spot_img
Homeຂ່າວພາຍ​ໃນຫວຍພັດທະນາຢືນຢັນວ່າ ການອອກເລກມີຄວາມໂປ່ງໃສ

ຫວຍພັດທະນາຢືນຢັນວ່າ ການອອກເລກມີຄວາມໂປ່ງໃສ

Published on

 

ທີມງານວາລະສານມະຫາຊົນໄດ້ຮັບຄຳຮຽກຮ້ອງຈາກປະຊາຊົນ ທີ່ເປັນລູກຄ້າຂາປະຈຳຂອງ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ໃຫ້ໄປຂໍຂໍ້ມູນຈາກ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ມາຕອບຜ່ານວາລະສານໃຫ້ອ່ານແດ່ ເຊິ່ງຄຳຖາມມີຫຼາກຫຼາຍແຕ່ສະຫຼຸບເຂົ້າແລ້ວມີຢູ່ 3 ປະເດັນຫຼັກໄດ້ແກ່: 1. ເປັນຫຍັງຄືບໍ່ມີການຖ່າຍທອດສົດຜ່ານໂທລະພາບໃຫ້ເບິ່ງແດ່?. 2. ການອອກເລກບາງເທື່ອຊ້ຳ ໂຕເກົ່າ ແລະເລກທີ່ຄົນນິຍົມຊື້ພັດບໍ່ອອກແລ້ວ ມີການລັອກເລກຫຼືບໍ່?. 3. ໄດ້ຍິນວ່າໄດ້ມີຄົນຕ່າງປະເທດມາສຳປະທານ ເປັນຄວາມຈິງຫຼືບໍ່ ແລະຖ້າເປັນຈິງຄືບໍ່ໃຫ້ຄົນລາວສຳປະທານ?.
ຈາກຂໍ້ສົງໄສຂອງປະຊາຊົນດັ່ງກ່າວຂ້າງເທິງນັ້ນ ທີມງານວາລະສານມະຫາຊົນເຮົາໄດ້ເຮັດໃບສະເໜີຂໍສຳພາດໄປແລ້ວເມື່ອກາງເດືອນ ກໍລະກົດ ທີ່ຜ່ານມາ ແຕ່ກໍຍັງບໍ່ທັນໄດ້ຮັບໂອກາດໃຫ້ເຂົ້າສຳພາດຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ ແລະໄດ້ສອບຖາມໄປທາງໂທລະສັບກໍໄດ້ຄຳຕອບວ່າ ເພິ່ນກຳລັງຄົ້ນຄວ້າຢູ່. ດັ່ງນັ້ນ, ຈຶ່ງແຈ້ງໃຫ້ທ່ານຜູ້ອ່ານຊາບ ແລະອົດໃຈລໍຄອຍຕໍ່ໄປ ຄິດວ່າເມື່ອເພິ່ນມີເວລາທີ່ເໝາະສົມກໍຄົງຈະໄດ້ຮັບຄຳຕອບຢ່າງແນ່ນອນ.

ແນວໃດກໍຕາມ, ໜ້າເຟສບຸກ ທີ່ໃຊ້ຊື່ “ຫວຍມືຖື SMS” ໄດ້ໂພສຮູບພາບແຜ່ນພັບອະທິບາຍການອອກເລກລາງວັນຫວຍພັດທະນາ ຂອງ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເຊິ່ງໜ້າທຳອິດນັ້ນໄດ້ນຳສະເໜີ ຂໍ້ຄວາມຕອນໜຶ່ງທີ່ຄັດມາຈາກ ມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 347 / ປສລ, ລົງວັນທີ 14 ທັນວາ 1982 ຂໍ້ຄວາມວ່າ “ການເປີດຫວຍພັດທະນາແມ່ນ ແນໃສ່ຈຸດປະສົງຢ່ອນອາລົມໃຫ້ປະຊາຊົນ, ລະດົມປະຊາຊົນທຸກຊັ້້ນຄົນ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະເກັບເອົາເງິນສົດສ່ວນໜຶ່ງຢູ່ໃນທ້ອງຕະຫຼາດຄືນ”. ໜ້າຕໍ່ໄປແມ່ນໄດ້ນຳສະເໜີສະຖານທີ່ການອອກຫວຍ, ການຄຸ້ມຄອງການອອກລາງວັນ, ການແຈ້ງຜົນການອອກຫວຍ, ອຸປະກອນທີ່ນຳໃຊ້ອອກລາງວັນ ແລະ ຂັ້ນຕອນແລະວິທີການອອກຫວຍລາງວັນ. ແລະທີ່ສຳຄັນທີ່ສຸດໃນແຜ່ນພັບກໍໄດ້ນຳສະເໜີຄະນະກຳມະການການອອກເລກລາງວັນຈາກພາກສ່ວນຕ່າງໆ ຈາກລັດຖະບານຄື:

