Homeຄວາມງາມ7 ເຄັດ​ລັບ ເຜົາຜານ ສ່ວນ​ເກີນ

7 ເຄັດ​ລັບ ເຜົາຜານ ສ່ວນ​ເກີນ

Published on

index

ຖ້າ​ສາວໆ ຢາກ​ໄດ້​ຮູບ​ຮ່າງ​ງາມ​ ນອກ​ຈາກ​ຈະ​ຕ້ອງ​ເຮັດແທ້​ກັບ​ມັນ​ແລ້ວ ຍັງ​ຕ້ອງ​ມີ​ວິທີ​ລຸດ​ນ້ຳ​ໜັກໃຫ້ຖືກຕ້ອງນໍາອີກ

1. ງົດ​ອາຫານ​ທີ່​ມີ​ໄຂ​ມັນ​ຢ່າງ​ເດັດ​ຂາດວິທີ​ນີ້​ຈະ​ຊ່ວຍ​ໃຫ້​ໜ້າ​ທ້ອງ​ລຸດລົງ​ໄດ້​ດີ​ທີ່ສຸດ ເພາະ​ໜ້າ​ທ້ອງ​ຂອງ​ເຮົາ​ຈະ​ເປັນ​ບ່ອນທໍາອິດ​ທີ່​ຮ່າງກາຍ​ຈະ​ເອົາ​ໄຂ​ມັນ ສ່ວນ​ເກີນ ມາ​ສະ​ສົມ​ໄວ້

2. ຈຳ​ກັດ​ປະລິມານ​ອາຫານ​ລຽງ​ກັນ​ໄປ​ໃນ​ແຕ່​ລະ​ຄາບ ກິນ​ຕອນເຊົ້າ​ໃຫ້​ຫລາຍ​ທີ່ສຸດ ຕອນສວາຍ​ຮອງ​ລົງ​ມາ ສ່ວນ​ຕອນຄໍ່າ​ຄວນ​ເປັນ​ຕອນທີ່​ກິນ​ນ້ອຍ​ທີ່ສຸດ ຫລື ​ກິນ​ພຽງແຕ່ຫມາກໄມ້ ​ຫລື ​ສະ​ຫລັດ​ຜັກ​​ຈານໜຶ່ງ​ກໍ່​ພໍ​ແລ້ວ

3. ອອກ​ກຳ​ລັງ​ກາຍ​ຢ່າງ​ນ້ອຍ 3 ຄັ້ງຕໍ່ອາທິດແຕ່​ລະ​ເທື່ອ​ບໍ່​ຕ່ຳ​ກວ່າ 30ນາ​ທີ ສາວໆ ​ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ຢ່າ​ງສະໝໍ່າ​ສະເໝີ ເພື່ອ​ໃຫ້​ການ​ເຜົາ​ຜານ​ໄຂ​ມັນ​ສ່ວນ​ເກີນ​ເປັນ​ໄປ​ຢ່າງ​ຕໍ່​ເນື່ອງ ແລະ ​ເມື່ອ​ສະ​ຫລາຍ​ໄຂ​ມັນ​ໄດ້​ແລ້ວ ການ​ອອກ​ກຳ​ລັງ​ກາຍ​ຕໍ່ໄປ​ກໍ​ຈະ​ເຮັດໃຫ້​ກ້າມ​ເນື້ອ​ກະ​ຊັບ ​ແລະ ​ປ້ອງ​ກັນ​ບໍ່​ໃຫ້ໄຂ​ມັນ​ກັບ​ມາ​ອີກ

4. ສຳລັບ​ການ​ອອກ​ກຳ​ລັງ​ກາຍ​ເພື່ອ​ລຸດ​ນ້ຳ​ໜັກຈະ​ຕ້ອງ​ເນັ້ນ​ທີ່​ການ​ເຄື່ອນ​ໄຫວ​ເປັນ​ຈັງ​ຫວະ​ ຈຶ່ງ​ຈະ​ໄດ້​ຜົນດີີ ເຊັ່ນ ເຕັ້ນ​ແອ​ໂລ​ບິກ ແລ່ນ ແລະ ລອຍນ້ຳ

5. ຖ້າ​ສາວໆ ຢາກ​ຈະ​ອອກ​ກຳ​ລັງ​ກາຍ​ສະເພາະ​ສ່ວນ​ເພື່ອຫ​ລຸດ​ໜ້າ​ທ້ອງຄວນ​ຈະ​ເຮັດ​ໃນ​ໄລຍະຕອນ​ເຊົ້າ​ຈະ​ໄດ້​ຜົນດີີ​ທີ່ສຸດ ເພາະ​ໃນ​ຕອນ​ເຊົ້າ​ເປັນ​ເວລາ​ທີ່​ລະບົບ​ຕ່າງໆ ໃນ​ລຳ​ໄສ້​ກຳ​ລັງ​ເຮັດວຽກ ຖ້າ​ໄດ້​ອອກ​ກຳ​ລັງ​ກາຍ​ກໍ່ຈະ​ຍິ່ງ​ເສີມ​ການ​ເຜົາ​ຜານ​ບໍລິເວນ​ນີ້​ໃຫ້​ຫລາຍ​ຂຶ້ນ

6. ສຳລັບ​ທ່າ​ບໍລິຫານຫ​ລຸດ​ໜ້າ​ທ້ອງບໍ່​ວ່າ​ຈະ​ເລືອກ​ເຮັດ​ທ່າ​ໃດ​ກໍ​ຕາມ ຄວນ​ຈະ​ເຮັດ​ບໍ່​ຕ່ຳ​ກວ່າ ​ເຊັດ​ລະ 15ທີ ຈາກ​ນັ້ນ​ກໍ​ຄ່ອຍ​ໆ ເພີ່ມ​ຈຳນວນ​ເຊັດ​ຂຶ້ນ​ໄປ​ເລື່ອຍ​ໆ ຈົນ​ເຖິງ 3ເຊັດ​ໃນ 1ຄອດ

7. ຖ້າ​ຈະ​ຫລຸດ​ໜ້າ​ທ້ອງ​ໃຫ້​ໄດ້​ຜົນຫົວ​ໃຈ​ຫລັກ​ຢູ່​ທີ່​ການເຮັດໃຫ້​ກ້າມ​ເນື້ອ​ໜ້າ​ທ້ອງ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ ຖ້າ​ທ່າ​ຫລຸດ​ໜ້າ​ທ້ອງ​ທີ່​ສາວ​ເລືອກ​ໃຊ້​ເຮັດ​ບໍ່​ໄດ້​ຕາມ​ນີ້ ກໍ​ສະແດງ​ວ່າ​ທ່າ​ນັ້ນ​ເປັນ​ທ່າ​ທີ່​ບໍ່​ໄດ້​ຜົນ​ຫລື​ ຕໍ່​ໃຫ້​ອອກ​ກຳ​ລັງ​ກາຍ​ຢ່າງ​ຫັກ​ໂຫມ ແຕ່​ໜ້າ​ທ້ອງ​ບໍ່​ໄດ້​ເຄື່ອນ​ໄຫວ​ເລີຍ ກໍ​ເທົ່າ​ກັບ​ວ່າ​ເສຍ​ແຮງ​ລ້າໆ​ຢູ່ດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...