ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 10

ຕອນທີ 10 ທ່ຽວຕອນພັກແລ້ງ

ພັກແລ້ງສາມເດືອນມັນຊ່າງເປັນຊ່ວງເວລາທີ່ສຸດພິເສດ ເພາະໄດ້ພັກຮຽນແບບຍາວໆ ຄອບຄົວຂອງໂທນີ ແລະ ມາລີ ວາງແຜນຈະໄປທ່ຽວນຳກັນໃນຊ່ວງວັນພັກເສົາ-ອາທິດນີ້ ມາລີຕື່ນເຕັ້ນດີໃຈສຸດໆ ທີ່ດີໃຈບໍ່ແມ່ນວ່າເພາະຄອບຄົວຈະພາໄປທ່ຽວ ແຕ່ເປັນເພາະວ່ານາງຈະໄດ້ມີໂອກາດໄດ້ໃກ້ຊິດກັບໂທນີ ເພາະຕັ້ງແຕ່ປິດພາກຮຽນມາ ໂທນີກໍ່ເອົາແຕ່ເກັບຕົວຢູ່ໃນຫ້ອງ ຫຼື ອອກໄປຫຼິ້ນກິລາກັບເພື່ອນຜູ້ຊາຍຂອງເຂົາ ມາລີກັບໂທນີເລີຍບໍ່ມີເວລາໄດ້ໃກ້ຊິດກັນປານໃດ ແລ້ວວັນເສົາສຸດພິເສດກໍ່ມາທັງ

ມາລີ: ທຸກຢ່າງກຽມພ້ອມ! GO…
ເຄື່ອງເຕັມຫຼັງລົດກະບະ ພວກເຂົາມຸ່ງໜ້າໄປທີ່ຕາດຊອນ ເມື່ອໄປຮອດສະຖານທີ່ ໂທນີກັບພໍ່ຈອນນີ ແລະ ພໍ່ຫວັນກໍ່ພາກັນຂົນເຄື່ອງລົງຈາກຫຼັງລົດກະບະໄປຈັດໄວ້ໃນຈຸດພັກ ເມນູອຫານມື້ນີ້ແມ່ນຕຳໝາກຫຸ່ງ, ແກງໜໍ່ໄມ້ ແລະ ຍັງມີປິ້ງໄກ່ພ້ອມດ້ວຍເຄື່ອງດື່ມເຕັມຖັງ, ພໍ່ຈອນນີກັບພໍ່ຫວັນ ນັ່ງດື່ມເບຍລົມກັນຢ່າງມີຄວາມສຸກ ສ່ວນແມ່ມະລິກັບແມ່ເມສາກໍ່ຈັດກຽມອາຫານໂດຍມີໂທນີກັບມາລີເປັນລູກມື
ແມ່ເມສາ: ໂທນີ! ເອົາຖ່ານໃສ່ເຕົາໃຫ້ແມ່ແລ້ວພວກລູກຈະພາກັນໄປຫຼິ້ນກໍ່ໄປ
ແມ່ມະລິ: ທາງນີ້ພວກແມ່ຈະຈັດການເອງ
ມາລີ: ແຕ່ວ່າ…ມັນຈະດີ…ຢູ່ບໍ້
ແມ່ເມສາ: ມີຫຍັງທີ່ບໍ່ດີ! ພວກເຈົ້າພາກັນໄປຫຼິ້ນຕາມພາສາໄວລຸ້ນເຖາະ ຢູ່ທາງນີ້ປ່ອຍໄວ້ເປັນໜ້າທີ່ຂອງແມ່ຄົວມືອາຊີບຈັດການເອງ! ບໍ່ຕ້ອງຫ່ວງ
ມາລີຟ້າວແລ່ນໄປລາກໂທນີ: ໂທນີໄປ! ໄປ
ໂທນີຝືນບໍ່ໄດ້ກໍ່ຕ້ອງໄດ້ຕາມມາລີໄປໂດຍໄປໜ້ານິ້ງໆ, ເມື່ອໂທນີກັບມາລີໄປແລ້ວ
ແມ່ເມສາ: ເດັກສອງຄົນນີ້ໜ້າຮັກສົມກັນແທ້ໆ
ແມ່ມະລິ: ຂ້ອຍກໍ່ວ່າແນວນັ້ນລ່ະ
ແມ່ເມສາ: ຂ້ອຍຂໍຈອງມາລີເປັນລູກໄພ້ເດີ້!
