Homeຂ່າວຕ່າງປະເທດພົບອຸກາບາດຕົກທີ່ອາເມລິກາເຫນືອ ເປັນແສງຈ້າກ່ອນທີ່ຈະລະເບີດ ເຮັດໃຫ້ບ້ານເຮືອນສັ່ນໄຫວ ແລະ ປະຊາຊົນຕື່ນຕົກ

ພົບອຸກາບາດຕົກທີ່ອາເມລິກາເຫນືອ ເປັນແສງຈ້າກ່ອນທີ່ຈະລະເບີດ ເຮັດໃຫ້ບ້ານເຮືອນສັ່ນໄຫວ ແລະ ປະຊາຊົນຕື່ນຕົກ

Published on

ອຸກາບາດ ຫລື ດາວຕົກດັ່ງກ່າວປະກົດໃຫ້ເຫັນຊັດເຈນ ຕົກຜ່ານທ້ອງຟ້າໃນຫລາຍພື້ນທີ່ແຖບຕາເວັນຕົກຕອນກາງຂອງສະຫະລັດ ທັງໃນລັດໂອໄຮໂອ, ມິຊິແກນ, ລວມເຖີງລັດອອນແທຣິໂອຂອງການາດາໃນຄືນວັນອົງຄານທີ່ຜ່ານມາຕາມເວລາທ້ອງຖີ່ນ.

ຊ່າງພາບສະຫມັກຫລີ້ນລວມເຖີງກ້ອງບັນທຶກວົງຈອນ ແລະ ກ້ອງບັນທຶກເທີງພາຫະນະສາມາດບັນທຶກພາບໄວ້ໄດ້ຢ່າງຊັດເຈນ ໃນພື້ນທີ່ໃກ້ເມືອງດີທຣອຍ ທາງຕາເວັນອອກຂອງລັດມິຊິແກນ. ການຕົກຂອງອຸກາບາດຍັງສົ່ງຜົນໃຫ້ເກີດແຮງສັ່ນສະເທືອນຂະຫນາດ 2.0 ເຮັດໃຫ້ບ້ານເຮືອນໃນພື້ນທີ່ສັ່ນໄຫວ ຜູ້ຄົນທີ່ພົບເຫັນຕ່າງຕື່ນຕົກໃຈ ແຕບໍ່ມີລາຍງານຄວາມເສຍຫາຍເກີດຂື້ນ ຂະນະດຽວກັນຜູ້ທີ່ພົບເຫັນປະກົດການອຸກາບາດດັ່ງກ່າວຍັງໄດ້ບັນທຶກພາບໄວ້ ແລະ ນຳໄປເຜີຍແຜ່ໃນສື່ສັງຄົມອອນລາຍ ຈົນກາຍເປັນກະແສນິຍົມໃນຊ່ວງເວລາຫນື່ງດ້ວຍ.

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...