spot_img
Homeຂ່າວຕ່າງປະເທດຣັດເຊຍເລີ່ມຈັດຕັ້ງຫນ່ວຍທະຫານປະຈຳຖານທັບຖາວອນ ທີ່ຊີເຣຍ

ຣັດເຊຍເລີ່ມຈັດຕັ້ງຫນ່ວຍທະຫານປະຈຳຖານທັບຖາວອນ ທີ່ຊີເຣຍ

Published on

ຫລັງຈາກທີ່ປະທານາທິບໍດີປູຕິນສົ່ງຂໍ້ຕົກລົງໃຫ້ຣັດເຊຍໃຊ້ຖານທັບອາກາດ Hmeymim ແລະຖານທັບເຮືອ Tartus ໃນຊີເຣຍ ໃຫ້ລັດຖະສະພາຂອງຣັດເຊຍພິຈາລະນາ ທັງສະພາລຸ່ມ ຄືສະພາດູມ່າ ແລະສະພາສູງຄືສະພາ ສະຫະພັນ ຕ່າງກໍ່ໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ ໂດຍຂໍ້ຕົກລົງນີ້ອະນຸຍາດໃຫ້ຣັດເຊຍໃຊ້ຖານທັບທັງສອງແຫ່ງໄດ້ເປັນເວລາ 49 ປີ ໂດຍບໍ່ ມີຄ່າໃຊ້ຈ່າຍ ລວມເຖິງໄດ້ຮັບການຄຸ້ມຄອງຈາກກົດໝາຍຊີເຣຍດ້ວຍ ເທົ່າກັບວ່າທະຫານຣັດເຊຍແລະຄອບຄົວທີ່ຢູ່ໃນຖານທັບມີສິດທິພິເສດຄ້າຍຄືນັກການທູດ ນອກຈາກນີ້ເມື່ອຄົບ 49 ປີ ແລ້ວຖ້າບໍ່ມີຄູ່ສັນຍາແຈ້ງຂໍຍົກເລີກລ່ວງໜ້າໄວ້ຢ່າງໜ້ອຍ 1 ປີ ສັນຍາກໍ່ຈະຕໍ່ອາຍຸອີກ 25 ປີ

ທາງດ້ານກະຊວງປ້ອງກັນປະເທດຣັດເຊຍກໍ່ບໍ່ໄດ້ຊັກຊ້າ ເລີ່ມຈັດຕັ້ງຫນ່ວຍທະຫານຖາວອນ ທີ່ຈະໄປປະຈຳຖານທັບທີ່ຊີເຣຍ ເບື້ອງຕົ້ນລະບົບປ້ອງກັນໄພທາງອາກາດ S-400 (ແລະ Pantsir-S1) ຈະປະຈຳຢູ່ທີ່ຖານທັບອາກາດ Hmeymim ສ່ວນຖານທັບເຮືອ Tartus ມີລະບົບປ້ອງກັນໄພທາງອາກາດ S-300 ແລະລະບົບປ້ອງກັນໄພ Bastion

ຕອນນີ້ເທົ່າກັບຣັດເຊຍໄດ້ຖານທັບເກົ່າສະໄຫມໂຊວຽດ ໃນຊີເຣຍກັບມາໃຊ້ງານເປັນເວລາ 74 ປີ ໄດ້ລົງຫລັກປັກຖານໃນຕາເວັນອອກກາງ ແລະທະເລເມດິເຕລະນຽນເບື້ອງຕາເວັນ ອອກ ຫລັງຈາກນີ້ຣັດເຊຍຄົງຫາທາງຂະຫຍາຍອິດທິພົນໄປທາງທະເລເມດິເຕລະນຽນ ເບື້ອງຕາເວັນຕົກໂດຍຜ່ານອີຢິບ ລິເບຍ ແລະແອລຈີເຣຍ ກັບທະເລແດງຜ່ານທາງຊູດານຕໍ່ໄປ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...