ແມ່ມະລິ: ເອ໋..! ເລື່ອງນີ້ເຈົ້າຈະເວົ້າຫຼິ້ນບໍ່ໄດ້ໃດ໋ ເພາະຂ້ອຍຄິດຈິງຈັງ
ແມ່ເມສາ: ສະແດງວ່າເຈົ້າກໍ່ຢາກໄດ້ໂທນີລູກຊາຍຂ້ອຍເປັນລູກເຂີຍຄືກັນແມ່ນບໍ່
ແມ່ມະລິ: ຈະເວົ້າແນວໃດດີລ່ະ! ຄືຖ້າລູກສາວຂ້ອຍໄດ້ມີວາດສະໜາເປັນຄູ່ກັບລູກຊາຍເຈົ້າມັນກໍ່ຄົງເປັນບຸນຂອງລູກສາວຂ້ອຍ ແລະ ພວກຂ້ອຍສອງເຖົ້າພ້ອມ
ແມ່ເມສາ: ຊັ້ນເຮົາໃຈຕົງກັນແລ້ວລ່ະ
ທັງແມ່ເມສາ ກັບ ແມ່ມະລິຈັບມືກັນ ເພື່ອປະກາດຮ່ວມມືເຮັດພາລະກິດຈັບຄູ່ໃຫ້ມາລີກັບໂທນີ

ໂທນີກັບມາລີທັງສອງຍ່າງມາທີ່ແຄມນ້ຳ ເຫັນເຮືອຢາງຈອດໄວ້ແຄມທ່າ ມາລີຢາກມີໂມເມ້ນຫວານໆໂຮແມນຕິກກັບໂທນີແບບພະເອກນາງເອກໃນລະຄອນທີ່ນາງເບິ່ງມາລີທັງຄິດໄປເຂີນໄປຍິ້ມບິດຕົວຢ່າງມີຄວາມສຸກ ຈົນໂທນີແນມເບິ່ງໜ້ານາງດ້ວຍສາຍຕາແປກໆ
ໂທນີ: ກຳລັງຝັນຫຍັງຢູ່
ສຽງໂທນີຖາມເຮັດໃຫ້ມາລີມີສະຕິກັບຄືນມາກ່ອນທີ່ນາງຈະຊວນໂທນີພາຍເຮືອນຳກັນ
ມາລີ: ໂທນີພາຍເຮືອຫຼິ້ນປ໋ະ! ທ່າມກາງບັນຍາກາດທີ່ແສນໂຣແມນຕິກ
ໂທນີ: ບໍ່
ເຖິງໂທນີຈະປະຕິເສດແຕ່ກໍ່ຍັງໄປພາຍເຮືອເປັນເພື່ອນມາລີຢູ່ດີ ທັງສອງໃສ່ເສື້ອຊູຊີບລົງໄປນັ່ງໃນເຮືອ ແລະ ພາຍອອກຝັ່ງ ແຕ່ເບື້ອງຕົ້ນທັງສອງຍັງພາຍເຮືອບໍ່ຄ່ອຍເປັນເລີຍເຮັດໃຫ້ເຮືອທີ່ພາຍນັ້ນບໍ່ໄປທາງໜ້າ ແຕ່ພາຍວົນເປັນເລກສູນແທນ ກວ່າຈະພາຍໄດ້ແບບຄົນອື່ນກໍ່ເຮັດເອົາທັງສອງເຖິງຂັ້ນເຫື່ອແຕກ ໃນລະຫວ່າງພາຍເຮືອໄປນັ້ນ ກໍ່ມີເຮືອສອງໜຸ່ມແປກໜ້າພາຍມາຂ້າງໆ ເພື່ອມາຖ້າດວນແຂ່ງພາຍເຮືອ
ຄົນພາຍເຮືອ: ພ່າຍແຂ່ງກັນບໍ່
ມາລີຮູ້ສຶກຢ້ານເສຍໜ້າ: ບໍ່ໄດ້ແລ້ວ! ພວກເຈົ້າຕາມສະບາຍເລີຍ
ມື້ນີ້ມາລີນຸ່ງໂສ້ງຂາສັ້ນໂຊຂາຂາວນຽນນ້ອຍລຽວໆຂອງນາງ ໂທນີສັງເກດເຫັນຊາຍສອງຄົນນັ້ນກຳລັງແນມເບິ່ງຂາຂອງມາລີໃນຂະນະທີ່ປາກເວົ້າກັບມາລີແຕ່ຕາແນມເບິ່ງຂາ ໂທນີເລີຍຮູ້ສຶກຫງຸດງິດຈິ່ງໄດ້ຖອດເສື້ອອີກຕົວທີ່ນຸ່ງຄຸມກັນແດດຂອງເຂົາອອກແລ້ວໂຍນໄປປົກທີ່ຂາຂອງມາລີ ແຕ່ມາລີບໍ່ເຂົ້າໃຈຄວາມໝາຍຂອງໂທນີ
ມາລີ: ເຈົ້າໂຍນເສື້ອມາໃສ່ຂາຂ້ອຍເຮັດຫຍັງ
ໂທນີ: ຂ້ອຍຮ້ອນ!
