spot_img
Homeຄວາມງາມກິນ"ຫມາກໄມ້" ກໍ່ຕຸ້ຍໄດ້

ກິນ”ຫມາກໄມ້” ກໍ່ຕຸ້ຍໄດ້

Published on

ทานผักผลไม้แค่ไหนถึงจะดีต่อสุขภาพ

ເວລາ​ທີ່​ສາວໆ ຢາກ​ຈະ​ຈ່ອຍ ການ​ອົດອາຫານ​ແລ້ວ​ຫັນ​ມາບໍ​ລິ​ໂພກ​ແຕ່​ຫມາກໄມ້  ນັບ​ເປັນ​ວິທີ​ສຸດງ່າຍ​ທີ່​ຕັ້ງ​ແຕ່​ ດາ​ລາ​ຮໍ​ລີ​ວູດ ​ໄປ​ຈົນ​ເຖິງພະ​ນັກ​ງານ​ຫ້ອງການໃຊ້​ກັນ​ມາ​​ດົນແລ້ວ ແຕ່​ໃຜ​ຈະ​ຮູ້​​ວ່າ ຫມາກໄມ້ ທີ່​ທັງ​ແຊບ ​ແລະ ​ໄດ້​ປະໂຫຍດ​ກໍ​ສາມາດ​ສ້າງ​ຄວາມ​ເຈັບປວດໃຈ​ໃຫ້​ກັບ​ນ້ຳ​ໜັກ​ໂຕ ຂອງ​ເຮົາ​ໄດ້​ສຳລັບ​ໂປ​ແກມ ຫລຸດ​ນ້ຳ​ໜັກທີ່​   ທຸກຄົນ ​ເລືອກ​ກິນ​ຫມາກໄມ້​ແທນ​ອາຫານ ໃຊ່​ວ່າ​ຈະ​ໄດ້​ຜົນ 100 %ເພາະ​ຫມາກໄມ້​ບາງ​ຊະນິດ​ນອກ​ຈາກ​ຈະ​ບໍ່​ຊ່ວຍ​ໃຫ້​ອີ່ມ​ທ້ອງ​ແລ້ວ ​ຍັງ​ສາມາດ​ເຮັດໃຫ້​ນ້ຳ​ໜັກ​ໂຕ​ຂອງ​ເຮົາ​ຫລາຍ​ຂຶ້ນ ເຮົາ​ຈະ​ມາ​ເຈາະ​ເລິກ​ເຖິງ​ສາ​ເຫດ​ທີ່​ວ່າ ເປັນຫຍັງ​ກິນຫມາກໄມ້​ແລ້ວ​ຕຸ້ຍເຊິ່ງ​ຈະ​ມີ​ຫມາກໄມ້​ຊະນິດ​ໃດ​ແນ່ !
     ຕຸ້ຍ​ໄດ້​ຈັ່ງໃດ?
ການ​ທີ່​ເຮົາ​ເລືອກ​ກິນ​ຫມາກໄມ້​ຈືດ ​ຫລື ​ສົ້ມ​ແທນ​ອາຫານ 1ຄາບ ເຊັ່ນ ກ້ວຍ ໝາກສີດາ ແອບ​ເປີ້ນ ມັງ​ກອນ ຫລື​ ໝາກນັດ ນັບ​ເປັນ​ວິທີ​ການ​ທີ່​ຜິດ​ຢ່າງ​ຮ້າຍແຮງ ເພາະ​ຫມາກໄມ້​ບາງ​ຊະນິດ​ນັ້ນ​ເຮັດໃຫ້​ຕຸ້ຍ​ໄດ້ ເນື່ອງ​ຈາກ​ນ້ຳ​ຕານ​ໃນ​ຫມາກໄມ້​ນັ້ນ​ຂ້ອນ​ຂ້າງ​ຫລາຍ ໂດຍ​ຄວາມ​ຫວານ​ທີ່​ວ່າ​ນີ້ ​ຈະໃຫ້​ພະລັງ​ງານ​ແກ່​ຮ່າງກາຍ ຊຶ່ງ​ຖ້າ​ຫວານ​ຫລາຍ​ໄປ​ນ້ຳ​ຕານ​ກໍ​ຈະ​ປ່ຽນ​ພະລັງ​ງານ​ໃຫ້ເປັນ​ໄຂ​ມັນ​ສະ​ສົມ​ຢູ່ໃນ​ຮ່າງກາຍ ແລະ ​ນັ້ນ​ຈະ​ກໍ່​ໃຫ້​ເກີດ​ພະຍາດ​ຕຸ້ຍແຕ່ເຮົາ​ສາມາດ​ປຽບທຽບ​ໃຫ້​ເຫັນ​ພາບ​ແບບ​ງ່າຍໆ ໄດ້​ໂດຍ​ການ​ຮັບກິນໝາກ​​ມ່ວງ​ສຸກ 3ໜ່ວຍ ຈະ​ທຽບ​ເທົ່າ​ກັບ​ການ​ໃຫ້​ພະລັງ​ງານ​ປະ​ມານ​ເຂົ້າ​ຂາ​ໝູ 1ຈານ ຫລື ​ຖ້າ​ປ່ຽນ​ຈາກ​ເຂົ້າ​ມາ​ເປັນ​ຫມາກໄມ້​ແບບ ໝາກສີດາ ຫລື​ ໝາກມ່ວງ   ກໍ​ເທົ່າ​ກັບ​ກິນ​ແປ້ງ​ຄືເກົ່າ ແຕ່​ມີ​ນ້ຳ​ຕານ​ຫລາຍກວ່າ ຍິ່ງ​ບໍກິນ​ເຂົ້າ​ຊຶ່ງ​ເປັນ​ໂປຕີນ ​ແລະ​ຜັກ​ທີ່​ເປັນ​ໄຟ​ເບີ​ເລີຍ ຮ່າງກາຍ​ກໍ​ຈະ​ປ່ຽນ​ແປ້ງ ​ແລະ ​ນ້ຳ​ຕານ​ໃນ​ຫມາກໄມ້​ເຫລົ່າ​ນີ້​ໃຫ້ເປັນ​ໄຂ​ມັນ​ສະ​ສົມ​ຢູ່​ດີ ດັ່ງ​ນັ້ນ​ກ່ອນ​ຈະຫ​ລຸດ​ນ້ຳ​ໜັກ​ດ້ວຍ​ຫມາກໄມ້​ຈຶ່ງ​ຄວນ​ສຶກ​ສາ​ໃຫ້​ລະອຽດ

