Homeຄວາມງາມ10 ຂໍ້ຜິດພາດ ທີ່ເຮັດໃຫ້ການ ຫລຸດນ້ຳໜັກ ບໍ່ໄດ້ຜົນ

10 ຂໍ້ຜິດພາດ ທີ່ເຮັດໃຫ້ການ ຫລຸດນ້ຳໜັກ ບໍ່ໄດ້ຜົນ

Published on

Untitled-1

ການຫລຸດ​ນ້ຳ​ໜັກ ບໍ່ແມ່ນ​ວ່າ ​ຈະ​​ພຽງແຕ່ ​ງົດ​ເຂົ້າ ງົດ​ແປ້ງ ງົດ​ໄຂ​ມັນ ແລ້ວ​ຈະ​ເຮັດໃຫ້​ນ້ຳ​ໜັກ​ລົງ ແລະ ​ຈ່ອຍ​ລົງແທ້ ໆ​ແລ້ວ​ກະ​ບວນ​ການ​ໃນ​ການ ຫລຸດ​ນ້ຳ​ໜັກ ມັນ​ມີ​ຫຍັງ​ຫລາຍກວ່າ​ນັ້ນ

ທີ່​ຈິງ​ແລ້ວ ການ ຫລຸດ​ນ້ຳ​ໜັກ ທີ່​ໄດ້​ຜົນ​ແທ້ໆນັ້ນ ຈະ​ຕ້ອງ​ປະຕິບັດ​ຢ່າງ​ຖືກ​ວິທີ ຊຶ່ງ​ມີ​ຫລາຍ​ຄົົນທີ່​ສົງ​ໄສ​ວ່າ ຫລຸດ​ອາຫານ​ກະ​ແລ້ວ ອອກ​ກຳ​ລັງ​ກາຍ​ກະ​ແລ້ວ ເປັນຫຍັງ​ນ້ຳ​ໜັກ​ເຖິງ​ບໍ່ຫ​ລຸດ

ຊຶ່ງ ລິນ​ດາ ບລາ​ເຈດ​ກີ ນັກ​ໂພສະນາ​ການ ທີ່​ມະຫາ​ວິທະຍາ​ໄລ​ໂອ​ເລ​ກອນ ແລະ ເອບ​ບີ ນັກ​ໂພດ​ນາ​ການ​ຈາກ​ສູນ​ການ​ແພດ ມະຫາ​ວິທະຍາ​ໄລ​ໃນ​ ລັດ​ ອາລິ​ໂຊ​ນາ   ຂອ​ງ​ສະຫະລັດ​ອະ​ເມ​ລິ​ກາ ໄດ້​ສຶກ​ສາ​ຂໍ້​ມູນ ແລະ ​ສະຫລຸບ​ເຖິງ​ຂໍ້​ປະຕິບັດ​ທີ່​ຜິດ​ພາດ 10ຂໍ້​ສຳລັບ​ການ​ຮັບປະທານ​ອາຫານ ສຳລັບ​ຜູ້​ທີ່​ຕ້ອງ​ການ ຫລຸດ​ນ້ຳ​ໜັກ

  1. ເລືອກ​ກິນແຕ່​ອາຫານ​ທີ່​ມັກ

ການ​ເລືອກ​ກິນ ແຕ່​ທີ່​ມັກ​ໂດຍ​ບໍ່​ລະ​ມັດ​ລະ​ວັງ ຈະ​ເຮັດໃຫ້ ຮັບປະທານອາຫານ​ນັ້ນ​  ຕໍ່ໄປ​ໄດ້​ເລື່ອຍ ຈົນ​ລືມ​ວ່າ​ເຮົາ​ຕ້ອງ​ການ ຫລຸດ​ນ້ຳ​ໜັກ