ມາລີ: ນຸ່ງມາຕັ້ງດົນຫາກໍ່ຮ້ອນນິຫວະ
ໂທນີ: ຢ່າເວົ້າຫຼາຍ ຝາກເສື້ອແນ່
ມາລີ: ຢາກຝາກເຊື່ອຊື່ໆເປັນຫຍັງຕ້ອງວາງມາດຂະໜາດນີ້
ໂທນີເຮັດໜ້າແລະເວົ້າສຽງຈິງຈັງ: ຢ່າເອົາອອກໃດ໋
ມາລີໄດ້ແຕ່ງຶກຫົວ: ໂອເຄ
ສອງຊາຍພາຍເຮືອສຳພັດໄດ້ເຖິງຄວາມຫຶງຫວງ ແລະ ພວກເຂົາກໍ່ຮູ້ວ່າໂທນີຄົງຮູ້ແລ້ວວ່າໂທນີຮູ້ແລ້ວວ່າພວກເຂົາກຳລັງເບິ່ງຂາມາລີຢູ່ ເພື່ອບໍ່ໃຫ້ຄວາມແຕກຊາຍທັງສອງຈິ່ງຟ້າວພາຍເຮືອນໜີ
ຊາຍພາຍເຮືອ: ບ່າຍ!ບ່າຍ ເດີ້ຜູ້ສາວ ຜູ້ບ່າວ (ແລ້ວກໍ່ພາຍເຮືອຈາກໄປ)
ຫຼັງຈາກທີ່ພວກເຂົາຈາກໄປກໍ່ຍັງເຫຼືອແຕ່ເຮືອຂອງໂທນີກັບມາລີລອຍຕົວຢູ່ກາງນ້ຳ ເມືອແສງແດດກະທົບກັບນ້ຳສາດແສງມາທີໜ້າອັນຂາວນວນຂອງໂທນີ ອໍຣາຄວາມຫຼໍ່ກໍ່ທະລຸເຂົ້າຕາຂອງມາລີອີກແລ້ວ ເວລານັ້ນມາລີຢາກຈະກີ໊ດດດ! ອອກມາດັງໆດັ່ງຄົນບ້າຄືແຟນຄລັບກີ໊ດວົງບອຍແບນຊື່ດັງຂອງເກົາຫຼີ ແຕ່ມາລີກໍ່ຕ້ອງຂົ່ມໃຈໄວ້ ເຮັດໄດ້ພຽງມະໂນນຶກຝັນກາງເວັນສົມມຸດຕົນເປັນນາງເອກໂທນີເປັນພະເອກທີ່ຮັກກັນຫວານຊື່ນກຳລັງພາຍເຮືອລ່ອງແມມ່ນ້ຳຊົມວີວຢ່າງໂຣແມນຕິກແລະຈົບລົງດ້ວຍການຈູ໊ບທີ່ຫອມຫວານ
ໂທນີເຫັນມາລີລະເມີຝັນອີກຄັ້ງເລີຍຕ້ອງການຊ່ວຍໃຫ້ນາງຕື່ນຈາກຝັນກາງເວັນ ດັ່ງນັ້ນໂທນີຈິ່ງປັດນ້ຳໄປໃສ່ມາລີ ນ້ຳນັ້ນມັນເຮັດໃຫ້ວິມານກາງເມກຂອງມາລີລະລາຍຫາຍໄປໃນພິບຕາ
ມາລີນ້ຳສຽງດຸດັນ: ຫຼິ້ນບ້າອິຫຍັງຂອງເພິ່ນ! ປຽກໝົດແລ້ວນິ
ໂທນີຫົວເບົາໆເມື່ອເຫັນໃບໜ້າທີ່ປຽກນ້ຳຂອງມາລີ: ປຸກຄົນຕື່ນຈາກຝັນ
