Homeຂ່າວພາຍ​ໃນລັດຖະບານເນັ້ນ ໃຫ້ນຳໃຊ້ທຶນຊ່ວຍເຫຼືອຈາກຈີນ ໃຫ້ເກີດປະໂຫຍດສູງສຸດ

ລັດຖະບານເນັ້ນ ໃຫ້ນຳໃຊ້ທຶນຊ່ວຍເຫຼືອຈາກຈີນ ໃຫ້ເກີດປະໂຫຍດສູງສຸດ

Published on

ອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ມັງກອນ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ມັງກອນ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາ ບັນດາເອກະສານສໍາຄັນຈໍານວນໜຶ່ງ. ໃນນັ້ນ, ມີບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການຄົ້ນຄວ້າ ແລະ ສັງລວມ ບັນຊີໂຄງການລະອຽດ ເພື່ອສະເໜີຕໍ່ລັດຖະບານ ສປ ຈີນ ໃນການນໍາໃຊ້ທຶນຊ່ວຍເຫຼືອ ຕາມການຊີ້ນໍາຂອງກອງປະຊຸມລັດຖະບານສະໄໝສາ ມັນປະຈໍາເດືອນ ພະຈິກ 2017.

ສໍາລັບທຶນທີ່ໄດ້ຮັບການຊ່ວຍເຫຼືອລ້າ ໃນຄັ້ງນີ້ ແມ່ນຈະໄດ້ນໍາໃຊ້ເຂົ້າໃນ ການພັດທະນາຂົງເຂດການສຶກສາ, ສາທາລະນະສຸກ, ການພັດທະນາສັງຄົມ, ສິ່ງແວດລ້ອມ ແລະ ການພັດທະ ນາຊົນນະບົດ ແນໃສ່ເພື່ອປະກອບສ່ວນ ໃຫ້ແກ່ການລຶບລ້າງຄວາມທຸກຍາກ ແລະ ເປັນການສົ່ງເສີມການຜະລິດ-ການຄ້າ ຂອງປະຊາຊົນ.

ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍເຫຼືອຂອງ ສປ ຈີນ ໃນໄລຍະທີ່ຜ່ານມາ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນ ພ້ອມນີ້ ຕ້ອງໄດ້ມີການຕິດຕາມກວດກາ ການຈັດຕັ້ງປະຕິບັດ ທຶນຊ່ວຍເຫຼືອດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ແລະ ເປັນທີ່ໜ້າພໍໃຈຂອງຜູ້ໃຫ້ການຊ່ວຍເຫຼືອ. ກອງປະຊຸມ ຍັງໄດ້ຊີ້ນໍາໃຫ້ຄະນະຮ່ວມມື ລາວ-ຈີນ ເອົາໃຈໃສ່ປະສານສົມທົບ ແລະ ປຶກສາຫາກັບຝ່າຍຈີນ ໃຫ້ລະອຽດ, ຈະແຈ້ງ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທຶນດັ່ງກ່າວ, ໂດຍສະເພາະໃຫ້ຈັດລຽງບູລິມະສິດໂຄງການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ຢູ່ 5 ແຂວງບູລິມະສິດ ຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...