spot_img
Homeຂ່າວທ້ອງຖິ່ນສະພາບອາກາດ ໃນໄລຍະວັນທີ 17-23 ທັນວາ 2017

ສະພາບອາກາດ ໃນໄລຍະວັນທີ 17-23 ທັນວາ 2017

Published on

ອີງຕາມແຈ້ງເຕືອນໄພອາກາດໜາວຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ເລກທີ 1202/ກອຕທ ລົງວັນທີ 15 ທັນວາ 2017 ລະບຸວ່າ: ມວນອາກາດໜາວເຢັນຈາກ ສປ.ຈີນ ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມ, ສົມທັບກັບກະແສລົມຕາເວັນອອກສຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະວັນທີ 17-23 ທັນວາ 2017. ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 3-5 ອົງສາ ໃນແຕ່ລະພາກ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະຢູ່ເຂດພູດອຍບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ເມືອງດາກຈິງ ແລະ ເພດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ.

ສະເພາະແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ໃນວັນທີ 18-19 ທັນວາ 2017 ອຸນຫະພູມອາກາດຈະຫຼຸດລົງ 6-8 ອົງສາ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນຫຼາຍ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ, ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົນອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 2 ຫາ 4 ວັນຕໍ່ໜ້ານີ້.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...