1. ຕາງໜ້າຈາກສູນກາງແນວລາວສ້າງຊາດ 1 ທ່ານ
2. ຕາງໜ້າຈາກກະຊວງການເງິນ 1 ທ່ານ
3. ຕາງໜ້າຈາກຫ້ອງວ່າການລັດຖະບານ 1 ທ່ານ
4. ຕາງໜ້າຈາກກະຊວງຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວ 1 ທ່ານ
5. ຕາງໜ້າຈາກກະຊວງຍຸຕິທຳ 1 ທ່ານ
6. ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ 1 ທ່ານ

ເຊິ່ງຖ້າທ່ານຜູ້ອ່ານມີໂອກາດໄດ້ອ່ານແຜ່ນພັບດັ່ງກ່າວ ກໍຄົງຈະເຂົ້າໃຈໄດ້ເຖິງຈຸດປະສົງ, ຂັ້ນຕອນ ແລະຄວາມໂປ່ງໃສຂອງການອອກເລກລາງວັນຂອງ ບໍລິສັດລັດ ວິສາຫະກິດໄດ້ເປັນຢ່າງດີ. ເຖິງແນວນັ້ນກໍຕາມ ຜູ້ຄົນສ່ວນຫຼາຍທີ່ເຂົ້າອ່ານໃນເຟສບຸກກໍຍັງໄດ້ສະແດງຄຳເຫັນຕໍ່ວ່າ ແລະຮຽກຮ້ອງໃຫ້ມີການຖ່າຍທອດສົດການອອກເລກລາງວັນຜ່ານໂທລະພາບແຫ່ງຊາດຢູ່ ເຊິ່ງຜູ້ເບິ່ງແຍງໜ້າ “ຫວຍມືຖື SMS” ກໍໄດ້ໃຫ້ຄຳຕອບແລະຮັບເອົາຄຳຕຳໜິຕິຕຽນຕ່າງໆ ຈາກສັງຄົມ ດັ່ງນີ້: “ພວກເຮົານ້ອມຮັບເອົາຄຳຕິຕຽນຈາກ ທ່ານຈາກໃຈຈິງ, ແລະ ພວກ ເຮົາພວມພະຍາຍາມສຸດຂີດ ເພື່ອຜັກດັນ ໃຫ້ຂັ້ນເທິງອະນຸມັດຖ່າຍ ທອດສົດຄືນໃນມໍ່ໆນີ້ ແລະຫວັງຢ່າງຍິ່ງ ວ່າ: ສຽງຮຽກຮ້ອງຈາກສັງຄົມເຊັ່ນທ່ານ ຈະເປັນແຮງຊ່ວຍຜັກດັນທີ່ ສຳຄັນໃຫ້ແກ່ພວກເຮົາທີ່ຈະຊຸກຍູ້ໃຫ້ລັດຖະບານອະນຸມັດການຖ່າຍທອດສົດ ທາງໂທລະພາບຄືນໃໝ່ ໃຫ້ໄວທີ່ສຸດ, ສ່ວນປັດຈຸບັນນີ້ ຂໍໃຫ້ທ່ານກະລຸນາ ຕິດ ຕາມກວດກາຄວາມໂປ່ງໃສຂອງການອອກຫວຍພັດທະນາ ທີ່ເວັບໄຊ້: http://www.laolottery.org:8088/ ເລີ່ມແຕ່ມື້ນີ້ເປັນຕົ້ນ ໄປ.

ເອົາລະທ່ານຜູ້ອ່ານ ຫວັງວ່າທ່ານຜູ້ອ່ານຈະໄດ້ຮັບຄວາມກະຈ່າງແຈ້ງສ່ວນໜຶ່ງ ແລະໝັ້ນໃຈຕໍ່ການອອກເລກລາງວັນ ຂອງຫວຍພັດທະນາ ບໍ່ຫຼາຍກໍໜ້ອຍແລ້ວເນາະ!. ໂອກາດໜ້າຖ້າມີການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງຕື່ມ ເຮົາຈະນຳສະເໜີທ່ານອີກ.

ແອັດມິນຊຽງ ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...