ທາງການມຽນມາເປີດສຸນທີ່ພັກຊົ່ວຄາວສຳລັບປະຊາຊົນໂລຮິງຢາໃຫ້ຄະນະຜູ້ແທນນານາຊາດເຂົ້າຢ້ຽມຢາມ ຂະນະທີ່ອົງການຢູນີ ເຊັບລະບຸວ່າຜູ້ລີ້ໄພໂລຮິງຢາຍັງບໍ່ມີບ່ອນປອດໄພໃຫ້ເດີນທາງກັບ

ຄະນະຜູ້ແທນນານາຊາດ ແລະ ສື່ມວນຊົນໄດ້ເດີນທາງລົງຢ້ຽມຢາມສຸນທີ່ພັກຊົ່ວຄາວສຳລັບຜູ້ລີ້ໄພໂລຮິງຢາ ທີ່ຕັ້ງຢູ່ນອກເມືອງມົງດໍ ຕິດກັບຊາຍແດນ ປະເທດບັງກລາເທດ,ກ່ອນຈະຖືກນຳໂຕໄປຍັງຄຸ້ມຜູ້ລີ້ໄພໃນພື້ນທີ່ອື່ນໆ ຈະຕ້ອງຜ່ານຂະບວນການຄັດກອງຂັ້ນສຸດທ້າຍກ່ອນ.

ຮອງຜູ້ອຳນວຍການກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫລື ຢູນີເຊັບ, ຈັສຕິນ ຟໍຊີສ ເປີດເຜີຍວ່າເວລານີ້ຜູ້ລີ້ໄພໂລຮິງຢາໃນບັງກລາເທດຍັງບໍ່ມີສະຖານທີ່ປອດໄພສຳລັບການເດີນທາງກັບໄປຍັງປະເທດມຽນມາ ແລະ ກ່າວຕື່ມວ່າການສົ່ງກັບຜູ້ລີ້ໄພຈະຕ້ອງເປັນໄປດ້ວຍຄວາມສະຫມັກໃຈ ຕາມການໂອ້ລົມລະຫວ່າງຮອງຜູ້ອຳນວຍການຢູນີເຊັບ ແລະ ຜູ້ລີ້ໄພ ບອກວ່າຍັງຄົງມີເຫດການຮຸນແຮງເກີດຂື້ນໃນພື້ນທີ່ ແລະ ຍັງບໍ່ປອດໄພທີ່ຈະເລີ່ມການສົ່ງໂຕກັບໃນເວລານີ້.

ອີກດ້ານຂອງອະດິດຜູ້ວ່າການລັດນິວແມກຊີໂກ, ບິວ ຣິຊາສສັນ ໄດ້ຖອນໂຕຈາກຄະນະທີ່ປຶກສາໃນການແກ້ໄຂບັນຫາວິກິດຜູ້ລີ້ໄພໂລຮິງຢາຫລັງເກີດການປະທະທາງອາລົມຢ່າງຮຸນແຮງກັບ ນາງ ອອງຊານ ຊູຈີ ທີ່ຜ່ານມາ ກ່ຽວກັບການສະເຫນີໃຫ້ປ່ອຍໂຕນັກຂ່າວລອຍເຕີ້ ແລະ ປະເດັນກົດຫມາຍຄວາມລັບທາງລາຊສະການຂອງມຽນມາ ເຊີ່ງສະແດງໃຫ້ເຫັນເຖີງຄວາມບໍ່ພໍໃຈ ແລະ ເສຍໃຈ ເປັນຢ່າງຍີ່ງ ໃນທ່າທີຂອງ ນາງ ອອງຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບບົດບາດຕໍ່ສູ້ເພື່ອປະຊາຊົນ ແລະ ເປັນກາງ ອີກທັງເຄີຍໄດ້ຮັບລາງວັນຜູ້ນຳດີເດັ່ນ.

ເຈົ້າຫນ້າທີ່ລະດັບສູງໃນຫນ່ວຍງານສະຫະປະຊາຊາດກ່າວວ່າ ເຫດການໂຈມຕີທຳຮ້າຍທີ່ມີຕໍ່ຜູ້ລີ້ໄພມຸດສະລິມໂລຮິງຢາຍັງຄົງເກີດຂື້ນຢ່າງຕໍ່ເນື່ອງໃນມຽນມາ ຊື່ງຖືວ່າຍັງບໍ່ປອດໄພສຳລັບການໃຫ້ຜູ້ອົບພະຍົບໂລຮິງຢາຫລາຍແສນຄົນໃນບັງກລາເທດເດີນທາງກັບມຽນມາ. ກ່ອນຫນ້ານີ້ມຽນມາ ແລະ ບັງກລາເທດ ໄດ້ລົງນາມຕົກລົງເພື່ອເລີ່ມຂະບວນການສົ່ງກັບ ແຕ່ບັງກລາເທດເຜີຍວ່າ ຕ້ອງຂໍເວລາກວດສອບເພີ່ມຕື່ມເຖີງຄວາມປອດໄພຂອງຜູ້ລີ້ໄພໂລຮິງຢາ ແລະ ຕ້ອງເປັນໄປຕາມຄວາມສະຫມັກໃຈ.

ແຫລ່ງຂ່າວຕ່າງປະເທດ TRN