Homeຂ່າວພາຍ​ໃນກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 1343 ຄົນ ໃນນີ້ໄລ່ອອກວຽກ 737

ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 1343 ຄົນ ໃນນີ້ໄລ່ອອກວຽກ 737

Published on

ທ່ານ ພົນຈັດຕະວາ ດວງປີ ດາມະນີວົງ ຮອງປະທານກວດກາພັກກະຊວງ, ຫົວໜ້າກົມກວດກາ-ກວດການ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃນກອງປະຊຸມກວດກາກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ຄັ້ງທີ V ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະກວດກາກະຊວງ ປກສ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານນັກຮົບກຳລັງ ປກສ ແລະ ສາມາດພົບເຫັນການລະເມີດລະບຽບກົດໝາຍ, ສໍ້ລາດບັງຫລວງ ແລະ ອື່ນໆ

ຈຳນວນ 1.343 ຄົນ, ສ້າງຜົນເສຍຫາຍເປັນເງິນສົດຫລາຍກວ່າ 6 ຕື້ກີບ, 191 ພັນໂດລາສະຫະລັດ, 147ລ້ານກວ່າບາດ (ສະກຸນເງິນໄທ), 23 ລ້ານກວ່າດົງ (ສະກຸນເງິນຫວຽດນາມ) ແລະ ຊັບສິນອື່ນໆ ໂດຍບັນຫາທີ່ກວດພົບສ່ວນຫລາຍແມ່ນການສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວເຊັ່ນ: ຢັກຢອກຢາເສບຕິດຂອງກາງຄະດີ ແລະ ຮັບສິນບົນຈາກຜູ້ຄ້າຂາຍຢາເສບຕິດ ດັ່ງກໍລະນີເຈົ້າໜ້າທີ່ ປກສ ແຂວງຫົວພັນ ຈຳນວນໜຶ່ງຮັບສິນບົນເປັນເງິນສົດ 120 ພັນໂດລາສະຫະລັດ ຈາກຂະບວນການຄ້າເຮໂຣອິນຈຳນວນ 93 ແທ່ງ, ກໍລະນີເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ຈຳນວນໜຶ່ງຮັບສິນບົນຈາກນັກໂທດປະຫານຊີວິດໃນຄະດີຢາເສບຕິດ ຈຳນວນ 14 ລ້ານບາດ (ສະກຸນເງິນໄທ) ເພື່ອແລກກັບການປ່ອຍຕົວນັກໂທດ ແລະ ອີກຫລາຍໆກໍລະນີ. 

ຈາກການປະພຶດທີ່ບໍ່ດີ ແລະ ລະເມີດລະບຽບກົດໝາຍດັ່ງກ່າວ ຈຶ່ງໄດ້ມີການປະຕິບັດຕາມວິໄນ ຄືລະດັບກ່າວເຕືອນຈຳນວນ  144 ຄົນ, ໂຈະຍ້ອງຍໍ-ເລື່ອນຊັ້ນ 341 ຄົນ, ປົດຕຳແໜ່ງ 101 ຄົນ, ຍົກຍ້າຍໜ້າທີ່ 20 ຄົນ,ໄລ່ອອກຈາກກຳລັງ 737 ຄົນ ແລະ ສົ່ງໃຫ້ອົງການສືບສວນ-ສອບສວນດຳເນີນຄະດີຕາມລະບຽບກົດໝາຍ 17ຄົນ. ພ້ອມດຽວກັນນັ້ນ ຄະນະກວດກາກະຊວງຍັງໄດ້ຮັບ ແລະ ຄົ້ນຄວ້າຄຳສະເໜີ-ຄຳຮ້ອງທັງໝົດ 454 ເລື່ອງ,ສາມາດແກ້ໄຂໄດ້ 328 ເລື່ອງ, ສົ່ງໃຫ້ກົມກອງທ້ອງຖິ່ນແກ້ໄຂ 106 ເລື່ອງ ເຊິ່ງພົ້ນເດັ່ນກວ່າໝູ່ແມ່ນກ່ຽວພັນເຖິງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ໃນຂົງເຂດວຽກງານສືບສວນ-ສອບສວນຄະດີອາຍາ, ເສດຖະກິດ, ການຮັບສິນບົນຈາກຍາດຜູ້ຖືກຫາ-ນັກໂທດ ແລະ ອື່ນໆ.

ແຫລ່ງຂ່າວ: ໜັງສືພິມຄວາມສະຫງົບ ແລະ ສໍານັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...