Homeປ່ອງຢ້ຽມດວງດາວປະກົດການຂອງດວງເດືອນ 3 ຢ່າງພ້ອມກັນເທິງທ້ອງຟ້າທີ່ຫາຊົມໄດ້ຍາກຄັ້ງທຳອິດໃນຮອບ 150 ປີ

ປະກົດການຂອງດວງເດືອນ 3 ຢ່າງພ້ອມກັນເທິງທ້ອງຟ້າທີ່ຫາຊົມໄດ້ຍາກຄັ້ງທຳອິດໃນຮອບ 150 ປີ

Published on

ໃນຄ່ຳຄືນຂອງວັນທີ 31 ມັງກອນ 2018 ທີ່ກຳລັງຈະມາຮອດນີ້ຈະເກີດປະກົດການພິເສດທີ່ຫາຊົມໄດ້ຍາກເທິງທ້ອງຟ້າ ປະກົດການຂອງດວງເດືອນ 3 ຢ່າງພ້ອມກັນຄື ຊຸບເປີມູນ (Supermoon) ບລູມູນ (Blue Moon) ແລະ ບລັອດມູນ (Blood Moon) ເປັນປະກົດການທີ່ເກີດຂຶ້ນຄັ້ງທຳອິດໃນຮອບ 150 ປີ ເຊິ່ງເອີ້ນກັນວ່າ ປະກົດການ Super Blue Blood Moon ເຊິ່ງເຄີຍເກີດຂຶ້ນແລ້ວໃນປີ 1866 ຫຼື ປະມານ 152 ປີກ່ອນ

ເຊິ່ງປະເທດລາວເອງກໍ່ອາດເບິ່ງປະກົດການນີ້ເຫັນໃນບາງທ້ອງຖິ່ນ ໃນວັນທີ 31 ມັງກອນ 2018 ນີ້ ດວງເດືອນເລີ່ມເຂົ້າສູ່ເງົາມົວຂອງໂລກຕັ້ງແຕ່ເວລາ 17.51 ນາທີ ຈາກນັ້ນຈະຄ່ອຍໆເຄື່ອນຕົວເຂົ້າສູ່ເງົາມືດຂອງໂລກ ເກີດເປັນຈັນທະຄາດບາງສ່ວນໃນເວລາ 18.48 ນາທີ ແລະ ຈະເຂົ້າສູ່ຈັນທະຄາດເຕັມດວງໃນຊ່ວງເວລາ 19.51-21.07 ນາທີ

ກຽມຕົວກັນໃຫ້ພ້ອມຈື່ວັນກັນໃດດີໆ! ຫ້າມລືມ ເພາະນີ້ເປັນຄັ້ງດຽວໃນຮອບຊີວິດຄົນພາດແລ້ວພາດເລີຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...