  1. ບໍ່​ມີ​ຈຸດ​ຢືນ​ ຫລື ​ເປົ້າ​ໝາຍ​ທີ່​ຊັດເຈນ

ຫາກ​ຢາກ ຫລຸດ​ນ້ຳ​ໜັກ ດ້ວຍ​ການ​ຄວບ​ຄຸມ​ອາຫານ ກໍ​ຄວນ​ຕັ້ງ​ເປົ້າ​ໝາຍ​ໄວ້ ເຊັ່ນ ຂຽນ​ໄວ້​ໃນ​ປຶ້ມບັນ​ທຶ​ກວ່າ ຈະ ຫລຸດ​ນ້ຳ​ໜັກ ລົງ​ເທົ່າໃດ ຢ່າງໃດ ແລະ​ ກະທຳ​ຕາມ​ນັ້ນ ແຕ່​ເປົ້າ​ໝາຍ​ດັ່ງ​ກ່າວ ຕ້ອງ​ເປັນ​ເປົ້າ​ໝາຍ​ທີ່​ເຮົາ​ເຮັດ​ໄດ້​

  1. ອົດອາຫານ​ຫລາຍ​ເກີນ​ໄປ

ຫາກ​ຕັ້ງໃຈ​ເຂັ້ມ​ງວດ​ໃນ​ການ​ຄວບ​ຄຸມ ແຄ​ລໍ​ລີ ​ໃນ​ຮ່າງກາຍ​ຫລາຍ​ເກີນ​ໄປ ກໍ​ຈະ​ຍິ່ງ​ເປັນ​ການ​ກະຕຸ້ນ ໃຫ້​ຮ່າງກາຍ​ເກີດ​ຄວາມ​ຫິວ ແລະ​ ຢາກ​ອາຫານ​ຫລາຍ​ຂຶ້ນ ຊຶ່ງ​ອາດຈະ​ເຮັດໃຫ້​ການ ຫລຸດ​ນ້ຳ​ໜັກ ບໍ່​ໄດ້​ຜົນ

  1. ດື່ມ​ເຄື່ອງ​ດື່ມ​ທີ່​ມີ ແຄ​ລໍ​ລີ​ ສູງ

ການ​ດື່ມ​ວາຍ​ແດງ ຮ່ວມ​ກັບ​ການ​ຮັບປະທານ​ອາຫານ​ຄ່ຳ ການ​ດື່ມ​ນົມ​ຂາດ​ໄຂ​ມັນ ຫລື​ ນ້ຳ​ຫມາກໄມ້​ລະຫວ່າງ​ມື້ ກໍ​ໃຫ້​ ແຄ​ລໍ​ລີ​ສູງ ຊຶ່ງ​ຈະ​ມີ​ຜົນ​ກະທົບ​ຕໍ່​ການ ຫລຸດ​ນ້ຳ​ໜັກ ດັ່ງ​ນັ້ນ ຜູ້​ທີ່ ຫລຸດ​ນ້ຳ​ໜັກ ຈຶ່ງ​ຄວນ​ດື່ມ​ນ້ຳ​ລ້າໆດີກວ່າ ຫລື​ ອາດຈະ​ເປັນ​ນ້ຳ​ໝາກນາວ ​ກໍ​ໄດ້

  1. ບໍ່​ຍອມ​ອອກ​ກຳ​ລັງ​ກາຍ

ຜູ້​ທີ່​ຕ້ອງ​ການ ຫລຸດ​ນ້ຳ​ໜັກ ຈະ​ຕ້ອງ​ຈື່ໄວ້​ວ່າ ສິ່ງ​ສຳຄັນ​ໃນ​ການ ຫລຸດ​ນ້ຳ​ໜັກ ໃຫ້​ໄດ້​ຜົນ ຄື ຕ້ອງ​ເພີ່ມ​ຈຳນວນ​ ແຄ​ລໍ​ລີ ທີ່​ໃຊ້​ໃນ​ຮ່າງກາຍ ຊຶ່ງ​ການ​ບໍລິຫານ​ຮ່າງກາຍ ຈະ​ມີ​ສ່ວນ​ຊ່ວຍ​ໃຫ້​ເກີດ​ການ​ໃຊ້​ແຄ​ລໍ​ລີ​ຫລາຍ​ຂຶ້ນ