ມາລີເວົ້າດ້ວຍນ້ຳງອນໆ: ປຽກໝົດແລ້ວນິ
ໂທນີ: ມື້ກີ້ນີ້ຝັນຫຍັງຢູ່
ມາລີ: ຝັນວ່າເພິ່ນເປັນພະເອກຂ້ອຍເປັນນາງເອກແລ້ວເຮົາກຳລັງຈູຈູ໊ບກັບທ່າມກາງສາຍນ້ຳແສງແດດປ່າເຂົາ! ນຶກມາແລ້ວຟິນເວີ້
ໂທນີຫັນໜ້າໜີເຮັດໜ້າເຈື່ອນໆ: ເປັນໜັກແລ້ວ
ມາລີບໍ່ທັນຢາກກັບ: ຢູ່ຕໍ່ອີກແປ໊ບບບບບ! ດົນໆເຮົາຈະໄດ້ໂຣແມນຕິກແບບນີ້
ໂທນີ: ກັບເຖາະຫິວແລ້ວ
ໂທນີຟ້າວພາຍເຮືອເຂົ້າຝັ່ງເມື່ອໄປຮອດຈຸດນ້ຳຕື່ນ ໂທນີເລີຍຄິດຢາກແກ້ງມາລີໂດຍການໂຍກເຮືອສັ່ນໄປມາ ມາລີຮູ້ສຶກຕົກໃຈຢ້ານ
ມາລີ: ເຊົາແມະໂທນີເຮັດແບບນີ້ເຂົາບໍ່ຕະລົກເລີຍ
ໂທນີເຫັນມາລີຮ້ອງກີ໊ດດ້ວຍສີໜ້າຕື່ນຕົກໃຈຢ້ານກົວ ໂທນີແຮງມັກໃຈຮູ້ສຶກມີຄວາມສຸກທີ່ໄດເແກ້ງທັງຕະລົກກັບສີໜ້າທ່າທາງຢ້ານຂອງມາລີມັນຊ່າງເບິ່ງບໍ່ໄດ້ເລີຍຈົນຫົວຂຶ້ນດັງໆແບບທີ່ລາວບໍ່ຄ່ອຍເປັນມາກ່ອນ ມາລີຮູ້ສຶກໂມໂຫໜ້າບຶ້ງເມື່ອໂທນີເຫັນມາລີທີ່ມີສີໜ້າແວວຕາໂຫດຂຶ້ນ ໂທນີເຖິງກັບສະຕັ້ນຢຸດການສັ່ນເຮືອທັນທີ ແລະ ກໍ່ພາຍເຮືອພາມາລີເຂົາຝັ່ງດ້ວຍທ່າທາງຜິດງຽບ
ໂທນີຄິດໃນໃຈ: ອຸ້ຍ! ບໍ່ຕະລົກແທ້ລະໃດ໋ບາດນິ ຫຼືວ່າເຮົາຈະຫຼິ້ນໃຫຍ່ໄປ

ເມື່ອເຮືອຈອດທີ່ຝັ່ງມາລີກໍ່ລົງຈາກເຮືອດ້ວຍທ່າທາງງອນຍ່າງໜ້າບຶ້ງມຸ່ງໜ້າໄປທາງພໍ່ແມ່ພວກເຂົາພັກຢູ່ໂດຍມີໂທນີຍ່າງນຳຫຼັງມາ ພໍ່ຫວັນທີ່ກຳລັງຫຼິ້ນຕີບຸ້ນກັບພໍ່ຈອນນີເມື່ອເຫັນພວກລູກໆຍ່າງກາຍກໍ່ເລີຍຮ້ອງຖາມດ້ວຍສີໜ້າຍິ້ມແຍ້ມ
ພໍ່ຫວັນ: ເປັນແນວໃດລູກໄປພາຍເຮືອຫຼິ້ນມ່ວນບໍ່