ນອກ​ຈາກ​ນີ້ ການ​ທີ່​ບາງ​ຄົນ​ເລືອກ​ກິນ​ນ້ຳ​ຫມາກໄມ້​ບີບ​ເອງ ແມ່ນ​ຈະ​ບໍ່​ໃສ່​ນ້ຳ​ຕານ​ແຕ່​ແທ້​ຈິງ​ແລ້ວ​ ກໍ​ມີ​ນ້ຳ​ຕານ​ທຳມະຊາດ​ຈຳນວນ​ຫລາຍ ຊຶ່ງ​ຖ້າ​ດື່ມ​ແລ້ວ​ບໍ່​ອອກ​ກຳ​ລັງ​ເຜົາ​ຜານ​ຖິ້ມ​ໄປ ກໍ​ອາດ​ເຮັດໃຫ້​ຕຸ້ຍ​ຫລາຍກວ່າ​ການ​ດື່ມ​ນົມ​ຈືດ​ຂາດ​ມັນ​ເນີຍ​ ຂະນະ​ດຽວ​ກັນ​ຜົນ​ຈາກ​ການ​ທົດສອບ​ປະລິມານ​ນ້ຳ​ຕານ​ໃນ​ນ້ຳ​ຫມາກໄມ້​ຍັງ​ສະແດງ​ໃຫ້​ເຫັນ​ອີກວ່າ ມີ​ຄ່າ​ສະເລ່ຍຢູ່ທີ່ 9.27ກຣາມ/100ມິນລິ​ລີດ ຫລື ​ປະ​ມານ 2ບ່ວງ​ຊາ​ ເຊິ່ງ​ປະລິມານ​ນ້ຳ​ຕານ​ທີ່​ນັກ​ໂພສະ​ນາ​ການ ​ແນະ​ນຳ​ໃຫ້​ຮັບປະທານ​ຕໍ່​ຄາບ​ ຄື​ບໍ່​ຄວນ​ກາຍ 4ບ່ວງ​ຊາ ​ສຳລັບ​ເດັກນ້ອຍ ແລະ 6ບ່ວງ​ຊາ ​ສຳລັບ​ຜູ້ໃຫຍ່ ຫາກ​ເຮົາ​ດື່ມ​ນ້ຳ​ຜັກ-ຫມາກໄມ້​ລວມ​ພ້ອມ​ດື່ມ 1ຈອກ ຫລື​ ປະ​ມານ 200ມິ​ລິ​ລີດ ເຮົາ​ຈະ​ໄດ້​ນ້ຳ​ຕານ​ປະ​ມານ 4ບ່ວງ​ຊາ ເຊິ່ງ​ຖື​ວ່າ ​ຄ່ອນ​ຂ້າງ​ສູງ​ເມື່ອ​ລວມ​ກັບ​ອາຫານ​ໝົດ​ມື້ ທີ່​ກິນ ແລະ ​ນັ້ນ​ເຮັດໃຫ້​ໄດ້​ຮັບ​ນ້ຳ​ຕານ​ກາຍຄວາມ​ຈຳ​ເປັນ ຈຶ່ງ​ຖື​ເປັນ​ຜົນ​ເສຍ​ຕໍ່​ສຸຂະ​ພາບ