  1. ໃຫ້​ລາງ​ວັນ​ກັບ​ຕົນເອງ​ດ້ວຍ​ອາ​ຫານ

ບາງ​ຄົນ​ລືມ​ໂຕໄປ​ວ່າ ​ກຳ​ລັງ​ຄວບ​ຄຸມ​ອາຫານ ພໍ​ເຫັນ​ວ່າ ​ແຜນ ຫລຸດ​ນ້ຳ​ໜັກ   ເລີ່ມ​ໄດ້​ຜົນ ກໍ​ເລີ່ມ​ຮັບປະທານ​ອາຫານ​ຫລາຍ​ຂຶ້ນ ນັກ​ວິ​ໄຈ​ບອກວ່າ ໜ້າ​ຈະໃຫ້​ລາງ​ວັນ ໂດຍ​ການ​ຫລຸດ​ອາຫານ​ເປັນການໃຫ້ລາງວັນດ້ວຍການກິນອາຫານເພີ່ມ

  1. ຄວາມ​ເຄັ່ງຄຽດ

ເປັນ​ອຸປະສັກ​ສຳຄັນ​ຂອງ​ການ ຫລຸດ​ນ້ຳ​ໜັກ ບາງ​ຄົນ​ຫລຸດ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ ແລະ ​​ເຄັ່ງຄຽດ ອາດ​ກັບ​ມາ​ຮັບປະທານ​ອາຫານ​ຫລາຍ​ຂຶ້ນ

8. ການ​ປ່ຽນ​ແປງ​ຕົນເອງ​ຫລາຍ​ເກີນ​ໄປ

ເຫດຜົນ​ອີກ​ປະ​ການ​ໜຶ່ງ ທີ່​ເຮັດໃຫ້​ການ ຫລຸດ​ນ້ຳ​ໜັກ ບໍ່​ໄດ້​ຜົນ ຄື​ການ​ປ່ຽນ​ແປງ​ທຸກ​ສິ່ງ​ທຸກ​ສິ່ງ​ທຸກ​ຢ່າງ ຫລາຍ​ເກີນ​ໄປ​ໃນ​ເວລາ​ດຽວ​ກັນ ເຊັ່ນ ເປັນ​ຄົນ​ມັກ​ຮັບປະທານ​ຊີ້ນ​ສັດ​ຫລາຍ​ໆ ແຕ່​ຫັນ​ມາ​ປ່ຽນ​ເປັນ​ກິນຜັກໝາກໄມ້​​ໃນ​ເວລາ​ອັນ​ສັ້ນ

9. ບໍ່​ຍອມ​ປ່ຽນ​ຄວາມ​ຄິດ​ໃຫ່ມ

ຄວນ​ຄິດ​ຢູ່​ສະເໝີ​ວ່າ ການ ຫລຸດ​ນ້ຳ​ໜັກ ເພື່ອ​ເຮັດໃຫ້​ສຸຂະພາບ​ດີ ເຮັດໃຫ້​ເຮົາ​ຢາກ​ປ່ຽນ​ພຶດຕິກຳ​ຕົນ​ເອງ

10. ເຮັດ​ຕົວ​ແບບ​ເ​ກົ່າ

ບາງ​ຄົນ​ບໍ່​ຍອມ​ປ່ຽນ​ແປງ​ອາຫານ​ການ​ກິນ ຫລື​ ປ່ຽນ​ແປງ​ການເຮັດ​ກິດຈະກຳ ຖ້າ​​ປ່ຽນ​ແປງ​ແປງ​ອາຫານ​ການ​ກິນ ການເຮັດ​ກິດຈະກຳ ແລະ ​ການ​ດຳ​ເນີນ​ຊີວິດ​ເບິ່ງ​ນຳ  ກໍ​ຈະ​ສາມາດ​ປິ່ນປົວ​ຮູບ​ຮ່າງ ແລະ ​ສຸຂະພາບ​ຂອງ​ຕົນເອງ​ໄວ້​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...