ມາລີຟ້າວຍ່າງໜ້າບຶ້ງບໍ່ຕອບ ໂທນີກໍ່ຍ່າງນຳ
ພໍ່ຫວັນ ກັບພໍ່ຈອນນີແນມເບິ່ງໜ້າກັນດ້ວຍຄວາມມຶນງົງກ່ອນທີ່ພໍ່ຈອນນີຈະເວົ້າຂຶ້ນດ້ວຍສີໜ້ານ້ຳສຽງຜ່ອນຄາຍ
ພໍ່ຈອນນີ: ໄວລຸ້ນໜຸ່ມສາວກໍ່ແບບນີ້ລ່ະ ສົງໃສມີເລື່ອງງອນກັນ ໄວລຸ້ນໜຸ່ມສາວກໍ່ແບບນີ້ລ່ະ ຢ່າໄປສົນໃຈພວກເຂົາເລີຍ
ມາລີຍ່າງໜ້າມຸ້ຍຕົງໄປຈຸດແຕ່ງກິນດ້ວຍສີໜ້າບູດບຶ້ງ
ແມ່ມະລິ: ອ້າວມາກັນແລ້ວຫວາ! ເປັນແນວລູກໄປພາຍເຮືອຫຼິ້ນກັບອ້າຍມ່ວນບໍ່! ເອ໊ະ! ແຕ່ລູກຄືເຮັດໜ້າມຸ້ຍແບບນີ້
ເມື່ອແມ່ມະລິຖາມດ້ວຍຄວາມຢາກຮູ້ມາລີກໍ່ແນມໄປທີ່ໂທນີ ທັງແມ່ມະລິ ແລະ ແມ່ເມສາກໍ່ແນມໄປເບິ່ງໜ້າໂທນີດ້ວຍຄວາມສົງໃສ ໂທນີໃນໃຈກໍ່ຕື່ນເລັກນ້ອຍແຕ່ປິດປາກງຽບຫັນໜ້າໜີເພາະຮູ້ຄວາມຜິດຂອງຕົວເອງດີ ແຕ່ບໍ່ຮູ້ວ່າຈະບອກໄປແນວໃດດີແລ້ວໆມາລີກໍ່ເວົ້າຂຶ້ນ
ມາລີ: ບໍ່ມີຫຍັງດອກ ຄືລູກຫິວຈະຕາຍຢູ່ແລ້ວ
ໂທນີເຫັນມາີເວົ້າອອກໄປແບບນັ້ນກໍ່ຫາຍໃຈໂລ່ງອົກໄປ
ແມ່ເມສາ: ໂອ້ແມ່ນຫວະ! ພໍດີເລີຍແມ່ຢ້າງໄໄກ່ສຸກພໍດີ​! ໂທນີກຽມບ່ອນກິນເຂົ້າໃຫ້ແມ່ແນ່
ທັງໂທນີ ແລະ ມາລີຊ່ວຍກັນກຽມບ່ອນກິນເຂົ້າ ໂທນີເອົາສາດມາປູທີ່ພື້ນຫຍ້າ ສ່ວນເມສາກໍ່ຊ່ວຍຂົນຂອງກິນມາຢາຍໃນສາດທີ່ກຽມໄວ້
ແມ່ມະລິ: ສອງໜຸ່ມໄວແຮງເລີກຫຼິ້ນບູ້ນແລ້ວມາກິນເຂົ້າກັນກ່ອນ
ໃນລະຫວ່າງກິນເຂົ້າມາລີຢາກແກ້ງໂທນີກັບໂດຍການບໍ່ໃຫ້ໂທນີກິນຕອນໄກ່ ເມື່ອໂທນີຈະຈັບເອົາໄກ່ປິ້ງຕ່ອນໃດມາລີກໍ່ຈະເອົາຊ້ອມຈິກໄວ້ ຫຼາຍເທື່ອຈົນພໍ່ແມ່ມາລີທ້ວງ
ພໍ່ຫວັນ: ມາລີຢ່າແກ້ງອ້າຍແນວນັ້ນ