ຢ່າງໃດ​ກໍ​ຕາມ ການ​ກິນຫມາກໄມ້​ເພື່ອຮັກສາຮູບຮ່າງ​ງາມ ​ກໍ​ຍັງມີ​ປະໂຫຍດ​ກວ່າ​ການ​ອົດອາຫານ ຫລື​ ເລືອກ​ທາງຂອງ​ຢາຫລຸດ​ນ້ຳ​ໜັກ ເພາະ​ການ​ກິນ​ຫມາກໄມ້​ຈະ​ເຮັດໃຫ້​ເຮົາ​ໄດ້ຮັບ​ໄຟ​ເບີ ​ແລະ ​ວິ​ຕາ​ມິນ​ຊີ​ໃນ​ປະລິມານ​ພໍ​ເໝາະສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍ​ໃນ​ແຕ່​ລະ​ມື້ ແຖມ​ຍັງມີ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະ​ທີ່​ດີ​ຕໍ່​ສຸຂະພາບ

ຫມາກໄມ້​ທີ່​ຄວນ ຫລີກຫ່າງ!

ສຳລັບ​ຫມາກໄມ້​ທີ່​ຂຶ້ນ​ຊື່​ວ່າ ​ມີ​ນ້ຳ​ຕານ​ຫລາຍ​ກໍ​ສັງເກດ​ໄດ້​ບໍ່​ຍາກ ພວກ​ສີ​ເຫລືອງໆ  ລົດຊາດ​ຫວານ​ໆ ຂໍ​ໃຫ້​ຫລີກຫ່າງ ​ໂຕ​ໄວ້​ເລີຍ​ຈະ​ດີ​ທີ່ສຸດ ເຊັ່ນ ທຸ​ລຽນ , ກ້ວຍ​ໄຂ່  ກ້ວຍ​ນ້ຳ​ ກ້ວຍ​ຫອມ, ໝາກມີ້, ໝາກ​ມ່ວງ​ສຸກ, ເງາະ, ລຳ​ໄຍ, ລອງ​ກອງ, ແລະ   ລະ​ມຸດ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...