Homeຂ່າວພາຍ​ໃນຕລ. ນະຄອນພະນົມ ຈັບເຍົາວະຊົນລາວຂົນຢາບ້າ 11.1 ລ້ານເມັດ

ຕລ. ນະຄອນພະນົມ ຈັບເຍົາວະຊົນລາວຂົນຢາບ້າ 11.1 ລ້ານເມັດ

Published on

ອີງຕາມການລາຍງານຂອງສື່ປະເທດໄທຫຼາຍສຳນັກ ກ່າວວ່າ ວັນທີ 23 ມັງກອນ 2018 ຕຳຫຼວດຮັກສາຊາຍແດນຕາມລຳແມ່ນໍ້າຂອງ ຂອງຈັງຫວັດນະຄອນພະນົມ ໄດ້ຈັບກຸມເຍົາວະຊົນລາວພ້ອມດ້ວຍສາເສບຕິດປະເພດຢາບ້າຈຳນວນ 11,100,000 ເມັດ ມູນຄ່າ 2,000 ລ້ານບາດ ແລະເຮືອຫາປາຂະໜາດໃຫຍ່ 1 ລຳ ໃນບໍລິເວນແຄມຝັ່ງແມ່ນໍ້າຂອງ ບ້ານນາໜອງບົກ ອຳເພີທ່າອຸເທນ ຈັງຫວັດນະຄອນພະນົມ ກົງກັນຂ້າມກັບ ບ້ານຫົວຫາດ, ເມືອງຫີນບູນ, ແຂວງຄຳມ່ວນ ຂອງລາວ.

ເຫດການຈັບກຸມຂະບວນການດັ່ງກ່າວນີ້ສືບເນື່ອງມາຈາກເວລາປະມານ 19:00 ໂມງ ຂອງວັນທີ 22 ມັງກອນ 2018 ໄດ້ຮັບແຈ້ງວ່າຈະມີການລຳລຽງຢາເສບຕິດຈາກປະເທດເພື່ອນບ້ານເຂົ້າມາໃນພື້ນທີ່ອຳເພີທ່າອຸເທນ ຈັງຫວັດນະຄອນພະນົມ ຈິ່ງໄດ້ແຈ້ງໄປຍັງຜູ້ບັງຄັບບັນຊາ ເພື່ອແຕ່ງຕັ້ງເຈົ້າໜ້າທີ່ອອກລ່າຕາເວັນຈຸດທີ່ສ່ຽງ ປະກົດວ່າເຫັນເຮືອທີ່ສ້າງດ້ວຍເຫຼັກທັ້ງລຳແລ່ນມາຈາກປະເທດລາວ ໃນເຮືອມີກຸ່ມຊາຍສະກັນນັ່ງມານຳກັນປະມານ 20 ຄົນ ເມື່ອໃກ້ເຖິງຝັ່ງໄດ້ມອດຈັກເຮືອກ່ອນແລ້ວໃຊ້ໄມ້ພາຍເຮືອເຂົ້າທຽບຝັ່ງ ທີ່ທ້າຍໝູ່ບ້ານນາໜອງບົກ ຊຶ່ງເປັນເຂດກະສິກຳທີ່ບໍ່ຄ່ອຍມີຄົນສັນຈອນໄປມາ.

ເມື່ອເຫັນເປັນເຊັ່ນນັ້ນເຈົ້າໜ້າທີ່ໄດ້ສະແດງຕົວເຂົ້າກວດຄົ້ນ ຄົນໃນເຮືອເຫັນທ່າບໍ່ດີຕ່າງກໍ່ພາກັນໂດດລົງນໍ້າຂອງລອຍນໍ້າໜີຕາຍໄປຄົນລະທິດລະທາງ ຈິ່ງຈັບກຸມໄດ້ພຽງຄົນດຽວເປັນຜູ້ຊາຍ ຜ່ານການສອບຖາມຈິ່ງຮູ້ວ່າຜູ້ກ່ຽວຊື່ ທ້າວວັນໄຊ ແສງມະນີ ອາຍຸ 17 ປີສັນຊາດລາວ ເຫດທີ່ບໍ່ຍອມໂດດລົງນໍ້າເພາະວ່າລອຍນໍ້າບໍ່ເປັນ ເຈົ້າໜ້າທີ່ໄທຈິ່ງຈັບຕົວ ແລະນຳເອົາເຮືອລຳດັ່ງກ່າວອອກຈາກບໍລິເວນ ເພື່ອທຳການກວດຄົ້ນ.

ຜ່ານການກວດພາຍໃນເຮືອໄດ້ເຫັນວັດຖຸສີດຳ ແລະສີຟ້າຄ້າຍຄືເປົາກັນຊາ 37 ເປົາ ຈິ່ງເຈາະເບິ່ງປະກົດວ່າເປັນຢາບ້າ ແລະສາມາດນັບໄດ້ທັງໝົດ 11.100.000 ເມັດ ຫາກຊື້ຂາຍໃນລາຄາເມັດລະ 50 ພັນກີບ ຫຼື 200 ບາດແມ່ນຕົກເປັນເງິນສູງເຖິງ 2.000 ລ້ານບາດ.

ສ່ວນທ້າວວັນໄຊ ສາລະພາບວ່າຢາບ້າຈຳນວນດັ່ງກ່າວແມ່ນຕົນ ແລະໝູ່ອີກ 20 ປາຍຄົນຮັບຈ້າງຂົນໃຫ້ນາຍທຶນໃນ ລາຄາ ຄົນລະ4.000 ບາດ. ຊຶ່ງເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫານຳເຂົ້າຢາເສບຕິດໃຫ້ໂທດປະເພດ1 ມາໃນລາຊະອານາຈັກ ມີໂທດປະຫານຊີວິດຕາມກົດໝາຍໃນປະເທດໄທ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...