spot_img
Homeປ່ອງຢ້ຽມດວງດາວຣັດເຊຍມີແຜນສ້າງໂຮງແຮມສຸດຫຼູເທິງສະຖານີອະວະກາດ ISS

ຣັດເຊຍມີແຜນສ້າງໂຮງແຮມສຸດຫຼູເທິງສະຖານີອະວະກາດ ISS

Published on

Roscosmos ອົງການອະວະກາດຂອງຣັດເຊຍວາງແຜນທີ່ຈະສ້າງໂຮງແຮມສຸດຫຼູເທິງສະຖານີອະວະກາດ ສຳລັບຄົນທີ່ມີເງິນເຫຼືອຖົງ ໂດຍມີຄ່າໃຊ້ຈ່າຍສະເລ່ຍ 40 ລ້ານໂດລາ ໃຫ້ຂຶ້ນໄປນອນຫຼິ້ນປະມານ 1-2 ອາທິດ ຫຼື ຖ້າຢາກລອງຍ່າງຫຼິ້ນໃນເດີ່ນອະວະກາດພ້ອມນັກບິນກໍ່ຕ້ອງຈ່າຍເພີ່ມອີກ 20 ລ້ານໂດລາ

ຢ່າງໃດກໍ່ຕາມ RKK Energia ຜູ້ຮັບເໝົາກໍ່ສ້າງໂຄງການໄດ້ກ່າວວ່າ ໂຄງການນັ້ນຖືກແບ່ງອອກເປັນ 2 ສ່ວນ ມີງົບປະມານຢູ່ທີ່ 279 – 446 ລ້ານໂດລາ ເຊິ່ງລັດຖະບານຣັດເຊຍຈະລົງທຶນໃຫ້ພຽງສ່ວນທຳອິດ ຄືສ່ວນຂອງຫ້ອງທົດລອງວິທະຍາສາດ ແລະ ສະຖານີຈ່າຍໄຟຟ້າ (ຕາມຮູບດ້ານລຸ່ມ) ເຊິ່ງຕອນນີ້ທາງບໍລິສັດກຳລັງດຳເນີນການສ້າງສ່ວນນັ້ນຢູ່

RKK Energia ກ່າວວ່າໃນການເປີດໃຫ້ບໍລິການນັ້ນໜ້າຈະເກີດຂຶ້ນໄດ້ຕໍ່ເມື່ອ Boeing ແລະ SpaceX ມີຄວາມພ້ອມທີ່ຈະໃຫ້ບໍລິການຍານອະວະກາດໃຫ້ເປັນຍານພະຫະນະໃນຮູບແບບທຸລະກິດ ໂດຍ ໂຄງການນີ້ຈະຄືນທຶນໃຫ້ໄດ້ພາຍໃນ 7 ປີ ຖ້າຫາກມີຜູ້ເຂົ້າໃຊ້ບໍລິການ 6 ຄົນຕໍ່ປີ (ແຕ່ລະຄົນຈະໄດ້ເຂົ້າພັກຢ່າງໜ້ອຍ 1 ອາທິດ)

ເປັນທີ່ໜ້າສັງເກດວ່າ ການກໍ່ສ້າງໂຮງແຮມທີ່ວ່ານີ້ຈະໃຊ້ເວລາດົນກວ່າ 5 ປີ ແລະ ສະຖານີອະວະກາດນານາຊາດນັ້ນມີກຳນົດຈະເລີກໃຊ້ງານໃນປີ 2028

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...