spot_img
Homeຂ່າວພາຍ​ໃນລັດລົງໂທດທາງກົດໝາຍແກ່ຜູ້ສໍ້ລາດບັງຫຼວງ 107 ຄົນ ມີ 86 ຄົນເປັນພະນັກງານລັດ

ລັດລົງໂທດທາງກົດໝາຍແກ່ຜູ້ສໍ້ລາດບັງຫຼວງ 107 ຄົນ ມີ 86 ຄົນເປັນພະນັກງານລັດ

Published on

ບັນຫາການສໍ້ລາດບັງ ຫຼວງແມ່ນພະຍາດຕົວສະກາດ ຖ່ວງດຶງການພັດທະນາປະເທດຊາດ ຊຶ່ງນັບແຕ່ປີ 2013 ເປັນຕົ້ນມາຫຼັງຈາກທີ່ອົງການກວດກາລັດຖະບານສົມທົບກັບຄະນະກວດກາບັນດາກະຊວງ-ອົງການ ແລະທ້ອງຖິ່ນເພື່ອດຳເນີນການກວດກາຫຼາຍກຸ່ມເປົ້າໝາຍທັງພາກລັດ ແລະເອກະຊົນຮອດຂະນະນີ້ສາມາດກວດພົບເຫັນຜູ້ກະທຳຜິດ ແລະໄດ້ລົງໂທດຕາມກົດໝາຍແລ້ວຈຳນວນ 107 ຄົນ ອັນໄດ້ສ້າງຄວາມເສຍຫາຍມູນຄ່າທັງໝົດເກືອບ 500 ຕື້ກີບ ໃນນັ້ນມີພະນັກງານລັດ 86 ຄົນ.

ອີງຕາມເອກະສານປາຖະ ກະຖາເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາ ກົນຄົບຮອບ 14 ປີ (9 ທັນວາ 2003-9 ທັນວາ 2017) ຂອງທ່ານ ສົມພູ ດວງສະຫວັນ ກຳມະການຄະນະພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດຕໍ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2017 ຂອງຄະນະບໍລິຫານງານພັກສະພາແຫ່ງ ຊາດທີ່ຈັດຂຶ້ນເມື່ອວັນທີ 5 ມັງກອນຜ່ານມາ ທີ່ນະຄອນຫຼວງວຽງຈັນລະບຸວ່າ: ການສໍ້ລາດບັງຫຼວງແມ່ນສະພາບຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍ ແຮງທີ່ສົ່ງຜົນກະທົບ ແລະກົດໜ່ວງຖ່ວງດຶງເຖິງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີກໍ ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ.

ຢ່າງໃດກໍຕາມ ຕໍ່ບັນຫາດັ່ງກ່າວຜ່ານມາພັກ ແລະລັດກໍໄດ້ຖືເອົາການສະກັດກັ້ນການສໍ້ລາດບັງຫຼວງເປັນບັນຫາສຳຄັນ ແລະຕ້ອງໄດ້ສະກັດກັ້ນແຕ່ຫົວທີເປັນຕົ້ນຕໍ ແລະ ເປັນບັນຫາພື້ນຖານຍາວນານ, ພ້ອມທັງ ຄົ້ນຄວ້າສ້າງບັນດານິຕິກຳ ໂດຍໄດ້ອອກຄຳສັ່ງ, ຂໍ້ກຳນົດ, ລະບຽບການຂອງພັກ ແລະຂອງລັດຕົ້ນຕໍແມ່ນມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດ ບັງຫຼວງໃນເງື່ອນໄຂໃໝ່, ມະຕິວ່າດ້ວຍ ການແກ້ໄຂປາກົດການອາຍາສິດ ສະກັດ ກັ້ນການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການຕ້າການສໍ້ລາດບັງຫຼວງ, ຍຸດທະສາດຕ້ານການສໍ້ລາດບັງຫຼວງຮອດປີ 2020, ດຳລັດວ່າດ້ວຍການແຈ້ງຊັບສິນ, ດຳລັດວ່າດ້ວຍການປະຢັດ ແລະຕ້ານການຟຸມເຟືອຍ ແລະບັນດາຂໍ້ຫ້າມສຳລັບສະມາຊິກພັກ, ພະນັກງານ-ລັດຖະກອນ ແລະນິຕິກຳອື່ນໆ ທີ່ກ່ຽວຂ້ອງ.

 

ແຫລ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...