spot_img
Homeວິທະຍາສາດ-ວິທະຍາການຈີນນຳໜ້າໃນການຮັກສາໂຣກຮ້າຍດ້ວຍການດັດແປງພັນທຸກຳ

ຈີນນຳໜ້າໃນການຮັກສາໂຣກຮ້າຍດ້ວຍການດັດແປງພັນທຸກຳ

Published on

ລາຍງານຫຼ້າສຸດຈາກ Wall Street Journal ເປີດເຜີຍວ່າ ນັກວິທະຍາສາດຈີນໄດ້ກ້າວໜ້າເລື່ອງການຕັດແປງພັນທຸກຳ ແລະ ມີຜູ້ປ່ວຍຫຼາຍຄົນໄດ້ຮັບການຮັກສາດ້ວຍການຕັດແປງພັນທຸກຳດ້ວຍເຕັກນິກ CRISPR

ການຮັກສາຜູ້ປ່ວຍດ້ວຍການດັດແປງພັນທຸກຳນັ້ນ ແມ່ນເຮັດໄດ້ໂດຍການນຳເຊລອອກມາຈາກຜູ່ປ່ວຍ ຈາກນັ້ນກໍ່ເຮັດການດັດແປງພັນທຸກຳ ແລ້ວກໍ່ນຳມັນໃສ່ກັບຄືນເຂົ້າສູ່ຮ່າງກາຍຜູ້ປ່ວຍ ໂດຍທາງການແພດມີຄວາມຫວັງວ່າຈະໃຊ້ວິທີນີ້ເພື່ອຮັກສາໂຣກຮ້າຍໄດ້ສາລະພັດ ຕັ້ງແຕ່ໂຣກເອສ ຈົນຮອດໂຣກມະເຮັງ ໂດຍການທົດລອງໃຊ້ເທັກນິກ CRISPR ນັກວິທະຍາສາດຈີນໄດ້ເຮັດການທົດລອງໃນເລື່ອງນີ້ມາໄດ້ປີປາຍແລ້ວ ແລະ ປັດຈຸບັນມີຜູ້ປ່ວຍເຖິງ 86 ຄົນທີ່ໄດ້ຮັບການຮັກສາດ້ວຍວິທີດັດແປງພັນທຸກຳຈາກປະເທດຈີນ

ແຕ່ເຖິງຢ່າງໃດກໍ່ຕາມບໍ່ໄດ້ໝາຍຄວາມວ່າ ການດັດແປງພັນທຸກຳ ຈະສາມາຮັກສາໂຣກໄດ້ທຸກຮູບແບບ ແລະ ຜົນຂ້າງຄຽງຂອງມັນກໍ່ຍັງຄົງເປັນປິດສະໜາທີ່ບໍ່ມີຄຳຕອບ ຮວມເຖິງເລື່ອງຄວາມອ່ອນໄຫວທາງຈະລິຍະທຳໃນການດັດແປງລາຍລະອຽດໃນຄວາມເປັນມະນຸດຂອງເຮົາ ແລະ ມີນັກວິທະຍາສາດຈຳນວນຫຼາຍກັງວົນວ່າການແກ້ໄຂຂໍ້ບົກຜ່ອງໃນ DNA ຂອງເຮົາຈະເປັນຜົນດີພຽງໄລຍະສັ້ນ ແຕ່ຜົນເສຍທີ່ຕາມມາອາດມີຄວາມຮ້າຍແຮງຫຼາຍກວ່າທີ່ຄິດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...