ແມ່ມະລິ: ຢ່າເຮັດແນວນັ້ນລູກມັນເສຍມາລະຍາດ ໃຫ້ອ້າຍກິນແນ່
ແລ້ວແມ່ມະລິກໍ່ເອົາຕ່ອນປິ້ງໄກ່ໃຫ້ໂທນີກິນ ຫຼັງຈາກກິນເຂົ້າແລ້ວພວກເຂົາກໍ່ພາກັນມ້ຽນເກັບເຄື່ອງຄົວຂຶ້ນຫຼັງລົດຢ່າງເປັນລະບຽບເຫຼືອໄວ້ພຽງເຄື່ອງດື່ມ ແລະ ຂອງກິນຫຼິ້ນບາງສ່ວນເທົ່ານັ້ນ ເມື່ອກິນອື່ມທ້ອງຕຶ່ງໜັງຕາຍ່ອນມາລີເລີຍນອນຫງາຍເທິ້ງຕົວທີ່ຕຽງພັບທີ່ຄອບຄົວກຽມມາ ໂທນີຢ້ານມາລີໂປ້ເລີຍເອົາເສື້ອຂອງເຂົາມາປົກສ່ວນແອວລົງໄປຂາໃຫ້ມາລີ ກ່ອນຈະຍ່າງໄປເບິ່ງພວກພໍ່ແຂ່ງຕີບູ້ນກັນ ແຕ່ໂທນີກໍ່ແອບຫັນມາເບິ່ງມາລີທີ່ນອນຢູ່ເລື່ອຍໆ ເຊິ່ງພໍ່ແມ່ຂອງພວກເຂົາເມື່ອເຫັນແບບນີ້ແລ້ວກໍ່ແອບດີໃຈເພາະມີຄວາມຫວັງໃນການຈັບຄູ່ສອງຄົນນີ້

ຕົກແລງພວກເຂົາກໍ່ຂັບລົດຮອດເຮືອນ ລົດໄດ້ໄປຈອດທີ່ໜ້າເຮືອນຂອງມາລີ ຄອບຄົວຂອງມາລີລົງຈາກລົດ
ແມ່ມະລິ: ຂອບໃຈເດີ້ມື້ນີ້ມ່ວນຫຼາຍ
ພໍ່ຈອນນີ: ມື້ໜ້າມີເວລາຫວ່າງສອງຄອບຄົວເຮົາໄປທ່ຽວນຳກັນອີກເນາະ
ພໍ່ຫວັນ: ໄດ້ຕວະ! ແຕ່ເທື່ອໜ້າເອົາລົດເຮົາໄປເດີ້
ພໍຈອນນີ: ໂອເຄ
ມາລີ: ໂທນີ! ມື້ໜ້າເຮົາໄປຫຼິ້ນນຳກັນອີກເນາະ
ໂທນີ: ບໍ່! ບໍ່ຢາກເຫັນຄົນນອນນ້ຳລາຍເຫີຍ! ຜູ້ຍິງນອນນ້ຳລາຍເຫີຍບໍ່ເປັນຕາເບິ່ງ
ແມ່ເມສາເອົາມືຟາດໂທນີ: ປາກເສຍ! ລູກກໍ່ເວົ້າເກີນໄປ! ມາລີອ້າຍເວົ້າຫຼິ້ນຢ່າຖືສາອ້າຍເລີຍເດີ້
ມາລີໜ້າແດງຂຶ້ນເພາະຮູ້ສຶກອາຍ ແຕ່ຈະແລ່ນຈາກໄປຫຼົບໜ້າຕອນນີ້ກໍ່ຄົງຈະໜ້າກຽດເກີນໄປເລີຍເຮັດໄດ້ພຽງຢື່ນຍິ້ມແຫ້ງໆປົກປິດຄວາມອາຍຢູ່ບ່ອນນັ້ນ