Homeຂ່າວພາຍ​ໃນຫຼວງພະບາງຕິດອັນດັບແຫຼ່ງທ່ອງທ່ຽວທີ່ໜ້າໄປທີ່ສຸດຂອງໜັງສືພິມນິວຢອກທາມ

ຫຼວງພະບາງຕິດອັນດັບແຫຼ່ງທ່ອງທ່ຽວທີ່ໜ້າໄປທີ່ສຸດຂອງໜັງສືພິມນິວຢອກທາມ

Published on

ຫຼວງພະບາງຕິດໜຶ່ງໃນ 52 ສະຖານທີ່ທ່ອງທ່ຽວທີ່ໜ້າໄປທີ່ສຸດໃນໂລກ (52 Places to Go in 2018) ຂອງໜັງສືພິມນິວຢອກທາມ, ເຊິ່ງເປັນໜັງສືພິມທີ່ດັງທີ່ສຸດຂອງສະຫະລັດອາເມລິກາ. ຫຼວງພະບາງຕິດເປັນອັນດັບທີ 52, ຮອງຈາກເມືອງບຣິສໂທນ, ປະເທດອັງກິດ.

ຫຼວງພະບາງຖືວ່າແມ່ນເມືອງແຫ່ງຄວາມພາກພູມໃຈຂອງຄົນລາວ, ເຊິ່ງຖືກຍົກໃຫ້ເປັນເມືອງມໍລະດົກໂລກໂດຍອົງການຍູເນສໂກໃນປີ 1995. ອົງການຍູເນສໂກໄດ້ໃຫ້ຄໍານິຍາມຫຼວງພະບາງວ່າເປັນ ຕົວຢ່າງທີ່ໂດດເດັນໃນການປະສົມປະສານລະຫວ່າງສະຖາປັດຕະຍະກຳພື້ນເມືອງຂອງລາວ ກັບ ໂຄງສ້າງເມືອງຍຸກໃໝ່ ດ້ວຍຕືກອາຄານແບບຝຣັ່ງທີ່ສ້າງຕັ້ງໃນສະຕະວັດທີ 19 ແລະ 20. ຄວາມເປັນເອກະລັກຂອງເມືອງນີ້ໄດ້ສະແດງໃຫ້ເຫັນເຖິງການລວມກັນຢ່າງລົງຕົວລະຫວ່າງສອງວັດທະນະທຳທີ່ແຕກຕ່າງກັນ.

“ການທີ່ຫຼວງພະບາງຖືກຈັດເປັນສະຖານທີ່ທີ່ໜ້າໄປທີ່ສຸດໂດຍນິວຢອກທາມ ສະແດງໃຫ້ເຫັນເຖິງສັກກະຍະພາບທາງດ້ານການທ່ອງທ່ຽວໃນບ້ານເຮົາ. ຕອນນີ້,​ ເຮົາສາມາດເວົ້າໄດ້ວ່າຫຼວງພະບາງເປັນທີ່ຮູ້ຈັກໃນນາມຂອງຈຸດໝາຍປາຍທາງຂອງນັກທ່ອງທ່ຽວໃນໂລກ” ກ່າວໂດຍ ທ່ານ ເຈສັນ ໂຣແລນ, ຜູ້ຈັດການທົ່ວໄປຂອງບໍລິສັດທ່ອງທ່ຽວເອັກໂຊ (EXO Travel Laos), ໜຶ່ງໃນບໍລິສັດນໍາທ່ຽວທີ່ໃຫຍ່ທີ່ສຸດໃນລາວ.

ໜັງສືພິມນິວຢອກທາມໄດ້ຈັດອັນດັບສະຖານທີ່ທ່ອງທ່ຽວທີ່ໜ້າຈະໄປທຸກໆປີ, ການຕິດອັນດັບຄັ້ນີ້ແມ່ນການຕິດອັນດັບໃນຮອບຫຼາຍສິບປີຂອງລາວ. ຂ່າວທີ່ລາວເຮົາຕິດອັນດັບການທ່ອງທ່ຽວຈັດໂດຍນິວຢອກທາມແມ່ນຖືກຕີພິມຫຼັງຈາກທີ່ລາວເຮົາຕິດອັນດັບສະຖານທີ່ທ່ອງທ່ຽວທີ່ມາແຮງທີ່ສຸດໃນທະວີບອາຊີ (Where to go in 2018 – the hotlist) ເຊິ່ງຈັດອັນດັບໂດຍໜັງສືພິມເດິກາດຽນ (The Guardian) ພຽງແຕ່ບໍ່ເທົ່າໃດມື້.

ການທີ່ລາວເຮົາຕິດອັນດັບແຫຼ່ງທ່ອງທ່ຽວໃນໜັງສືພິມລະດັບໂລກສອງສະບັບນີ້ ແມ່ນເປັນໂອກາດອັນດີ, ຍິ່ງເມື່ອລາວເຮົາເປີດປີ 2018 ເປັນປີທ່ອງທ່ຽວລາວ ຈະຍິ່ງສາມາດດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມເມືອງລາວເຮົາຫຼາຍຂື້ນ. ການເປີດປີທ່ອງທ່ຽວລາວ ແມ່ນເລີ່ມກຽນການຕັ້ງແຕ່ເດືອນຕຸລາ ປີ 2017 ທີ່ຜ່ານ, ເຊິ່ງບັນດານັກທ່ອງທ່ຽວຈະສາມາດມາທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ, ແລະ ນັກທ່ອງທ່ຽວກໍສາມາດເຂົ້າຮ່ວມບຸນປະເພນີຕ່າງໆທີ່ຈັດຂຶ້ນໂດຍບັນດາຊົນເຜົ່າຕ່າງໆໃນແຕ່ລະແຂວງອີກດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...