົນຫລາຍຄົນກັ້ນນໍ້າຕາບໍ່ຢູ່.

ເນື້ອໃນປະກາດຂຽນວ່າ: ປະກາດຫາອ້າຍ ຈັນທະລາ ທຳມະວົງ ທີ່ໜີຈາກບ້ານເມື່ອ 15 ປີກ່ອນ

ຂ້າພະເຈົ້າ ກາບແກ້ວ ທຳມະວົງ ພ້ອມດ້ວຍພໍ່ແມ່ອ້າຍເອື້ອຍນ້ອງ ຂໍປະກາດຫາອ້າຍ ຈັນທະລາ ທຳມະວົງ ທີ່ໄດ້ໜີຈາກບ້ານໄປຕັ້ງແຕ່ປີ 2003, ຖ້າທ່ານໃດພົບເຫັນ ແລະ ແຈ້ງຂໍ້ມູນ ຂ້າພະເຈົ້າຈະຂໍຂອບໃຈຢ່າງສູງ. ສ່ວນຮູບຮ່າງໜ້າຕາແມ່ນຄືດັ່ງຮູບ, ມີປະຫວັດຫຍໍ້ດັ່ງນີ້:

 ປີ 1994-1995 ຮຽນກຽມໄປຕ່າງປະເທດ ແລະ ໄດ້ທຶນໄປຮຽນຕໍ່ດ້ານກະເສດທີ່ແຂວງກວາງຊີ ປະເທດຈີນ ແຕ່ຮຽນບໍ່ຈົບ ຈິ່ງຖືກສົ່ງກັບປະເທດລາວໃນປີ 1998.

 ເຂົ້າຮ່ວມແຂ່ງຂັນກີລາປິງປ່ອງ ແລະ ໄດ້ຫຼຽນທອງແດງໃນການແຂ່ງຂັນກີລາແຫ່ງຊາດ ປີ 2000 ທີ່ນະຄອນຫຼວງວຽງຈັນ

 ປີ 2000 ຮຽນຕໍ່ທີ່ໂຮງຮຽນເຕັກນິກລາວ ເຢຍລະມັນ (ຊ່າງຈອດ) ຫຼັງຈາກຈົບແລ້ວ ກໍໄປເຮັດວຽກທີ່ໂຮງງານຊີມັງວັງວຽງ (ຫຼັງທີ 2) ແລະ ໜີຈາກໂຮງງານໄປໃນປີ 2003 (ຈາກໄປແບບບໍ່ຮູ້ສາເຫດ, ທາງໂຮງງານບອກວ່າບໍ່ຮູ້ ແລະ ບໍ່ມີຊື່ນີ້ ຂ້າພະເຈົ້າຈິ່ງໄດ້ຂຶ້ນໄປເອົາເຄື່ອງ, ຮູບ ແລະ ຫຼຽນລາງວັນມາໄວ້ ແລະ ກໍໄປຊອກຫາຫຼາຍບ່ອນ ແຕ່ບໍ່ເຄີຍພົບ).

ສະນັ້ນ, ຖ້າບຸກຄົນໃດທີ່ມີໃຈເມດຕາ ຫາກໄດ້ພົບເຫັນອ້າຍຂອງຂ້າພະເຈົ້າ ຂໍຄວາມກະລຸນາແຈ້ງບອກຂ້າພະເຈົ້າດ້ວຍ ຕາມເບີໂທ 020 77075999 ຈະຂໍຂອບໃຈຢ່າງສູງ.

 ແຕ່ຖ້າຫາກວ່າອ້າຍ ຈັນທະລາ ທຳມະວົງ ໄດ້ອ່ານປະກາດນີ້ ກໍຂໍໃຫ້ກັບບ້ານເກີດເຖີດອ້າຍ, ຈົ່ງໃຫ້ອະໄພພໍ່ແມ່ພວກເຮົາ, ດຽວນີ້ພໍ່ແມ່ກໍບໍ່ໄດ້ຜິດຖຽງກັນຫຼາຍຄືດັ່ງເມື່ອກ່ອນແລ້ວ ແລະ ຊີວິດນ້ອງເອງກໍດີຂຶ້ນກວ່າແຕ່ກ່ອນ, ມີລົດຂີ່ມີເຮືອນຢູ່ເປັນຂອງຕົນເອງ ບໍ່ໄດ້ຢູ່ຫ້ອງເຊົ່າ ແລະ ຂີ່ລົດຖີບອີ່ຮ້າງຄືດັ່ງເມື່ອກ່ອນ, ຍ້ອນຄວາມຈົນມັນຄືຕົ້ນເຫດເຮັດໃຫ້ຄອບຄົວເຮົາມີບັນຫາ ແຕ່ປັດຈຸບັນນີ້ ນ້ອງຂໍຮັບປາກວ່າ ຈະຊ່ວຍເຫຼືອອ້າຍທຸກຢ່າງ ຂໍແຕ່ອ້າຍກັບມາ.

 ແຕ່ຖ້າອ້າຍບໍ່ກັບມາ ທາງຄອບຄົວພວກເຮົາຈະຕັ້ງກອງບຸນແຈກເຖິງອ້າຍໃນມື້ວັນເສົາທີ 3/2/2018 ທີ່ບ້ານເກີດ. ໃນມື້ນັ້ນ ຈະເຮັດອີກກອງບຸນໜຶ່ງເຖິງເອື້ອຍຜູ້ທີສາມຂອງພວກເຮົາ ທີ່ໄດ້ຈາກໂລກນີ້ໄປທີ່ປະເທດໄທຕັ້ງຫຼາຍປີແລ້ວ ພວກເຮົາບໍ່ຢາກເຮັດບຸນສອງກອງແຈກເຖິງເອື້ອຍອ້າຍສອງຄົນ ແຕ່ກໍບໍ່ມີທາງເລືອກ ຖ້າອ້າຍບໍ່ກັບມາ, ຈົ່ງກັບບ້ານເກີດເຖີດອ້າຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...