Homeຂ່າວພາຍ​ໃນລົດເມຮັບສົ່ງຢູ່ສະໜາມບິນສາກົນວັດໄຕຈະເລີ່ມໃຫ້ບໍລິການແລ້ວ!

ລົດເມຮັບສົ່ງຢູ່ສະໜາມບິນສາກົນວັດໄຕຈະເລີ່ມໃຫ້ບໍລິການແລ້ວ!

Published on

ລົດເມຮັບສົ່ງຢູ່ສະໜາມບິນສາກົນວັດໄຕຈະເລີ່ມໃຫ້ບໍລິການ ຕັ້ງແຕ່ອາທິດໜ້າເປັນຕົ້ນໄປ, ສາຍສະໜາມບິນ-ຄິວລົດເມຕະຫຼາດເຊົ້າ. ລົດເມຈະອອກຈາກສະຖານີລົດເມຢູ່ຕະຫຼາດເຊົ້າທຸກໆ 40 ນາທີ ເລີ່ມບໍລິການຕັ້ງແຕ່ 9 ໂມງເຊົ້າຈົນເຖິງ 10 ໂມງແລງ, ປີ້ລົດເມຖ້ຽວດຽວລາຄາ 15,000 ກີບ.

“ປະຈຸບັນນີ້,​ ລົດຮັບສົ່ງສາທາລະນະທີ່ໃຫ້ບໍລິການຢູ່ສະໜາມບິນວັດໄຕມີພຽງລົດຕັກຊີເທົ່ານັ້ນ ເຊິ່ງຄິດຄ່າບໍລິການປະມານ 58,000 ກີບ ຈາກສະໜາມບິນຫາຕົວເມືອງ” ກ່າວໂດຍ ທ່ານ ສິດທິພົນ ຈັນທະວົງ, ຮອງຜູ້ອຳນວຍການ Vientiane City 2 Bus Service.

“ລົດເມສາຍນີ້ຈະຢຸດຮັບຜູ້ໂດຍສານຢູ່ 16 ຈຸດ, ຜ່ານທາງຫໍຄໍາ ແລະ ຕາມເສັ້ນທາງສຸພານຸວົງ” ກ່າວຕື່ມໂດຍທ່ານ ສິດທິພົນ.

ນອກຈາກນັ້ນ, ຜູ້ໂດຍສານຍັງສາມາດກວດສອບຕາຕະລາງເວລາການແລ່ນລົດເມ, ເສັ້ນທາງລົດເມ ແລະ ຍັງສາມາດເອີ້ນລົດຕັກຊີໄດ້ ຜ່ານທາງແອັບພລິເຄຊັນໃນມືຖືລະບົບແອນດຣອຍ ຂອງຜູ້ໂດຍສານເອງ.

ລົດເມ Vientiane City 2 Bus Service ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນພະຈິກ 2017, ສາຍສູນການຄ້າໄອເຕັກ-ຕະຫຼາດເຊົ້າ. ລົດເມທັງໝົດ 34 ຄັນແມ່ນໄດ້ຮັບເປັນຂອງຂວັນຈາກສຳນັກງານປົກຄອງນະຄອນກຽວໂຕ ໂດຍຫວັງວ່າຈະຊ່ວຍໃຫ້ບັນຫາລົດຕິດໃນວຽງຈັນຫຼຸດໜ້ອຍລົງ.

ປ້າຍລົດເມ Vientiane City 2 Bus ແມ່ນໄດ້ຕັ້ງຢູ່ຕາມຈຸດຕ່າງໆໃນຕົວເມືອງ ເພື່ອປ້ອງກັນ ແລະ ຫຼີກລ່ຽງ ການເອີ້ນລົດເມບໍ່ກົງຕາມປ້າຍ ຈະຊ່ວຍໃຫ້ການສັນຈອນໃນທ້ອງຖະໜົນເປັນລະບຽບຫຼາຍຂື້ນ.

ຮູບພາຍຈາກ: Vientiane City 2 Bus Service

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...