Homeຂ່າວພາຍ​ໃນດື່ມເຫຼົ້າແລ້ວຂັບລົດ ກຽມຖືກປັບໃໝ

ດື່ມເຫຼົ້າແລ້ວຂັບລົດ ກຽມຖືກປັບໃໝ

Published on

ເຈົ້າໜ້າທີ່ຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຜນວຽກສະກັດກັ້ນອຸບັດຕິເຫດໃນໄລຍະສົ່ງທ້າຍປີເກົ່າ 2017 ແລະ ຕ້ອນຮັບປີໃໝ່ສາກົນ 2018 ເຊິ່ງຈະໄດ້ລົງກວດທາດເຫຼົ້າຈັບຄວາມໄວ ແລະ ກວດກາຍານພາຫະນະຜູ້ຂັບຂີ່ຕາມຖະໜົນກວ່າ 12 ຈຸດ ໂດຍຈະເລີ່ມລົງມືປະຕິບັດໃນວັນທີ 25 ທັນວາ 2017 ຫາ 1 ມັງກອນ 2018 ທັງນີ້ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງຫຼຸດຜ່ອນອຸບັດຕິເຫດທາງຖະໜົນ.

ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຈະລາຈອນນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ງານສະເຫຼີມສະຫຼອງປີໃໝ່ສາກົນ ແລະ ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສະຫງົບ ແລະ ຄວາມປອດໄພ ຈຶ່ງໄດ້ສຸມໃສ່ວຽກງານໂຄສະນາເຜີຍແຜ່ ພ້ອມທັງແນະນຳໃຫ້ເຈົ້າໜ້າທີ່ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ເຊິ່ງກຳລັງຈະລາຈອນຈະໄດ້ປ້ອງກັນຕາມຈຸດ-ຕາມປ້ອມ ເພື່ອຮັບປະກັນບໍ່ໃຫ້ມີການສັນຈອນແອອັດຢູ່ຕາມເສັ້ນທາງຕົວເມືອງ ໂດຍນຳໃຊ້ມາດຕະການບັງ ຄັບໃຊ້ກົດໝາຍ ເຊັ່ນ: ການຄວບຄຸມຄວາມໄວ ກວດທາດເຫຼົ້າ ແລະ ຕັ້ງຈຸດກວດກາ ເພື່ອກ່າວເຕືອນຜູ້ລະເມີດກົດຈະລາຈອນ.

ສະເພາະປີ 2017 ມາຮອດປັດຈຸບັນ ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນຫຼາຍກວ່າ 1.500 ກໍລະນີ ມີຄົນເສຍຊີວິດ 251 ຄົນ ທຽບໃສ່ປີຜ່ານມາ ຈຳນວນອຸບັດຕິເຫດເພີ່ມຂຶ້ນ 37 ກໍລະນີ ສະເພາະມື້ສົ່ງທ້າຍປີເກົ່າ 2016 ແລະ ຕ້ອນຮັບປີໃໝ່ 2017 ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 31 ກໍລະນີ ມີຜູ້ເສຍຊີວິດ 4 ຄົນ.

ສະນັ້ນ, ເພື່ອຮັບປະກັນໃຫ້ອຸບັດຕິເຫດຫຼຸດລົງໃນໄລຍະສົ່ງທ້າຍປີເກົ່າ 2017 ແລະ ຕ້ອນຮັບປີໃໝ່ສາກົນ 2018 ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ແຈກຢາຍອຸປະກອນກວດທາດເຫຼົ້າ 30 ເຄື່ອງ ເພື່ອໃຫ້ເຈົ້າໜ້າ ທີ່ແຕ່ລະເມືອງນຳໃຊ້ເຂົ້າໃນວຽກງານປ້ອງກັນອຸບັດຕິເຫດຢ່າງມີປະສິດທິຜົນ.

ແຫລ່ງຂ່າວ: ນສພ ວຽງຈັນໃໝ່.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...