Homeຂ່າວຕ່າງປະເທດເກົາຫລີເຫນືອ ສົ່ງລະເບີດລອຍທະເລມາເກົາຫລີໃຕ້

ເກົາຫລີເຫນືອ ສົ່ງລະເບີດລອຍທະເລມາເກົາຫລີໃຕ້

Published on

ລາຍງາານຂ່າວ ຈາກ ສຳນັກຂ່າວ ເດີຊັນ ລາຍງານຂໍ້ມູນວ່າ: ລຽບແຄມຝັ່ງທະເລຂອງປະເທດເກົາຫລີໃຕ້ ມີປ້າຍຕິດປະກາດເພື່ອແຈ້ງເຕືອນນັກທ່ອງທ່ຽວ ແລະ ປະຊາຊົນໃຫ້ລະວັງລະເບີດທີ່ເກົາຫລີເຫນືອໄດ້ສົ່ງລອຍຕາມທະເລມາຫລາຍກວ່າ 110 ລູກ ຂື້ນທີ່ແຫລ່ງທ່ອງທ່ຽວຊື່ດັງ ຊາຍຫາດດົງມັດ, ເກາະກັງຮາວາ ປະເທດເກົາຫລີໃຕ້. ໂດຍເປົ້າໝາຍແມ່ນກໍ່ຄວາມວຸ່ນວາຍ ແລະ ສັງຫານ ນັກທ່ອງທ່ຽວ.

ຈາກການຄົ້ນພົບກະແສລົມທີ່ພັດຜ່ານຄື້ນນໍ້າທະເລທີ່ຜູ້ນຳເກົາຫລີເຫນືອໄດ້ຄົ້ນພົບວ່າມັນຈະສາມາດນຳເອົາລະເບີດໄປເຖີງຊາຍຫາດ ດົງມັດໄດ້ ຈົນເຮັດໃຫ້ທາງການຂອງເກົາຫລີໃຕ້ຕ້ອງໄດ້ອອກມາປະກາດເປັນການດ່ວນຕໍ່ກັບໄພດັ່ງກ່າວຕໍ່ກັບວັດຖູທີ່ລອຍມາຕາມຝັ່ງ ແລະ ອາດຍັງມີມາເພີ່ມອີກ.

ທາງການຂອງເກົາຫລີໃຕ້ໄດ້ອອກມາແຈ້ງການຕໍ່ກັບປະຊາຊົນ ແລະ ນັກທ່ອງທ່ຽງເພີ່ມອີກ ຖ້າພົບເຫັນວັດຖູຕ້ອງສົງໄສທີ່ລອຍມາຕາມທະເລແມ່ນໃຫ້ແຈ້ງຕໍ່ເຈົ້າຫນ້າທີ່ເປັນການດ່ວນທີ່ສຸດ.

ແຫລ່ງຂ່າວ: ເດີຊັນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...