spot_img
Homeຂ່າວພາຍ​ໃນ2 ປະເທດທີ່ຍັງມີຄວາມທຸກຍາກທີ່ຮ້າຍແຮງໃນລະດັບສູງ

2 ປະເທດທີ່ຍັງມີຄວາມທຸກຍາກທີ່ຮ້າຍແຮງໃນລະດັບສູງ

Published on

ບົດລາຍງານທະນາຄານໂລກສະບັບອອກໃໝ່ ໄດ້ລະບຸວ່າ ສປປ ລາວ ແລະ ປາປົວ ນິວກີນີ ທີ່ຍັງມີຄວາມທຸກ ຍາກທີ່ຮ້າຍແຮງໃນລະດັບສູງ, ຄວນສູ້ຊົນເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ໄວກວ່າເກົ່າດ້ວຍການລົງທຶນໃສ່ການສຶກສາຂັ້ນພື້ນຖານ ແລະສົ່ງເສີມການແຈກຢາຍທາງດ້ານການເງິນໃຫ້ທົ່ວເຖິງ ພ້ອມທັງເສີມຂະຫຍາຍການຊ່ວຍເຫຼືອ ແລະສ້າງຄວາມເຂັ້ມແຂງທາງດ້ານສັງຄົມ.

ໃນບົດລາຍງານໄດ້ນໍາໃຊ້ການຈັດ ປະເທດເປັນຫ້າກຸ່ມ ແລະໃຫ້ຂໍ້ສະເໜີ ແນະກ່ຽວກັບນະໂຍບາຍທີ່ເໝາະສົມ ສະເພາະສໍາລັບແຕ່ລະກຸ່ມເຊັ່ນ: ມາເລເຊຍ ແລະໄທ ຊຶ່ງເປັນກຸ່ມປະເທດທີ່ມີຄວາມອຸດົມຮັ່ງມີທີ່ກ້າວໜ້າ; ຈີນ ແລະ ຫວຽດນາມ ຊຶ່ງເປັນກຸ່ມປະເທດທີ່ຫຼຸດພົ້ນຈາກຄວາມທຸກຍາກໄປສູ່ຄວາມອຸ ດົມຮັ່ງມີ; ອິນໂດເນເຊຍ, ຟີລິບປີນ ແລະກໍາປູເຈຍ ໄດ້ຖືກຖືວ່າເປັນກຸ່ມປະເທດ ທີ່ມີລະດັບຄວາມທຸກຍາກທີ່ຮ້າຍແຮງຕໍ່າ, ແຕ່ກໍຍັງມີຊັ້ນຄົນລະດັບປານກາງ ຈໍານວນໜ້ອຍ; ພວກເຂົາຄວນໃຫ້ບູລິ ມະສິດແກ່ການປັບປຸງຄວາມຄ່ອງຕົວ ທາງດ້ານເສດຖະກິດ ແລະການເຊື່ອມ ສານແຜນງານປ້ອງກັນສັງຄົມ. ບັນດາປະເທດທີ່ມີຄວາມກ້າວໜ້າຊັກຊ້າເຊັ່ນ: ສປປ ລາວ ແລະປາປົວນິວກີນີ ທີ່ຍັງມີຄວາມທຸກ ຍາກທີ່ຮ້າຍແຮງໃນລະດັບສູງ. ສ່ວນບັນດາປະເທດໃນເກາະປາຊີຟິກມີຄວາມແຕກຕ່າງກັນ ແລະຄວນສຸມນະໂຍບາຍຂອງຕົນໃສ່ການຂຸດຄົ້ນກາລະໂອກາດທາງດ້ານເສດຖະກິດທີ່ມີຢູ່ໃນປະຈຸບັນ, ເປັນຕົ້ນແມ່ນການທ່ອງທ່ຽວ ແລະການປະມົງ, ສະໜັບສະໜູນໂອກາດ ຂອງການເຄື່ອນຍ້າຍແຮງງານ ແລະລົງທຶນເຂົ້າໃສ່ການຫຼຸດຜ່ອນ ແລະສະກັດກັ້ນໄພພິບັດ.

ທ່ານນາງ ວິກທໍເຣຍ ກະວາກະວາ ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະປາຊີຟິກ ໄດ້ກ່າວວ່າ: “ມັນແມ່ນການບັນລຸຜົນສໍາເລັດທີ່ເປັນປະຫວັດສາດ, ຊຶ່ງປະຊາກອນເກືອບໜຶ່ງຕື້ຄົນຢູ່ອາຊີຕາເວັນອອກໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທີ່ຮ້າຍແຮງພາຍໃນຊ່ວງໄລຍະອາຍຸຄົນ ຮຸ່ນດຽວເທົ່ານັ້ນ. ແຕ່ເພື່ອໃຫ້ພາກພື້ນນີ້ ສືບຕໍ່ຮັກສາການເຕີບໂຕຢ່າງກວ້າງຂວາງ, ບັນດາປະເທດຈະຕ້ອງໄດ້ແກ້ໄຂສິ່ງທ້າທາຍຄືລົບລ້າງຄວາມທຸກຍາກ ທີ່ຮ້າຍແຮງໃຫ້ໄດ້ຢ່າງເຕັມສ່ວນ, ເສີມຂະຫຍາຍໂອກາດສໍາລັບຄວາມຄ່ອງຕົວທາງດ້ານເສດຖະກິດ ແລະຮັບປະກັນ ຄວາມປອດໄພທາງດ້ານເສດຖະກິດສໍາລັບທຸກຄົນ”.

ທ່ານ ສູເດຍ ເຊັດຕີ ຫົວໜ້ານັກ ເສດຖະສາດ ຂອງທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກ ແລະປາຊີຟິກ, ໄດ້ກ່າວວ່າ: “ວາລະດ້ານນະໂຍບາຍເພື່ອການເຕີບໂຕຢ່າງກວ້າງຂວາງສາມາດປະກອບເປັນສັນຍາທາງດ້ານ ສັງຄົມໃໝ່ສໍາລັບລັດຖະບານໃນທົ່ວພາກພື້ນ. ອົງປະກອບຂອງມັນຈະແກ້ໄຂຄວາມຕ້ອງການຂອງແຕ່ລະລະດັບເສດ ຖະກິດ ພ້ອມທັງມີຄວາມຮັບຜິດຊອບທາງດ້ານການເງິນ ແລະການລະດົມ ລາຍຮັບຢ່າງມີປະສິດທິພາບ ແລະຍຸຕິທໍາ.”

ຢ່າງໃດກໍຕາມ, ພາກພື້ນອາຊີຕາ ເວັນອອກທີ່ກໍາລັງພັດທະນາ ໄດ້ນໍາໜ້າ ໂລກໃນການສະແດງໃຫ້ເຫັນວ່າການ ເຕີບໂຕທີ່ວ່ອງໄວ ແລະກວ້າງຂວາງສາມາດເຮັດໃຫ້ປະຊາກອນຫຼາຍລ້ານຄົນຫຼຸດພົ້ນຈາກຄວາມທຸກຍາກ. ດ້ວຍນະໂຍບາຍທີ່ໄດ້ສະເໜີແນະມານັ້ນ, ບັນດາປະເທດໃນທົ່ວພາກພື້ນນີ້ ຈະສາມາດປະເຊີນໜ້າໄດ້ຢ່າງມີປະສິດທິຜົນກັບສິ່ງທ້າທາຍໃໝ່ ຊຶ່ງພວກເຂົາກໍາລັງປະເຊີນຢູ່ໃນປະຈຸບັນ.

 

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...