Homeຂ່າວພາຍ​ໃນເທສະການອາຫານຄັ້ງທີ 12 ຈະຈັດຂຶ້ນແລ້ວ

ເທສະການອາຫານຄັ້ງທີ 12 ຈະຈັດຂຶ້ນແລ້ວ

Published on

ເທສະການອາຫານລາວຄັ້ງທີ 12 ຈະຈັດຂຶ້ນທີ່ສວນເຈົ້າອານຸວົງໃນວັນທີ 24-27 ມັງກອນ 2017, ເຊິ່ງເປີດໃຫ້ເຂົ້າທ່ຽວຊົມຕັ້ງແຕ່ເວລາ 9 ໂມງເຊົ້າ ເຖິງ 5 ໂມງແລງທີ່ບໍລິເວນແຄມຂອງ, ຕໍ່ໜ້າວັນຈັນ. ຫົວຂໍ້ໃນການຈັດງານຄັ້ງນີ້ແມ່ນ ”ສຸດຍອດອາຫານລາວຕ້ອນຮັບປີທ່ອງທ່ຽວລາວ 2018“.

ເທສະການອາຫານລາວໄດ້ຖືກຈັດຂຶ້ນທຸກໆປີ ແລະ ໃນຄັ້ງນີ້ກໍໄດ້ມີການຈັດຂຶ້ນຢ່າງຍິ່ງໃຫຍ່ໂດຍການເປັນປະທານຂອງສະມາຄົມນັກທຸລະກິດຍິງລາວ ຮ່ວມກັບ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ສູນກາງສະຫະພັນແມ່ຍິງລາວ.

ທ່ານນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດຍິງລາວ ພ້ອມທັງເປັນປະທານຈັດງານເທສະການອາຫານລາວຄັ້ງນີ້ ໄດ້ກ່າວໃນງານຖະແຫຼງຂ່າວມີເນື້ອໃນໃຈຄວາມວ່າ: ເປົ້າໝາຍໃນການຈັດງານໃນຄັ້ງນີ້ກໍເພື່ອເປັນການສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດລາວທາງດ້ານການປຸງແຕ່ງອາຫານ ທັງຍັງເປັນການສ້າງໂອກາດໃຫ້ຜູ້ປະກອບການຍິງດ້ານທຸລະກິດອາຫານຢູ່ແຕ່ລະທ້ອງຖິ່ນ ແຕ່ລະແຂວງ ໄດ້ເຂົ້າຮ່ວມວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ ສ້າງໂອກາດ ສ້າງລາຍຮັບໃຫ້ແມ່ຍິງໄດ້ສະແດງຄວາມສາມາດ, ແນວຄິດປະດິດສ້າງທາງດ້ານການສ້າງສັນອາຫານ ພ້ອມທັງແລກປ່ຽນບົດຮຽນ, ປະສົບການ, ຮູ້ຈັກປັບປຸງຜະລິດຕະພັນ ເພື່ອໃຫ້ສາມາດສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ  ແລະ ເພື່ອເປັນການກະກຽມຄວາມພ້ອມໃນການເຊື່ອມໂຍງ ຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ຮູ້ຈັກອາຫານພື້ນເມືອງຈາກແຕ່ລະທ້ອງຖິ່ນອີກດ້ວຍ.

ງານເທສະການໃນປີນີ້ແມ່ນມີຮ້ານເຂົ້າຮ່ວມທັງໝົດ 178 ຮ້ານ, ໂດຍມີທັງຮ້ານອາຫານລາວ-ອາຫານຕ່າງປະເທດ, ແລະຍັງມີບັນດາຮ້ານເຄື່ອງດື່ມ, ສິນຄ້າຫັດຖະກຳ, ຄວາມງາມ, ຢາສະໝຸນໄພ ຕະຫຼອດຮອດຮ້ານເຄື່ອງປະດັບເຂົ້າຮ່ວມຢ່າງຟົດຟື້ນ. ນອກຈາກນັ້ນ, ທາງສະມາຄົມທຸລະກິດຍິງລາວຍັງໄດ້ມີການເຊີນບັນດາປະເທດອາຊຽນເຂົ້າມາຮ່ວມວາງສະແດງ ແລະ ຂາຍອາຫານ, ເຊິ່ງໄດ້ຖືກຕອບຮັບຈາກສາມປະເທດຄື: ກຳປູເຈຍ, ຟິລິບປິນ ແລະ ໄທ.

ນອກຈາກນັ້ນ, ໃນມື້ເປີດງານວັນທີ 24 ມັງກອນ, ກໍຈະການຈັດການແຂ່ງຂັນປຸງອາຫານທີ່ສູນລານິກ, ວິທະຍາໄລປາກປ່າສັກ ເຊິ່ງຫົວຂໍ້ໃນການແຂ່ງຂັນແມ່ນ ”ໝົກໄກ່ລາດ“. ຜູ້ຊະນະອັນດັບໜຶ່ງຈະໄດ້ຮັບລາງວັນເງິນສົດມູນຄ່າ 5 ລ້ານກີບ ແລະ ລຳດັບທີສອງແລະສາມຈະໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ 2 ລ້ານກີບຕາມລໍາດັບ.

ຜູ້ສະໜັບສະໜູນຫຼັກຂອງເທສະການຄັ້ງນີ້ໄດ້ແກ່: ບໍລິສັດ ເບຍລາວ, ກຸ່ມດາວເຮືອງ, ພະແນກສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ ແລະ ບໍລິສັດເຄພີ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...