Homeຂ່າວພາຍ​ໃນລັດຖະບານອອກດຳລັດ ວ່າດ້ວຍວັນພັກ

ລັດຖະບານອອກດຳລັດ ວ່າດ້ວຍວັນພັກ

Published on

ລັດຖະບານອອກດໍາລັດວ່າດ້ວຍ ວັນພັກ ເລກທີ 386/ລບ ລົງວັນທີ 15 ທັນວາ 2017 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບໃນທົ່ວປະເທດ ສຳລັບອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ, ສຳນັກງານຜູ້ຕາງໜ້າຂອງ ສປປ.ລາວ ທີ່ປະຈຳຢູ່ຕ່າງປະເທດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ລັດວິສາຫະກິດ, ວິສາຫະກິດເອກະຊົນລາວ ແລະ ຕ່າງປະເທດຢູ່ລາວ.

ວັນພັກ ແມ່ນວັນຢຸດເຊົາການປະຕິບັດໜ້າທີ່ວຽກງານທາງລັດຖະບານ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຜູ້ອອກແຮງງານ ເຊິ່ງປະກອບມີວັນພັກປະຈຳອາທິດ, ວັນພັກທາງລັດຖະບານ ແລະ ວັນພັກຊົດເຊີຍ.

– ວັນພັກປະຈຳອາທິດ ໝາຍເຖິງ ວັນເສົາ ແລະ ວັນອາທິດ

– ວັນພັກທາງລັດຖະບານ ໝາຍເຖິງ ວັນທີ່ລັດຖະບານອະນຸຍາດໃຫ້ຢຸດເຊົາການປະຕິບັດໜ້າທີ່ວຽກງານ ໃນວັນລັດຖະການ.

ວັນພັກທາງລັດຖະບານ ປະກອບມີດັ່ງນີ້:

– ວັນທີ 1 ມັງກອນ (ວັນປີໃໝ່ສາກົນ)

– ວັນທີ 8 ມີນາ (ວັນແມ່ຍິງສາກົນ)

– ວັນບຸນປີໃໝ່ລາວ (ວັນສັງຂານລ່ວງ, ວັນສັງຂານເນົາ ແລະ ວັນສັງຂານຂຶ້ນ)

– ວັນທີ 1 ພຶດສະພາ (ວັນກຳມະກອນສາກົນ)

– ວັນທີ 2 ທັນວາ ( ວັນສະຖາປະນາ ສປປ.ລາວ)

ສຳລັບວັນສຳຄັນອື່ນ ຂອງອົງການ ແລະ ຂະແໜງການ ໃຫ້ກະຊວງ, ອົງການ, ການຈັດຕັ້ງທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຈັດພິທີລະນຶກເຖິງວັນດັ່ງກ່າວ ດ້ວຍການຈັດພິທີໂຮມຊຸມນຸມ ຫຼື ສ້າງກິດຈະກຳຕ່າງໆ ໂດຍການມີສ່ວນຮ່ວມຂອງປະຊາຊົນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...