spot_img
Home​ຂ່າວທ່ອງທ່ຽວ2018 ນະຄອນຫຼວງຄຶກຄື້ນກັບກິດຈະກຳທ່ອງທ່ຽວລາວຕະຫຼອດທັງປີ

2018 ນະຄອນຫຼວງຄຶກຄື້ນກັບກິດຈະກຳທ່ອງທ່ຽວລາວຕະຫຼອດທັງປີ

Published on

ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ໄດ້​ລາຍງານ​ແຜນ​ວຽກ​ຈຸດ​ສຸມ​ການ​ເປັນເຈົ້າພາບ​ທີ່​ດີ​ປີ​ທ່ອງ​ທ່ຽວ​ລາວ 2018 ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ປະຊາຊົນ ນວ ຊຸດ​ທີ I ໃນ​ວັນ​ທີ 10 ມັງກອນ 2018 ວ່າ ສຳລັບ 9 ວຽກ​ຈຸດ​ສຸມ​ເພື່ອ​ສົ່ງເສີມ​ການທ່ອງທ່ຽວ​ໃຫ້​ມີ​ຂະ​ບວນຟົດຟື້ນ ແລະ ປະສົບ​ຜົນສຳເລັດ ຕາມ​ຄາດໝາຍ​ວາງ​ໄວ້​ໃນ​ການເປັນ​ເຈົ້າພາບ​ທີ່​ດີ ປະກອບ​ມີ​ຄື: ແຜນ​ວຽກ​ວິຊາ​ການ​ໃນ​ຂົງເຂດ​ບໍລິ​ການ​ດ້ານ​ວັດທະນະທຳ-ທ່ອງທ່ຽວ ແຜນ​ວຽກ​ສ້າງ​ສີສັນ​ໃໝ່​ໃນແຫຼ່ງ​ທ່ອງ​ທ່ຽວ​ວັດທະນະທຳ ແລະ ປູຊະນີຍະສະຖານ​ທີ່​ສຳຄັນ ແຜນ​ວຽກ​ສ້າງ​ສີສັນ​ໃໝ່​ໃນ​ແຫຼ່ງທ່ອງ​ທ່ຽວ​ດ້ານ​ປະຫວັດສາດ ແຜນ​ວຽກ​ຈັດ​ສັນ​ແຫຼ່ງ​ທ່ອງ​ທ່ຽວ ແຜນ​ວຽກ​ໂຄສະນາ​ກິດຈະກຳ​ບຸນປະເພນີ​ທາງ​ສາສະໜາ ແລະ ຕາມ​ຮີດ​ສິບ​ສອງ​ຄອງ​ສິບ​ສີ່ ແຜນວຽກ​ສ້າງ​ລາຍການ​ລາຕີ​ວຽງຈັນ ຈັດ​ງານ​ເທ​ສະການ​ອາຫານວຽງ​ຈັນ ແລະ ແຜນ​ວຽກ​ດຶງ​ດູດນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ໃຫ້​ເຂົ້າ​ມາ​ທ່ຽວ​ຊົມ ນະຄອນຫຼວງ​ວຽງ​ຈັນ ໃຫ້​ນັບ​ມື້ຫຼາຍ​ຂຶ້ນ ພ້ອມ​ກັນ​ນັ້ນ ໃນ​ວຽກງານ​ຈຸດ​ສຸມ ປີ 2018 ຍັງ​ໄດ້​ກຳນົດ​ຈັດ​ກິດຈະກຳ​ຕ່າງໆ ​ທີ່​ເປັນການ​ສົ່ງເສີມ​ການທ່ອງທ່ຽວ​ໃນແຕ່​ລະ​ເດືອນ ໂດຍ​ອຳນາດ​ການປົກຄອງ ນວ ເຫັນ​ດີ​ໃຫ້​ຈັດ​ກິດ​ຈະກຳ​ບຸນ​ລານ​ເຂົ້າ ບ້ານ​ວັດທະນະທຳ​ບ້ານ​ໃຫຍ່​ນາ​ຈະເລີນ ເມືອງສັງ​ທອງ ໃນ​ວັນ​ທີ 12 ມັງກອນ ແລະ ງານ​ເທ​ສະການ​ອາຫານລາວ​ທີ່​ບໍລິເວນ​ແຄມ​ຂອງ​ທ່າ​ວັດຈັນ ໃນ​ວັນ​ທີ 24-27 ມັງກອນ ເປີດ​ສຳ​ມະ​ນາ​ວິທະຍາສາດ​ໂຄງການ​ສົ່ງເສີມ​ການທ່ອງທ່ຽວ​ທຳມະ​ຊາດ ແລະ ເປີດ​ຂະ​ບວນ​ການແຂ່ງຂັນ​ທຸລະ​ກິດ​ບໍລິການ​ດ້ານວັດທະນະທຳ-ທ່ອງ​ທ່ຽວ​ຕາມ 6 ສະເໜີ​ໃນ​ເດືອນ​ກຸມພາ ຈັດ​ຂະບວນ​ການທ່ອງທ່ຽວ​ທາງນ້ຳ​ຕາມລຳ​ແມ່ນ້ຳ​ງື່ມ ແລະ ເທ​ສະການອາຫານ​ພື້ນ​ບ້ານ ຢູ່​ບ້ານ​ນາ​ຄັນທຸງ ຕິດ​ພັນ​ກັບ​ການທ່ອງທ່ຽວພະ​ບາດ​ແອວ​ຂັນ​ໃນ​ເດືອນ​ມີນາ ຈັດ​ກອງ​ປະຊຸມ​ວິຊາ​ການ​ທ່ອງທ່ຽວ 5 ນະຄອນ​ລຸ່ມ​ແມ່ນ້ຳ​ຂອງ ແລະ ງານ​ຊາວ​ໜຸ່ມ​ການ​ທູດ ດ້ານ​ການທ່ອງທ່ຽວ 5 ນະຄອນ ງານ​ຄັດ​ເລືອກ​ນາງ​ສາວ ນວ ປະຈຳປີ 2018 ເທ​ສະການ​ບຸນປີໃໝ່ລາວ ຈັດ​ຂະ​ບວນ​ຄາ​ລາ​ວານ​ລົດທ່ອງ​ທ່ຽວ​ລາວ​ຈາກ​ສະໜາມຫຼວງໄປ​ຫາ​ເມືອງ​ປາກ​ງື່ມ ​ຈັດລາຍການ​ທ່ຽວ​ຊົມ​ຕາເວັນຕົກດິນ​ທີ່​ບໍລິເວນ​ແຄມ​ຂອງ ແລະ ງານ​ວາງສະແດງ​ສິນຄ້າ​ໂອ​ດັອບປະຈຳ​ປີ ເດືອນ​ມິຖຸນາ 2018 ຈັດຂະ​ບວນ​ທ່ອງ​ທ່ຽວ​ຕາມ​ລຳ​ນ້ຳ​ງື່ມ ເດືອນ​ກໍລະກົດຈັດ​ແຂ່ງຂັນ​ແລ່ນ ມິ​ນິ​ມາລາ​ທອນ​ມິດຕະພາບ​ລາວ-ໄທ ເດືອນ​ສິງຫາ 2018 ງານແຂ່ງຂັນ​ປຸງ​ແຕ່ງອາຫານ​ເອກະລັກ​ວຽງ​ຈັນ ແລະ ງານ​ແຂ່ງຂັນລາວ​ຊຸບ​ເປີ​ໂມ​ເດວ ງານ​ວາງ​ສະແດງ​ຜະລິດ​ຕະ​ພັນ​ສິນຄ້າ​ພາຍ​ໃນງານ​ແຂ່ງຂັນ​ຮ້ອງເພງ​ປີ​ທ່ອງທ່ຽວ ນວ ເດືອນ​ກັນຍາ ພິທີ​ປ່ອຍນົກ​ສັນຕິພາບ ແລະ ຍ່າງ​ເພື່ອ​ສຸຂະ​ພາບ ເດືອນ​ຕຸລາ ເທ​ສະການບຸນ​ອອກ​ພັນ​ສາ​ປະ​ວໍລະນາ ແລະ ຊ່ວງ​ເຮືອ​ທ່າ​ວັດ​ຈັນ ເດືອນ​ພະຈິກ ກອງ​ປະຊຸມ​ສຸດ​ຍອດ​ເຈົ້າ​ໜ້າທີ່​ອາວຸໂສ​ດ້ານ​ການທ່ອງທ່ຽວ 5 ນະຄອນ​ລຸ່ມ​ແມ່ນ້ຳ​ຂອງ ກອງ​ປະຊຸມ​ສຸດ​ຍອດ​ເຈົ້າ​ຄອງ​ນະຄອນດ້ານ​ການທ່ອງທ່ຽວ 5 ນະຄອນລຸ່ມ​ແມ່ນ້ຳ​ຂອງ ງານ​ສະເຫຼີມ​ສະຫຼອງ​ປີ​ທ່ອງ​ທ່ຽວ ​ໃນ​ໂອກາດ​ບຸນນະມັດສະການ​ພະ​ທາດຫຼວງ ເດືອນ​ພະຈິກ ແລະ ເດືອນ​ທັນວາ 2018 ງານ​ເທ​ສະການ​ບຸນ​ກິນຈຽງ​ຊົນເຜົ່າ​ມົ້ງ ທີ່​ສວນ​ພຶກສາຈັດ​ຄາ​ລະ​ວານ​ລົດຖີບ​ແຕ່​ສວນເຈົ້າຟ້າ​ງຸ່ມ ໄປ​ຫາບ້ານ​ເພຍ​ລາດ ເມືອງ​ສັງ​ທອງ ແລະ ງານ​ສະເຫຼີມ​ສະຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ ແລະ ຕ້ອນຮັບ​ປີ​ໃໝ່ ພ້ອມ​ກັບ​ສະຫຼອງປີ​ທ່ອງ​ທ່ຽວ 2018 ທີ່​ສວນ​ເຈົ້າອະນຸວົງ​ແຄມ​ຂອງ.

 

ແຫລ່ງຂ່າວ:​ ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...