Homeຂ່າວຕ່າງປະເທດຈີນເປີດຕົວເຮືອສົ່ງສິນຄ້າຂະໜາດໃຫຍ່ກວ່າ 4 ເທົ່າຂອງສະໜາມບານເຕະ

ຈີນເປີດຕົວເຮືອສົ່ງສິນຄ້າຂະໜາດໃຫຍ່ກວ່າ 4 ເທົ່າຂອງສະໜາມບານເຕະ

Published on

ເມື່ອວັນທີ 16 ມັງກອນ 2018 ທີ່ຜ່ານມາ ທີ່ເມືອງໜານທົງ ມົນທົນຈຽງຊຸູ ເຮືອສົ່ງສິນຄ້າຂະໜາດໃຫຍ່ອະລັງການລຳທຳອິດທີ່ສ້າງຂຶ້ນໂດຍປະເທດຈີນໄດ້ຖືກນຳອອກມາປະກົດຕົວ ກຽມພ້ອມສຳລັບປະຕິບັດການຂົນສົ່ງ

ເຮືອສິນຄ້າລຳນີ້ມີຄວາມຍາວຂະໜາດ 400 ແມັດ ກວ້າງ 58.6 ແມັດ ສາມາດບັນທຸກສິນຄ້າໄດ້ຫຼາຍເຖິງ 20,000 TEUs

ດາດຟ້າຂອງເຮືອກວ້າງໃຫຍ່ກວ່າ 4 ເທົ່າຂອງສະໜາມບານເຕະນັບເປັນໜຶ່ງໃນເຮືອສົ່ງສິນຄ້າທີ່ມີຂະໜາດໃຫຍ່ທີ່ສຸດ ແລະ ມີສິ່ງອຳນວຍຄວາມສະດວກທີ່ທັນສະໄໝທີ່ສຸດຂອງຈີນ ເຮືອລຳນີ້ຕິດຕັ້ງລະບົບກ໊າຊທຳມະຊາດເຫຼວ (LNG) ເພື່ອໃຫ້ໄດ້ມາດຕະຖານຫາກຈະນຳໄປຕັດແປງໃໝ່ໃນອານາຄົດ

https://www.facebook.com/XinhuaNewsAgency.th/videos/pcb.2028471170702228/2028471017368910/?type=3&theater

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...